Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 66:6 - ພຣະຄຳພີສັກສິ

6 ຈົ່ງ​ຟັງ​ແມ ສຽງ​ອຶກກະທຶກ​ຢູ່​ໃນ​ເມືອງ​ພຸ້ນ ສຽງ​ຢູ່​ໃນ​ພຣະວິຫານ​ພຸ້ນ ແມ່ນ​ສຽງ​ພຣະເຈົ້າຢາເວ​ກຳລັງ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເອຊາຢາ 66:6
7 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່ ເພື່ອ​ລົງໂທດ​ປະຊາກອນ​ໃນ​ໂລກນີ້ ເພາະ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ. ຄາດຕະກອນ​ທີ່​ໄດ້​ຂ້າ​ຄົນ​ຢ່າງ​ລັບລີ້​ຈະ​ຖືກ​ເປີດເຜີຍ ແລະ​ພື້ນດິນ​ກໍ​ຈະ​ບໍ່​ເຊື່ອງຊ້ອນ​ຊາກສົບ​ຂອງ​ຜູ້​ທີ່​ໄດ້​ຖືກ​ຂ້າ​ອີກ​ຕໍ່ໄປ.


ມາ​ເຖິງ​ຕອນ​ນີ້​ແມ່ນ​ເວລາ​ທີ່​ພຣະເຈົ້າຢາເວ​ຈະ​ຊ່ວຍກູ້​ເອົາ​ພູເຂົາ​ຊີໂອນ ແລະ​ແກ້ແຄ້ນ​ເຫຼົ່າ​ສັດຕູ​ຂອງ​ພູເຂົາ​ຊີໂອນ​ໃຫ້​ໝົດສິ້ນ.


ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ຕາມ​ການກະທຳ​ຂອງ​ພວກເຂົາ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຕ່າງໆ​ທີ່​ຫ່າງໄກ​ກໍຕາມ.


ອາໂມດ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ສົ່ງ​ສຽງ​ກຶກກ້ອງ​ມາ​ຈາກ​ພູເຂົາ​ຊີໂອນ ຈາກ​ນະຄອນ​ເຢຣູຊາເລັມ​ສຽງ​ພຣະອົງ​ດັງ​ກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າ​ຈຶ່ງ​ຫ່ຽວແຫ້ງ​ໄປ​ໝົດ ຫຍ້າຂຽວ​ເທິງ​ຈອມພູ​ກາເມນ​ລ່າເຫລືອງ​ໄປສິ້ນ.”


ຍິງ​ນັ້ນ​ມີ​ທ້ອງ​ແລະ​ຮ້ອງ​ຄາງ​ເຈັບປວດ​ຢູ່ ກຳລັງ​ຈະ​ເກີດ​ລູກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka