Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 66:4 - ພຣະຄຳພີສັກສິ

4 ສະນັ້ນ ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຄື​ໄພພິບັດ​ທີ່​ພວກເຂົາ​ຢ້ານກົວ​ນັ້ນ ເພາະ​ບໍ່ມີ​ຜູ້ໃດ​ຂານຕອບ ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ ຫລື​ຟັງ ເມື່ອ​ເຮົາ​ໄດ້​ກ່າວ. ພວກເຂົາ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ເຮົາ ແລະ​ເລືອກ​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ.”

Uka jalj uñjjattʼäta Copia luraña




ເອຊາຢາ 66:4
24 Jak'a apnaqawi uñst'ayäwi  

ກະສັດ​ມານາເຊ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ໜ້າກຽດຊັງ ຂອງ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ເພິ່ນ​ໄດ້​ຖວາຍ​ລູກຊາຍ​ຂອງຕົນ​ໃຫ້​ເປັນ​ເຄື່ອງ​ຖວາຍບູຊາ. ເພິ່ນ​ທຳພິທີ​ຖາມ​ສິ່ງ​ສັກສິດ ແລະ​ຝຶກ​ເວດມົນ​ກະຖາ ແລະ​ປຶກສາ ພວກ​ໝໍ​ດູ​ແລະ​ໝໍ​ຜີ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ດື້ດຶງ​ຕາມໃຈ ໃຫ້​ເຮັດ​ຕາມ​ລຳພັງ​ໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ມັກ.


ເພາະ​ເຮົາ​ໄດ້​ເອີ້ນ​ຫາ​ເຈົ້າ​ແລະ​ເຊີນ​ເຈົ້າ​ມາ, ແຕ່​ເຈົ້າ​ພັດ​ບໍ່​ຕອບ​ເຮົາ. ເຮົາ​ໄດ້​ຍື່ນ​ມື​ໃຫ້​ເຈົ້າ​ຈັບ, ແຕ່​ເຈົ້າ​ພັດ​ເບີດເສີຍ​ຢູ່.


ສິ່ງໃດ​ຄົນຊົ່ວ​ຄິດ​ຢ້ານ ມັນ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ສິ່ງໃດ​ທີ່​ຄົນ​ຊອບທຳ​ປາຖະໜາ​ກໍ​ຈະ​ຊົງ​ປະທານ​ໃຫ້.


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ຄວາມ​ຍຸດຕິທຳ​ນັ້ນ ແມ່ນແຕ່​ໜ້ອຍດຽວ​ກໍ​ບໍ່ມີ​ເລີຍ ແລະ​ຄົນ​ທີ່​ຢາກ​ເຊົາ​ເຮັດ​ຊົ່ວ​ກໍ​ເປັນ​ເຫຍື່ອ​ຂອງ​ອາຊະຍາກຳ.” ເມື່ອ​ພຣະເຈົ້າຢາເວ​ຮູ້​ເຫັນ​ເລື່ອງ​ນີ້ ພຣະອົງ​ກໍ​ບໍ່​ພໍໃຈ​ເລີຍ​ທີ່​ບໍ່​ເຫັນ​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ.


ພວກເຈົ້າ​ຄິດ​ແຜນການ​ຊົ່ວ​ຢູ່​ສະເໝີ ແລະ​ອົດ​ທີ່​ຈະ​ເຮັດ​ຕາມ​ແຜນການ​ນັ້ນ​ຈົນ​ບໍ່ໄຫວ. ພວກເຈົ້າ​ບໍ່ເຄີຍ​ລັ່ງເລໃຈ​ທີ່​ຈະ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ. ບໍ່​ວ່າ​ໄປ​ທີ່ໃດ​ພວກເຈົ້າ​ກໍ​ຈະ​ສ້າງ​ຄວາມ​ຈິບຫາຍ​ໄວ້​ທີ່ນັ້ນ


ຊາຕາກຳ​ຂອງ​ພວກເຈົ້າ​ຄື​ການຕາຍ​ຢ່າງ​ໂຫດຫ້ຽມ ເພາະ​ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ ຫລື​ຍອມ​ຟັງ​ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ. ພວກເຈົ້າ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ແລະ​ການ​ເຮັດຊົ່ວ.


ເຮົາ​ຍິນດີ​ຕ້ອນຮັບ​ປະຊາຊົນ​ຂອງເຮົາ​ຢູ່​ສະເໝີ ຄື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ຜິດ ແລະ​ຕາມ​ວິທີ​ທາງ​ຂອງຕົນ​ຢ່າງ​ດື້ດ້ານ.


ພວກເຂົາ​ສືບຕໍ່​ຍົວະ​ເຮົາ​ໃຫ້​ໂກດຮ້າຍ​ຢ່າງ​ໜ້າ​ອັບອາຍ​ຫລາຍ​ທີ່ສຸດ. ພວກເຂົາ​ຖວາຍ​ເຄື່ອງບູຊາ​ແບບ​ຄົນຕ່າງຊາດ​ໃນ​ສວນ​ສັກສິດ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ເທິງ​ແທ່ນ​ຂອງ​ພະ​ຕ່າງຊາດ.


ແຕ່​ເຮົາ​ຈະ​ຕອບແທນ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ ພ້ອມ​ທັງ​ການບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ເນີນພູ ແລະ​ໄດ້​ເວົ້າ​ສິ່ງ​ທີ່​ຊົ່ວຮ້າຍ​ໃສ່​ເຮົາ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ ໃຫ້​ສະສົມ​ກັບ​ບາບກຳ​ຂອງ​ພວກເຂົາ​ໃນ​ອະດີດ.”


ສະນັ້ນ ບັດນີ້​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ການທຳລາຍ​ທັງໝົດ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ສູ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ບໍ່ໄດ້​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ.”’


ພວກເຈົ້າ​ເອງ​ກໍໄດ້​ເຮັດ​ບາບ​ເຫຼົ່ານີ້​ທັງໝົດ​ຄືກັນ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. ເຖິງແມ່ນວ່າ​ເຮົາ​ໄດ້​ບອກ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ​ກໍຕາມ; ແຕ່​ພວກເຈົ້າ​ກໍ​ບໍ່​ຍອມ​ຟັງ​ເຮົາ. ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ເອີ້ນ​ຫາ​ພວກເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ. ພວກເຂົາ​ໄດ້​ເອົາ​ຮູບພະ​ຂອງ​ພວກເຂົາ​ທີ່​ໜ້າ​ກຽດຊັງ​ນັ້ນ ມາ​ວາງ​ໄວ້​ໃນ​ວິຫານ​ທີ່​ມີ​ຊື່​ຕາມ​ນາມຊື່​ຂອງເຮົາ ແລະ​ເຮັດ​ໃຫ້​ວິຫານ​ນັ້ນ​ເສື່ອມເສຍ​ກຽດ.


ພວກເຈົ້າ​ຢ້ານ​ດາບ​ບໍ? ເຮົາ​ຈະ​ນຳ​ນັກຟັນດາບ​ມາ​ໂຈມຕີ​ພວກເຈົ້າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ບັດນີ້ ຈົ່ງ​ກ່າວ​ແກ່​ພວກເຂົາ​ແລະ​ບອກ​ພວກເຂົາ​ວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ຊາວ​ອິດສະຣາເອນ​ທຸກໆຄົນ​ທີ່​ໄດ້​ມອບ​ຈິດໃຈ​ຂອງຕົນ​ໃຫ້​ແກ່​ຮູບເຄົາຣົບ ແລະ​ປ່ອຍ​ຮູບເຄົາຣົບ​ໃຫ້​ນຳ​ຕົນ​ໄປ​ສູ່​ການບາບ ແລ້ວ​ຊໍ້າ​ມາ​ປຶກສາ​ຫາລື​ນຳ​ຜູ້ທຳນວາຍ​ຜູ້ໜຶ່ງ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ຄຳຕອບ​ຈາກ​ເຮົາ ຄື​ພຣະເຈົ້າຢາເວ​ຈະ​ຕອບ​ຕາມທີ່​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ​ຄວນ​ຈະ​ໄດ້​ຮັບ


ແລ້ວ​ເຮົາ​ກໍໄດ້​ໃຫ້​ບັນດາ​ກົດບັນຍັດ​ທີ່​ບໍ່​ດີ ແລະ​ຂໍ້ຄຳສັ່ງ​ທີ່​ບໍ່​ໃຫ້​ຊີວິດ​ແກ່​ພວກເຂົາ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ຝ່າຍ​ປະຊາຊົນ​ບໍ່​ສົນໃຈ​ຕໍ່​ຄຳເວົ້າ​ຂອງ​ຊາມູເອນ​ເລີຍ ແຕ່​ກັບ​ຕອບ​ວ່າ, “ບໍ່! ພວກ​ຂ້ານ້ອຍ​ຕ້ອງການ​ກະສັດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka