Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 66:3 - ພຣະຄຳພີສັກສິ

3 ປະຊາຊົນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ. ບໍ່​ວ່າ​ຈະ​ຂ້າ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ຫລື​ເອົາ​ມະນຸດ​ບູຊາ​ກໍດີ; ບໍ່​ວ່າ​ຈະ​ຂ້າ​ແກະ​ຫລື​ຫັກ​ຄໍ​ໝາ​ມາ​ບູຊາ​ກໍດີ; ບໍ່​ວ່າ​ນຳ​ພືດຜົນ​ເປັນເມັດ​ຫລື​ເອົາ​ເລືອດ​ໝູ​ມາ​ບູຊາ​ກໍດີ; ບໍ່​ວາ​ຈະ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ວອນຂໍ​ຕໍ່​ຮູບເຄົາຣົບ​ກໍດີ ທັງໝົດ​ນັ້ນ​ຄື​ກັນ​ສຳລັບ​ພວກເຂົາ. ພວກເຂົາ​ພໍໃຈ​ກັບ​ວິທີ​ຂາບໄຫວ້​ແບບ​ໜ້າລັງກຽດ​ນີ້.

Uka jalj uñjjattʼäta Copia luraña




ເອຊາຢາ 66:3
19 Jak'a apnaqawi uñst'ayäwi  

ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.


ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວ​ເປັນ​ໜ້າ​ກຽດຊັງ ໂດຍ​ສະເພາະ​ເມື່ອ​ເຂົາ​ຖວາຍ​ດ້ວຍ​ເຈດຕະນາ​ອັນ​ບໍ່​ດີ.


ຜູ້​ເຮັດ​ຮູບເຄົາຣົບ​ບໍ່ໄດ້​ມີ​ປັນຍາ ຫລື​ຄວາມ​ເຂົ້າໃຈ​ພໍ​ທີ່​ຈະ​ເວົ້າ​ວ່າ, “ໄມ້​ບາງສ່ວນ ຂ້ອຍ​ເອົາ​ເຮັດ​ຟືນ​ດັງ​ໄຟ, ໃຊ້​ເຮັດ​ຖ່ານ​ອົບ​ເຂົ້າຈີ່ ແລະ​ໃຊ້​ປິ້ງ​ຊີ້ນ​ກິນ. ສ່ວນ​ທີ່​ເຫຼືອ​ຂ້ອຍ​ເອົາ​ເຮັດ​ຮູບເຄົາຣົບ. ບັດນີ້ ຂ້ອຍ​ກຳລັງ​ກົ້ມ​ລົງ​ຂາບ​ທ່ອນ​ໄມ້​ທ່ອນ​ໜຶ່ງ.”


ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.


ເຮົາ​ໂກດຮ້າຍ​ພວກເຂົາ ເພາະ​ການບາບ​ແລະ​ຄວາມ​ໂລບມາກ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງໂທດ​ແລະ​ປະຖິ້ມ​ພວກເຂົາ. ແຕ່​ພວກເຂົາ​ຍັງ​ດື້ດ້ານ​ແລະ​ສືບຕໍ່​ເຮັດ​ຕາມ​ວິຖີ​ທາງ​ຂອງຕົນ​ຢູ່.


ຊາຕາກຳ​ຂອງ​ພວກເຈົ້າ​ຄື​ການຕາຍ​ຢ່າງ​ໂຫດຫ້ຽມ ເພາະ​ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ ຫລື​ຍອມ​ຟັງ​ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ. ພວກເຈົ້າ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ແລະ​ການ​ເຮັດຊົ່ວ.


ເຮົາ​ຍິນດີ​ຕ້ອນຮັບ​ປະຊາຊົນ​ຂອງເຮົາ​ຢູ່​ສະເໝີ ຄື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ຜິດ ແລະ​ຕາມ​ວິທີ​ທາງ​ຂອງຕົນ​ຢ່າງ​ດື້ດ້ານ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄາວ​ສຸດທ້າຍ​ມາ​ໃກ້​ແລ້ວ ສຳລັບ​ຜູ້​ທີ່​ຊຳລະ​ຕົນເອງ​ເພື່ອ​ຂາບໄຫວ້​ພະ​ຂອງ​ຊາວ​ຕ່າງຊາດ ຄື​ຜູ້​ເຂົ້າຮ່ວມ​ໃນ​ຂະບວນ​ການ​ບູຊາ​ສວນ​ສັກສິດ ແລະ​ຜູ້​ກິນ​ໝູ​ແລະ​ກິນ​ໜູ​ແລະ​ອາຫານ​ຂີ້ດຽດ​ອື່ນໆ​ອີກ.


ມີ​ປະໂຫຍດ​ຫຍັງ​ແກ່​ເຮົາ​ແດ່ ທີ່​ພວກເຂົາ​ໄດ້​ທູບຫອມ​ມາ​ແຕ່​ເມືອງ​ເຊບາ ຫລື​ໄດ້​ເຄື່ອງຫອມ​ມາ​ຈາກ​ທາງ​ໄກ? ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງຖວາຍ​ຂອງ​ພວກເຂົາ ຫລື​ຍິນດີ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.


ແລະ​ໃຫ້​ລາວ​ນຳ​ສິ່ງ​ນັ້ນ​ມາ​ໃຫ້​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ. ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ແປ້ງ​ກຳ​ໜຶ່ງ ພ້ອມ​ນໍ້າມັນ​ແລະ​ເຄື່ອງຫອມ ມາ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ແລ້ວ​ຮັກກາຍ​ກໍ​ໄດ້ກ່າວ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ສາຍ​ຕາ​ຂອງ​ເຮົາ ຊົນຊາດ​ນີ້​ເປັນ​ຢ່າງນັ້ນ​ແລະ​ປະຊາຊົນ​ຊາດ​ນີ້​ກໍ​ເປັນ​ຢ່າງນັ້ນ ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ເປັນ​ຢ່າງນັ້ນ​ດ້ວຍ; ດັ່ງນັ້ນ ທຸກສິ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ທີ່​ເທິງ​ແທ່ນບູຊາ​ຈຶ່ງ​ເປັນ​ມົນທິນ.”


ຢ່າ​ກິນ​ໝູ​ເພາະ​ໝູ​ເປັນ​ທີ່​ຖື​ວ່າ​ເປັນ​ມົນທິນ. ມັນ​ບໍ່​ຄ້ຽວເອື້ອງ ແຕ່​ມີ​ໂບກຕີນ​ເປັນ​ກີບ. ຢ່າ​ກິນ​ສັດ​ເຫຼົ່ານີ້ ແລະ​ຢ່າ​ແຕະຕ້ອງ​ແມ່ນແຕ່​ຊາກສົບ​ຂອງ​ມັນ.


ເຊັ່ນດຽວ​ກັນ ເງິນ​ທີ່​ໄດ້​ໃນ​ທຳນອງນີ້​ບໍ່​ໃຫ້​ຖືກ​ນຳ​ເຂົ້າ​ມາ​ເປັນ​ການ​ແກ້​ບະບົນ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ວັດ​ຂອງ​ພວກ​ໂສເພນີ.


ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກຍາກ​ລຳບາກ ຈົ່ງ​ໄປ​ຮ້ອງ​ຫາ​ບັນດາ​ພະ​ທີ່​ພວກເຈົ້າ​ໄດ້​ເລືອກເອົາ​ນັ້ນສາ ແລະ​ໃຫ້​ພະ​ເຫຼົ່ານັ້ນ​ຊ່ວຍ​ກູ້​ເອົາ​ພວກເຈົ້າ.”


ໃນ​ສະໄໝ​ນັ້ນ ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ເທື່ອ. ສະນັ້ນ ທຸກຄົນ​ຈຶ່ງ​ເຮັດ​ຕາມໃຈ​ມັກ​ຂອງຕົນເອງ.


ຕໍ່ມາ ສົງຄາມ​ຈຶ່ງ​ເກີດຂຶ້ນ​ໃນ​ດິນແດນ ເມື່ອ​ຊາວ​ອິດສະຣາເອນ​ເລືອກ​ພະ​ຕົນ​ໃໝ່. ໃນ​ຊາດ​ອິດສະຣາເອນ​ມີ​ທະຫານ​ສີ່ສິບພັນ​ຄົນ ມີ​ໃຜ​ຖື​ຫອກ​ແລະ​ໂລ້​ເປັນ​ອາວຸດ​ແດ່​ຫລື​ບໍ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka