Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 66:16 - ພຣະຄຳພີສັກສິ

16 ພຣະເຈົ້າຢາເວ​ຈະ​ລົງໂທດ​ປະຊາກອນ​ທຸກຄົນ​ໃນ​ໂລກນີ້​ດ້ວຍ​ໄຟ​ແລະ​ດ້ວຍ​ດາບ ທີ່​ພຣະເຈົ້າຢາເວ​ພົບ​ຄວາມຜິດ​ແລະ​ຫລາຍ​ຄົນ​ຈະ​ຖືກ​ປະຫານ.

Uka jalj uñjjattʼäta Copia luraña




ເອຊາຢາ 66:16
23 Jak'a apnaqawi uñst'ayäwi  

ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໃຊ້​ດາບ​ອັນ​ມີ​ອຳນາດ ແລະ​ເຖິງ​ແກ່​ຄວາມຕາຍ ລົງໂທດ​ເລວີ​ອາທັນ​ມັງກອນ​ຮ້າຍ​ທີ່​ບິດ ແລະ​ກ້ຽວໄປ​ໂງມາ ແລະ​ຂ້າ​ເງືອກ ທີ່​ອາໄສ​ຢູ່​ໃນ​ທະເລ.


ພຣະເຈົ້າຢາເວ​ພ້ອມແລ້ວ​ທີ່​ຈະ​ກ່າວ​ຄະດີ​ຂອງ​ພຣະອົງ; ພຣະອົງ​ພ້ອມ​ແລ້ວ​ທີ່​ຈະ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.


ອັດຊີເຣຍ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ ແຕ່​ບໍ່ແມ່ນ​ດ້ວຍ​ອຳນາດ​ຂອງ​ມະນຸດ. ຊາວ​ອັດຊີເຣຍ​ຈະ​ແລ່ນ​ໜີ​ຈາກ​ສະໜາມຮົບ ແລະ​ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຈັບ​ໄປ​ເປັນ​ທາດຮັບໃຊ້.


ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.


ຊາຕາກຳ​ຂອງ​ພວກເຈົ້າ​ຄື​ການຕາຍ​ຢ່າງ​ໂຫດຫ້ຽມ ເພາະ​ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ ຫລື​ຍອມ​ຟັງ​ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ. ພວກເຈົ້າ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ແລະ​ການ​ເຮັດຊົ່ວ.


ສຽງ​ທີ່​ໄດ້ຍິນ ຈະ​ດັງ​ສະໜັ່ນ​ຈົນ​ໄປ​ສຸດ​ແຜ່ນດິນ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ນາໆ​ປະເທດ. ພຣະອົງ​ຈະ​ນຳ​ຄົນຊົ່ວ​ຂຶ້ນ​ສານ ໃຫ້​ຖືກ​ສັງຫານ​ໝົດ.”’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ໃນ​ວັນ​ນັ້ນ ຊາກສົບ​ທັງຫລາຍ​ຂອງ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂ້າ​ຖິ້ມ ຈະ​ກະຈັດ​ກະຈາຍ​ກັນ​ຢູ່ ແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ແຜ່ນດິນ​ໂລກ. ຈະ​ບໍ່ມີ​ຜູ້ໃດ​ເລີຍ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ຊາກສົບ​ໄປ​ຝັງ​ໄວ້. ມັນ​ຈະ​ກອງ​ກັນ​ຢູ່​ເທິງ​ພື້ນດິນ​ດັ່ງ​ກອງຝຸ່ນ​ກອງ​ປຸຍ.


ເຈົ້າ​ກຳລັງ​ຊອກຫາ​ຜົນປະໂຫຍດ​ໃສ່​ຕົວ​ເຈົ້າ​ບໍ? ຢ່າ​ເຮັດ​ເລີຍ. ເຮົາ​ກຳລັງ​ນຳ​ໄພພິບັດ​ມາ​ສູ່​ມະນຸດສະໂລກ​ທັງໝົດ, ພຣະເຈົ້າຢາເວ​ກ່າວ​ວ່າ ແຕ່​ຢ່າງໜ້ອຍ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ທີ່​ໃດ ເຈົ້າ​ກໍ​ຈະ​ໜີ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.”’


ເປັນຫຍັງ​ພະ​ອາປິດ​ທີ່​ມີ​ອຳນາດ​ຈຶ່ງ​ລົ້ມລົງ? ພຣະເຈົ້າຢາເວ​ຕີ​ລາວ​ໃຫ້​ລົ້ມລົງ​ສາ​ແລ້ວ.’


ເຈົ້າ​ໄດ້​ທຳມາ​ຄ້າຂາຍ​ຢ່າງ​ຊົ່ວຊ້າ ຈົນ​ບ່ອນ​ນະມັດສະການ​ຂອງເຈົ້າ​ໄດ້​ຮັບ​ການ​ເສື່ອມເສຍ​ໝົດ. ສະນັ້ນ ເຮົາ​ຈຶ່ງ​ຈູດ​ໄຟ​ເຜົາ​ຕົວເມືອງ​ຈົນ​ໄໝ້​ໝົດກ້ຽງ​ເປັນ​ຂີ້ເຖົ່າ. ບັດນີ້ ທຸກຄົນ​ທີ່​ແນມເບິ່ງ​ເຈົ້າ​ກໍ​ຈະ​ເຫັນ​ເຈົ້າ​ເປັນ​ຂີ້ເຖົ່າ​ໄປ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ແຕ່​ດົນນານ​ມາ​ແລ້ວ ເມື່ອ​ເຮົາ​ໄດ້​ປະກາດ​ຜ່ານ​ທາງ​ບັນດາ​ຜູ້ຮັບໃຊ້​ຂອງເຮົາ ຄື​ຜູ້ທຳນວາຍ​ຂອງ​ອິດສະຣາເອນ ວ່າ​ໃນ​ມື້​ທີ່​ຈະ​ມາ​ເຖິງ​ນັ້ນ ເຮົາ​ຈະ​ນຳ​ຜູ້ໃດ​ຜູ້ໜຶ່ງ​ມາ​ໂຈມຕີ​ຊາດ​ອິດສະຣາເອນ.”


ເມື່ອ​ເຮົາ​ໃຈຮ້າຍ ແລະ​ໂກດເຄືອງ ແລະ​ລົງໂທດ​ເຈົ້າ​ນັ້ນ ບັນດາ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ເຈົ້າ​ຈະ​ສະທ້ານ​ຢ້ານກົວ. ພວກເຂົາ​ຈະ​ແນມເບິ່ງ​ເຈົ້າ​ດ້ວຍ​ຄວາມ​ກຽດຊັງ ແລະ​ຈະ​ຫຍໍ້ຫຍັນ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ນຳ​ທຸກ​ຊົນຊາດ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ​ນຳ​ພວກເຂົາ​ໄປ​ສູ່​ຮ່ອມພູ​ແຫ່ງ​ການຕັດສິນ​ນັ້ນ. ແລ້ວ​ໃນ​ທີ່ນັ້ນ​ເຮົາ​ກໍ​ຈະ​ຕັດສິນ​ພວກເຂົາ ຕາມ​ທີ່​ພວກເຂົາ​ທັງໝົດ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງເຮົາ​ນັ້ນ. ພວກເຂົາ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ແຕກຊະ​ໄປ​ແດນ​ອື່ນ​ໄກ ແບ່ງແຍກ​ອິດສະຣາເອນ ດິນແດນ​ຂອງເຮົາ​ດ້ວຍ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈັດຕຽມ​ການລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ. ໄຟ​ໄດ້​ລຸກ​ໄໝ້​ມະຫາສະໝຸດ​ຢູ່​ໃຕ້​ພື້ນ​ແຜ່ນດິນ​ໂລກ ແລະ​ເລີ່ມ​ໄໝ້​ດິນແດນ.


ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍຕາມ ເຈົ້າ​ຈະ​ຕ້ອງ​ຖືກ​ເຜົາ​ໃຫ້​ຕາຍ ຫລື​ຖືກ​ຂ້າ​ໃນ​ສະໜາມຮົບ. ເຈົ້າ​ຈະ​ຖືກ​ກວາດໄປ​ຈົນກ້ຽງ ດັ່ງ​ເຄື່ອງປູກ​ທີ່​ຝູງຕັກແຕນ​ກັດກິນ. ເຈົ້າ​ໄດ້​ເພີ່ມພູນ​ທະວີ​ຂຶ້ນ​ດັ່ງ​ຝູງຕັກແຕນ,


ທະຫານ​ມ້າ​ປະທະ​ກັນ​ດ້ວຍ​ດາບ​ແວບວັບ​ເປັນ​ແສງ ສ່ວນ​ຫອກ​ທີ່​ໃຊ້​ແທງ​ກໍ​ເປັນ​ແສງ​ຟົ້ງ​ໄປ​ຂ້າງໜ້າ ຊາກສົບ​ຂອງ​ຄົນຕາຍ​ນັບ​ບໍ່ໄດ້ ທັບກັນ​ຂຶ້ນ​ເປັນ​ກອງ ຄົນ​ຕ້ອງ​ຍ່າງ​ໂຊເຊ​ລົ້ມ​ທັບ​ເທິງ​ກອງ​ຊາກສົບ​ນັ້ນ


ພວກເຈົ້າ​ຈະ​ປົບໜີໄປ​ທາງ​ຮ່ອມພູ​ນີ້ ຊຶ່ງ​ແຍກ​ພູເຂົາ​ເປັນ​ສອງ​ໜ່ວຍ. ພວກເຈົ້າ​ຈະ​ໜີໄປ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ໜີ ຄາວ​ແຜ່ນດິນ​ໄຫວ​ໃນ​ສະໄໝ​ຂອງ​ກະສັດ​ອຸດຊີຢາ​ແຫ່ງ​ຢູດາຍ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ຈະ​ມາ​ພ້ອມ​ດ້ວຍ​ຝູງ​ເທວະດາ​ທັງໝົດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka