Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 66:12 - ພຣະຄຳພີສັກສິ

12 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ຍາວນານ​ມາ​ສູ່​ພວກເຈົ້າ; ຊັບສົມບັດ​ຂອງ​ປະຊາຊາດ​ຕ່າງໆ​ຈະ​ຫລັ່ງໄຫລ​ມາ​ສູ່​ພວກເຈົ້າ ດັ່ງ​ສາຍນໍ້າ​ທີ່​ບົກແຫ້ງ​ບໍ່​ເປັນ​ຈັກເທື່ອ. ພວກເຈົ້າ​ຈະ​ເປັນ​ດັ່ງ​ເດັກນ້ອຍ ຜູ້​ທີ່​ແມ່​ອຸ້ມ​ໃຫ້​ກິນ​ນົມ​ແລະ​ຖະໜຸ​ຖະໜອມ​ດ້ວຍ​ຄວາມຮັກ.

Uka jalj uñjjattʼäta Copia luraña




ເອຊາຢາ 66:12
19 Jak'a apnaqawi uñst'ayäwi  

ຫລາຍ​ຊົນຊາດ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ; ໃນ​ທີ່ນັ້ນ ຊົນຊາດ​ເຫຼົ່ານັ້ນ​ຈະ​ຮັບໃຊ້​ຊາດ​ອິດສະຣາເອນ​ດັ່ງ​ທາດ. ພວກ​ທີ່​ເຄີຍ​ຈັບ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄປ​ຄັ້ງ​ໜຶ່ງ​ນັ້ນ ບັດນີ້ ຈະ​ຖືກ​ຄົນ​ໃນ​ຊາດ​ອິດສະຣາເອນ​ຈັບ​ຄືນ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ປົກຄອງ ຄົນ​ເຫຼົ່ານັ້ນ​ທີ່​ເຄີຍ​ກົດຂີ່​ພວກຕົນ​ມາ​ຄັ້ງ​ໜຶ່ງ.


ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຮົາ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ. ພວກເຮົາ​ຈະ​ໄດ້​ຢູ່​ໃກ້​ແມ່ນໍ້າ​ລຳທານ​ອັນ​ກວ້າງໃຫຍ່ ແຕ່​ເຮືອ​ຂອງ​ເຫຼົ່າ​ສັດຕູ​ຈະ​ບໍ່ໄດ້​ຈອດ​ຢູ່​ໃນ​ທີ່ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


“ຖ້າ​ເຈົ້າ​ໄດ້​ເຮັດ​ແຕ່​ຕາມ​ຄຳສັ່ງ​ຂອງເຮົາ ແລ້ວ​ພອນ​ກໍ​ຈະ​ຫລັ່ງໄຫລ​ດັ່ງ​ສາຍ​ນໍ້າ​ບໍ່​ບົກແຫ້ງ. ແລ້ວ​ໄຊຊະນະ​ກໍ​ຈະ​ເປັນ​ຂອງ​ເຈົ້າ​ໃນທັນທີ ດັ່ງ​ຄື້ນ​ທະເລ​ທີ່​ຖືກ​ລົມ​ພັດ​ມາ​ເທິງ​ຊາຍຫາດ.


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ເຈົ້າ​ຈະ​ຂະຫຍາຍ​ເຂດແດນ​ຂອງເຈົ້າ​ໄປ​ທຸກ​ທິດທາງ ຄົນ​ຂອງ​ເຈົ້າ​ຈະ​ໄດ້​ດິນແດນ​ໃກ້ຄຽງ​ຄືນ​ມາ​ອີກ ເປັນ​ດິນແດນ​ທີ່​ຊາດ​ອື່ນ​ໄດ້​ຢຶດ​ໃນ​ປະຈຸບັນ ເມືອງ​ຮົກຮ້າງ​ກໍ​ຈະ​ເຕັມ​ແຕ່​ຄົນ​ອາໄສ​ຢູ່.


ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.


ບັນດາ​ຊົນຊາດ​ທັງ​ກະສັດ​ຈະ​ເອົາໃຈໃສ່​ເຈົ້າ ເໝືອນ​ດັ່ງ​ແມ່​ຜູ້ໜຶ່ງ​ລ້ຽງ​ລູກ​ຂອງຕົນ​ນັ້ນ. ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ເປັນຜູ້ຊ່ວຍ​ຂອງເຈົ້າ. ແລະ​ເປັນ​ຜູ້ໄຖ່ໂທດ​ຂອງເຈົ້າ ຄື​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.


ຄົນ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ເຂົາ​ຈະ​ກ່າວເຖິງ​ພວກເຈົ້າ​ວ່າ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ. ພວກເຈົ້າ​ຈະ​ມ່ວນຊື່ນ​ຢູ່​ກັບ​ສົມບັດ​ຊົນຊາດ​ທັງຫລາຍ ແລະ​ຈະ​ພູມໃຈ​ໃນ​ຊັບສິນ​ທີ່​ເປັນ​ຂອງ​ພວກເຈົ້າ.


ພວກເຈົ້າ​ຈະ​ດີໃຈ​ທີ່​ເຫັນ​ພະ​ນະຄອນ​ຮຸ່ງເຮືອງ ດັ່ງ​ເດັກນ້ອຍ​ຜູ້ໜຶ່ງ​ຢູ່​ໃນ​ອ້ອມເອິກ​ຂອງ​ແມ່.


ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.


ແຕ່​ເຮົາ​ຈະ​ປິ່ນປົວ​ເມືອງ​ນີ້ ແລະ​ປະຊາຊົນ​ຂອງເຮົາ ແລະ​ປົວແປງ​ສຸຂະພາບ​ຂອງ​ພວກເຂົາ​ຂຶ້ນໃໝ່. ເຮົາ​ຈະ​ໃຫ້​ພວກເຂົາ​ສະຫງົບສຸກ​ແລະ​ປອດໄພ​ຢ່າງ​ຫລວງຫລາຍ.


ພຣະວິຫານ​ຫລັງ​ໃໝ່​ນີ້​ຈະ​ສະຫງ່າງາມ​ກວ່າ​ຫລັງເກົ່າ; ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ສັນຕິສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka