11 ພວກເຈົ້າຈະດີໃຈທີ່ເຫັນພະນະຄອນຮຸ່ງເຮືອງ ດັ່ງເດັກນ້ອຍຜູ້ໜຶ່ງຢູ່ໃນອ້ອມເອິກຂອງແມ່.
ມະນຸດກິນລ້ຽງດ້ວຍອາຫານອັນດີທີ່ພຣະອົງຊົງປະທານໃຫ້ ທັງດື່ມນໍ້າຈາກແມ່ນໍ້າແຫ່ງພຣະຄຸນຄວາມດີຂອງພຣະອົງ.
ບັນດາກະສັດຈະເປັນດັ່ງບິດາຂອງເຈົ້າ ບັນດາຣາຊີນີກໍຈະເປັນດັ່ງມານດາຂອງເຈົ້າ. ພວກເຂົາຈະກົ້ມໃຫ້ກຽດເຈົ້າຕໍ່ໜ້າເຈົ້າ ຈະໃຫ້ຄວາມນັບຖືແກ່ເຈົ້າຢ່າງອ່ອນນ້ອມ. ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ຜູ້ທີ່ລໍຄອຍໃຫ້ເຮົາຊ່ວຍເຫຼືອຈະບໍ່ຜິດຫວັງຈັກເທື່ອ.”
ເຢຣູຊາເລັມ ຈົ່ງລຸກຂຶ້ນສ່ອງແຈ້ງດັ່ງດວງຕາເວັນ ພຣະເຈົ້າຢາເວຈະໃຫ້ສະຫງ່າຣາສີສ່ອງໃສ່ເຈົ້າ
ບັນດາຊົນຊາດທັງກະສັດຈະເອົາໃຈໃສ່ເຈົ້າ ເໝືອນດັ່ງແມ່ຜູ້ໜຶ່ງລ້ຽງລູກຂອງຕົນນັ້ນ. ເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວເປັນຜູ້ຊ່ວຍຂອງເຈົ້າ. ແລະເປັນຜູ້ໄຖ່ໂທດຂອງເຈົ້າ ຄືອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.
ສ່ວນຊົນຊາດອື່ນໆນັ້ນ ມືດຈະປົກຄຸມພວກເຂົາ ແຕ່ສຳລັບເຈົ້າເອງແສງແຈ້ງຈະສ່ອງໃສ່ເຈົ້າ; ເປັນແສງແຈ້ງທີ່ມາຈາກພຣະເຈົ້າຢາເວ ຄືພຣະອົງຈະມາຢູ່ນຳດ້ວຍສະຫງ່າຣາສີນັ້ນ.
ເຈົ້າຈະເຫັນສິ່ງນີ້ ແລະເຕັມດ້ວຍຄວາມປິຕິຍິນດີ ຈະທັງສັ່ນເຊັນດ້ວຍຄວາມຕື່ນເຕັ້ນ. ຊັບສົມບັດນາໆຊາດຈະຖືກນຳມາຈາກທີ່ຫ່າງໄກຂອງທະເລ ຊັບສົມບັດຂອງພວກເຂົາຈະມາຫາເຈົ້າ.
ນະຄອນເຢຣູຊາເລັມເອີຍ ທຸກຊົນຊາດຈະເຫັນເຈົ້າມີໄຊ ກະສັດຂອງທຸກຊົນຊາດຈະເຫັນສະຫງ່າຣາສີຂອງເຈົ້າ. ຄົນຈະເອີ້ນເຈົ້າຕາມຊື່ໃໝ່ຂອງເຈົ້າ ຄືຊື່ທີ່ປາກຂອງພຣະເຈົ້າຢາເວຈະໃຫ້ໄວ້.
ໃນເວລານັ້ນເທິງພູນີ້ຈະມີແຕ່ເຄືອໝາກອະງຸ່ນ ຈະມີສັດລ້ຽງທັງຫລາຍຢູ່ຕາມເນີນພູທຸກໆໜ່ວຍ; ນໍ້າຈະມີເຕັມຢູ່ທຸກຫ້ວຍຮ່ອງໃນຢູດາ ນໍ້າບໍ່ຈະໄຫລຈາກວິຫານຂອງພຣະເຈົ້າຢາເວ ຫົດຮ່ອມພູຊິດຕິມ.
ຈົ່ງເປັນເໝືອນດັ່ງເດັກນ້ອຍໆທີ່ເກີດໃໝ່ ຈົ່ງຮ້ອນໃຈປາຖະໜາຫານໍ້ານົມອັນບໍຣິສຸດຝ່າຍຈິດວິນຍານ ເພື່ອວ່າດ້ວຍນໍ້ານົມນັ້ນ ພວກເຈົ້າຈະໄດ້ຈະເລີນຂຶ້ນເຖິງຄວາມພົ້ນ.