ເອຊາຢາ 66:10 - ພຣະຄຳພີສັກສິ10 ຈົ່ງຍິນດີເຖີດ ຈົ່ງດີໃຈນຳນະຄອນເຢຣູຊາເລັມ ພວກເຈົ້າທຸກຄົນທີ່ຮັກແພງນະຄອນນີ້ ບັດນີ້ ຈົ່ງຍິນດີເຖີດ ຈົ່ງດີໃຈນຳນະຄອນນີ້ສາ ພວກເຈົ້າທຸກຄົນທີ່ໄດ້ໄວ້ທຸກໃຫ້ນະຄອນນີ້ Uka jalj uñjjattʼäta |
ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນໍ້າຫລໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ. ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫລາຍ ມີທັງສຽງຮ້ອງລຳທຳເພງຍົກຍໍໂມທະນາຂອບພຣະຄຸນດ້ວຍ.