Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 66:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ກ່າວ​ວ່າ, “ສະຫວັນ​ເປັນ​ບັນລັງ​ຂອງເຮົາ ແລະ​ແຜ່ນດິນ​ໂລກ​ເປັນ​ທີ່​ຮອງ​ຕີນ​ຂອງເຮົາ. ແລ້ວ​ພວກເຈົ້າ​ຈະ​ສ້າງ​ຫໍໂຮງ​ຊະນິດ​ໃດ​ສຳລັບ​ເຮົາ ຈະ​ສ້າງ​ວັງ​ຊະນິດ​ໃດ​ໃຫ້​ເຮົາ​ຢູ່?

Uka jalj uñjjattʼäta Copia luraña




ເອຊາຢາ 66:1
20 Jak'a apnaqawi uñst'ayäwi  

ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ກະສັດ​ດາວິດ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ​ກ່າວ​ແກ່​ທີ່​ປະຊຸມ​ວ່າ, “ເພື່ອນ​ຮ່ວມ​ຊາດ​ທັງຫລາຍ ຈົ່ງ​ຟັງ​ເທີ້ນ ຂ້າພະເຈົ້າ​ຕ້ອງການ​ສ້າງ​ວິຫານ​ອັນ​ຖາວອນ​ເພື່ອ​ໄວ້​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໃຫ້​ເປັນ​ທີ່​ຮອງ​ຕີນ​ພຣະເຈົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ໄດ້​ຫ້າງຫາ​ທຸກສິ່ງ​ໄວ້​ພ້ອມ​ແລ້ວ​ສຳລັບ​ການ​ກໍ່ສ້າງ.


ຂ້າພະເຈົ້າ​ຕັ້ງໃຈ​ຈະ​ສ້າງ​ວິຫານ​ອັນ​ໃຫຍ່ໂຕ ເພາະ​ພຣະເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ກວ່າ​ພະອື່ນໆ.


ແຕ່​ພຣະເຈົ້າ​ເອີຍ ພຣະອົງ​ສະຖິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ທ່າມກາງ​ມະນຸດ​ໄດ້​ແທ້​ບໍ? ແມ່ນແຕ່​ສະຫວັນ​ແລະ​ສະຫວັນ​ທີ່​ສູງສຸດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້; ສະນັ້ນ ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ນີ້​ຈະ​ໃຫຍ່​ພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ພຣະເຈົ້າຢາເວ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ພຣະເຈົ້າຢາເວ​ປະທັບ​ເທິງ​ພຣະ​ບັນລັງ ຢູ່​ໃນ​ສະຫວັນ ພຣະອົງ​ເຝົ້າເບິ່ງ​ມະນຸດ​ທຸກແຫ່ງ​ທຸກຫົນ ແລະ​ທັງ​ຮູ້ວ່າ​ຄົນ​ກຳລັງ​ເຮັດ​ຫຍັງ​ຢູ່​ດ້ວຍ.


ພວກເຮົາ​ກ່າວ​ວ່າ, “ຈົ່ງ​ໄປ​ທີ່​ຜາສາດ​ຂອງ​ພຣະອົງ ໃຫ້​ເຮົາ​ພາກັນ​ຂາບລົງ​ນະມັດສະການ​ຕໍ່ໜ້າ​ພຣະ​ບັນລັງ​ຂອງ​ພຣະອົງ.”


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ທີ່​ເນີນພູ​ສັກສິດ​ຂອງ​ພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເປັນ​ອົງ​ບໍຣິສຸດ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ໄມ້​ສົນສີດາ ໄມ້ແປກ ທັງ​ແປກເທດ​ໃນ​ປ່າ​ເລບານອນ ຈະ​ຖືກ​ນຳ​ມາ​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ເພື່ອ​ເຮັດ​ໃຫ້​ວິຫານ​ຂອງເຮົາ​ສວຍສົດ​ງົດງາມ ແລະ​ເພື່ອ​ໃຫ້​ພຣະ​ນະຄອນ​ມີ​ສະຫງ່າຣາສີ​ດ້ວຍ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ຫລົບລີ້​ຈາກ​ສາຍຕາ​ຂອງເຮົາ​ໄປ​ໄດ້. ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ເຮົາ​ຢູ່​ທຸກໆ​ບ່ອນ​ທັງ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ບອກ​ພວກເຈົ້າ​ວ່າ ຢູ່​ທີ່​ນີ້​ມີ​ສິ່ງ​ໜຶ່ງ​ຍິ່ງໃຫຍ່​ກວ່າ​ພຣະວິຫານ​ອີກ.


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ​ບໍ່ແມ່ນ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້ ຈະ​ຖືກ​ທຳລາຍ​ລົງ​ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”


ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ໂລກ​ກັບ​ສິ່ງ​ທັງປວງ ທີ່​ຢູ່​ໃນ​ໂລກ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ພຣະເຈົ້າ​ອົງ​ນີ້​ບໍ່ໄດ້​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka