ເອຊາຢາ 65:3 - ພຣະຄຳພີສັກສິ3 ພວກເຂົາສືບຕໍ່ຍົວະເຮົາໃຫ້ໂກດຮ້າຍຢ່າງໜ້າອັບອາຍຫລາຍທີ່ສຸດ. ພວກເຂົາຖວາຍເຄື່ອງບູຊາແບບຄົນຕ່າງຊາດໃນສວນສັກສິດ ແລະເຜົາເຄື່ອງຫອມບູຊາເທິງແທ່ນຂອງພະຕ່າງຊາດ. Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.
ເຮົາໄດ້ນຳພວກເຂົາໄປສູ່ດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້. ເມື່ອພວກເຂົາໄດ້ເຫັນເນີນພູສູງ ແລະຕົ້ນໄມ້ໃບຂຽວ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ສິ່ງເຫຼົ່ານັ້ນ. ພວກເຂົາເຮັດໃຫ້ເຮົາໂກດຮ້າຍດ້ວຍເຄື່ອງບູຊາຕ່າງໆທີ່ພວກເຂົາໄດ້ເຜົາ ແລະດ້ວຍເຫຼົ້າອະງຸ່ນທີ່ພວກເຂົາໄດ້ເທລົງເປັນເຄື່ອງບູຊາ.
ໂດຍຮູບເຄົາຣົບຂອງພວກເຂົານັ້ນ ພວກເຂົາແກ້ງເຮັດໃຫ້ເຮົາໂມໂຫ ໂດຍແກ້ງເຮັດໃຫ້ເຮົາຫຶງຫວງ ຕໍ່ສິ່ງທີ່ພວກເຂົາເອີ້ນວ່າພະຂອງເຂົາເຈົ້ານັ້ນ; ພະເກ້ໆເຫຼົ່ານັ້ນລ້ວນແຕ່ເປັນພະທຽມ ບໍ່ແມ່ນພຣະເຈົ້າແທ້ຈັກດີ້. ສະນັ້ນ ເຮົາຈຶ່ງຈະໃຊ້ຊາດໜຶ່ງມາເຮັດໃຫ້ ພວກເຂົາເຈົ້າເກີດໂມໂຫ; ເຮົາຈະເຮັດໃຫ້ພວກເຂົາເກີດອິດສາ ຊົນຊາດເບົາປັນຍານີ້.