Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 65:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ພ້ອມແລ້ວ ທີ່​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງເຮົາ. ເຮົາ​ພ້ອມແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ພົບ​ເຮົາ, ແຕ່​ພວກເຂົາ​ບໍ່ໄດ້​ພະຍາຍາມ​ເລີຍ. ຊົນຊາດ​ນີ້​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ພ້ອມແລ້ວ​ທີ່​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ຢູ່​ທີ່​ນີ້ ເຮົາ​ຈະ​ຊ່ວຍ​ພວກເຈົ້າ.’

Uka jalj uñjjattʼäta Copia luraña




ເອຊາຢາ 65:1
20 Jak'a apnaqawi uñst'ayäwi  

ເພິ່ນ​ຫລຽວ​ໄປມາ​ເລີຍ​ເຫັນ​ຂ້ານ້ອຍ ຈຶ່ງ​ເອີ້ນ​ໃສ່​ຂ້ານ້ອຍ ຂ້ານ້ອຍ​ໄດ້​ຕອບ​ເພິ່ນ​ວ່າ, ‘ໂດຍ ທ່ານເອີຍ.’


ທຸກ​ມູມໂລກ ທຸກ​ຊົນຊາດ​ຈະ​ຄິດເຖິງ​ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ທຸກ​ເຊື້ອຊາດ​ພາສາ​ຈະ​ນະມັດສະການ​ພຣະອົງ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຂຶ້ນ​ໄປ​ເທິງ​ພູສູງ ຈົ່ງ​ພາກັນ​ໄປ​ປະກາດ​ຂ່າວດີ​ຢູ່​ທີ່ນັ້ນ​ເຖີດ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ດັງໆ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ປະກາດ​ຂ່າວດີ ຢ່າ​ຢ້ານກົວ​ສິ່ງ​ໃດໆ​ທັງນັ້ນ. ຈົ່ງ​ບອກ​ເມືອງ​ຕ່າງໆ​ຂອງ​ຊາວ​ຢູດາຍ ວ່າ​ພຣະເຈົ້າ​ຂອງ​ພວກເຂົາ​ກຳລັງ​ສະເດັດ​ມາຮອດ.


ເຮົາ​ເປັນ​ຜູ້ຕົ້ນ​ບອກ​ຂ່າວ​ນີ້​ແກ່​ພູເຂົາ​ຊີໂອນ​ວ່າ ເຮົາ​ໃຊ້​ຜູ້ນຳຂ່າວ​ມາ​ບອກ​ນະຄອນ​ເຢຣູຊາເລັມ​ໃຫ້​ຮູ້ ວ່າ ‘ປະຊາຊົນ​ຂອງເຈົ້າ ພວກເຂົາ​ກຳລັງ​ມາ ພວກເຂົາ​ກຳລັງ​ພາກັນ​ກັບຄືນ​ເມືອ​ບ້ານ’


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


ຊາວ​ໂລກ​ທັງ​ໂລກ ຈົ່ງ​ກັບ​ມາ​ຫາ​ເຮົາ ເຮົາ​ເທົ່ານັ້ນ​ຄື​ພຣະເຈົ້າ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ບັດນີ້ ເຈົ້າ​ຈະ​ເອີ້ນ​ຊົນຊາດ​ຕ່າງດ້າວ​ທັງຫລາຍ ຊຶ່ງ​ໃນ​ເວລາ​ໜຶ່ງ​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ ແຕ່​ບັດນີ້ ພວກເຂົາ​ຈະ​ແລ່ນ​ມາ​ຫາ​ເຈົ້າ ເພື່ອ​ຂໍ​ຮ່ວມເຂົ້າ​ກັບ​ເຈົ້າ​ໃດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເພາະ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ໃຫ້​ເຈົ້າ​ມີ​ສະຫງ່າຣາສີ​ແລະ​ກຽດຕິຍົດ.”


ພຣະອົງ​ເຮັດ​ຕໍ່​ພວກ​ຂ້ານ້ອຍ ດັ່ງ​ບໍ່ແມ່ນ​ຜູ້ປົກຄອງ​ຂອງ​ພວກ​ຂ້ານ້ອຍ ແລະ​ດັ່ງ​ພວກ​ຂ້ານ້ອຍ​ບໍ່ແມ່ນ​ປະຊາຊົນ​ຂອງ​ພຣະອົງ​ເລີຍ.


ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ​ເຈົ້າ​ແລ້ວ.”


ວັນ​ຕໍ່ມາ ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ມາ​ຫາ​ຕົນ ຈຶ່ງ​ກ່າວ​ຂຶ້ນ​ວ່າ, “ເບິ່ງແມ! ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຊົງ​ຮັບ​ເອົາ​ບາບກຳ​ຂອງ​ມະນຸດ​ສະໂລກ​ໄປ​ເສຍ


ຝ່າຍ​ເອຊາຢາ​ກ້າ​ກ່າວ​ວ່າ, “ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ສະແຫວງ​ຫາ​ເຮົາ​ ກໍ​ພົບ​ເຮົາ ແລະ​ເຮົາ​ກໍ​ໄດ້​ປາກົດ​ແກ່ ຜູ້​ທີ່​ບໍ່ໄດ້​ຖາມ​ຫາ​ເຮົາ.”


ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ຄົນຕ່າງຊາດ​ຜູ້​ທີ່​ບໍ່​ດິ້ນລົນ​ຫາ​ຄວາມ​ຊອບທຳ​ໃຫ້​ຕົນເອງ ກໍ​ຍັງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ຄື​ຄວາມ​ຊອບທຳ​ໂດຍ​ທາງ​ຄວາມເຊື່ອ,


ຄື​ເມື່ອ​ກ່ອນ​ນັ້ນ ເຈົ້າ​ທັງຫຼາຍ​ບໍ່ມີ​ຊາດ, ແຕ່​ບັດນີ້​ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເມື່ອ​ກ່ອນ​ພວກເຈົ້າ​ບໍ່ໄດ້​ຮັບ​ພຣະ​ກະລຸນາ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ຮັບ​ພຣະ​ກະລຸນາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka