ເອຊາຢາ 64:9 - ພຣະຄຳພີສັກສິ9 ຂ້າແດ່ພຣະເຈົ້າຢາເວ ຢ່າໄດ້ໂກດຮ້າຍພວກຂ້ານ້ອຍເກີນໄປ ຫລືຈົດຈຳການບາບຂອງພວກຂ້ານ້ອຍຕະຫລອດໄປເລີຍ. ພວກຂ້ານ້ອຍເປັນປະຊາຊົນຂອງພຣະອົງ ຈົ່ງເມດຕາພວກຂ້ານ້ອຍແດ່ທ້ອນ. Uka jalj uñjjattʼäta |
“ສຳລັບເຄື່ອງຖວາຍບູຊາຕ່າງໆທີ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຈົ້າ ແລະປະຊາຊົນໃນດິນແດນໄດ້ຖວາຍໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມນັ້ນ; ພວກເຈົ້າຄິດວ່າ ພຣະເຈົ້າຢາເວບໍ່ຮູ້ກ່ຽວກັບສິ່ງເຫຼົ່ານັ້ນບໍ? ພຣະອົງລືມໄລສິ່ງເຫຼົ່ານັ້ນຊັ້ນບໍ?
ຖ້າເຊື້ອສາຍຂອງເອຊາວ ຊາວເອໂດມ ເວົ້າວ່າ, “ຕົວເມືອງຕ່າງໆຂອງພວກເຮົາໄດ້ຖືກທຳລາຍ ແຕ່ພວກເຮົາຈະສ້າງເມືອງເຫຼົ່ານັ້ນຂຶ້ນໃໝ່.” ແລ້ວພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກໍຈະຕອບຄືນວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃໝ່ ແລະເຮົາຈະທຳລາຍລົງອີກ. ປະຊາຊົນຈະເອີ້ນມັນວ່າ, ‘ເມືອງເຄາະຮ້າຍ’ ແລະ ‘ຊົນຊາດທີ່ພຣະເຈົ້າຢາເວໂກດຮ້າຍຕະຫລອດໄປ.”’