8 ແຕ່ພຣະເຈົ້າຢາເວເອີຍ ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ພວກຂ້ານ້ອຍເປັນດິນໜຽວແລະພຣະອົງເປັນຊ່າງປັ້ນ. ພຣະອົງໄດ້ສ້າງພວກຂ້ານ້ອຍມາ
ເປັນການຖືກຕ້ອງແລ້ວຫລື ທີ່ພຣະອົງໂກດຮ້າຍເຊັ່ນນີ້? ຄືດູໝິ່ນນິນທາ ຜູ້ທີ່ພຣະອົງໄດ້ສ້າງຂຶ້ນມານັ້ນ? ແຕ່ຊົງຫົວເລາະພໍໃຈ ກັບແຜນການທັງຫລາຍຂອງຄົນຊົ່ວຮ້າຍ?
ຈົ່ງຮູ້ຈັກວ່າພຣະເຈົ້າຢາເວຄືພຣະເຈົ້າຜູ້ສ້າງພວກເຮົາ ພວກເຮົາເປັນໄພ່ພົນແລະຝູງແກະຂອງພຣະອົງ.
ພຣະອົງໄດ້ສ້າງຂ້ານ້ອຍທັງຮັກສາຂ້ານ້ອຍໃຫ້ປອດໄພ ຂໍຊົງໂຜດໃຫ້ຂ້ານ້ອຍເຂົ້າໃຈ ເພື່ອຮຽນຮູ້ເອົາກົດບັນຍັດຂອງພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະກະທຳທຸກສິ່ງຕາມທີ່ໄດ້ສັນຍາ ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ. ຂໍຈົ່ງດຳເນີນພຣະຣາຊກິດຂອງພຣະອົງໃຫ້ສຳເລັດຄົບຖ້ວນສາ ຊຶ່ງພຣະອົງໄດ້ເລີ່ມດ້ວຍສີມືຂອງພຣະອົງນັ້ນ.
ຂ້າແດ່ພຣະເຈົ້າ ເຫດໃດຈຶ່ງປະຖິ້ມຢ່າງນີ້? ຈະຄຽດຮ້າຍປະຊາຊົນຂອງພຣະອົງສືບໄປຫລືນີ້?
ຈົ່ງເຂົ້າມາກົ້ມຂາບນະມັດສະການພຣະອົງ ຄຸເຂົ່າລົງຕໍ່ໜ້າພຣະຜູ້ສ້າງຂອງພວກເຮົາ ຄືພຣະເຈົ້າຢາເວ.
ເປັນຫຍັງຈຶ່ງຈະເຮັດໃຫ້ຊາວເອຢິບຕ້ອງໄດ້ເວົ້າໃຫ້ພຣະອົງວ່າ ພຣະອົງໄດ້ນຳປະຊາຊົນຂອງພຣະອົງອອກມາ ກໍເພື່ອວາງແຜນຂ້າພວກເຂົາຢູ່ໃນເທິງພູນີ້ ໂດຍທຳລາຍພວກເຂົາໃຫ້ໝົດສິ້ນໄປ? ຂໍຢ່າຊົງໂກດຮ້າຍ ແລະຢ່າທຳລາຍປະຊາຊົນຂອງພຣະອົງ.
ແລ້ວເຈົ້າກໍຕ້ອງບອກກະສັດຟາໂຣວ່າ, ພຣະເຈົ້າຢາເວກ່າວດັ່ງນີ້: ‘ຊາດອິດສະຣາເອນເປັນລູກຊາຍກົກຂອງເຮົາ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະອວຍພອນພວກເຂົາວ່າ, “ເຮົາຈະອວຍພອນເຈົ້າ ເອຢິບປະຊາຊົນຂອງເຮົາ; ອັດຊີເຣຍ ຜູ້ທີ່ເຮົາໄດ້ສ້າງຂຶ້ນມາ ແລະອິດສະຣາເອນ ປະຊາຊົນທີ່ເຮົາໄດ້ເລືອກໄວ້.”
ພວກເຂົາປ່ຽນທຸກສິ່ງຈາກໜ້າມືເປັນຫລັງມື. ແມ່ນຫຍັງສຳຄັນກວ່າກັນ ຜູ້ປັ້ນໝໍ້ຫລືດິນດາກ? ສິ່ງທີ່ມະນຸດໄດ້ສ້າງຂຶ້ນນັ້ນເວົ້າກັບຜູ້ສ້າງໄດ້ບໍວ່າ, “ເຈົ້າບໍ່ໄດ້ສ້າງຂ້ອຍມາໃດ!” ຫລືເວົ້າກັບຜູ້ສ້າງໄດ້ບໍວ່າ, “ເຈົ້າບໍ່ຮູ້ດອກວ່າເຈົ້າກຳລັງເຮັດຫຍັງ?”
ແຕ່ເຮົາຍັງເປັນພຣະເຈົ້າຜູ້ຍົກບາບໃຫ້ເດີ ເຮົາເຮັດໄປກໍເພາະເຮົາເປັນຜູ້ເຮົາເປັນນັ້ນ. ເຮົາບໍ່ໄດ້ຈົດຈຳການບາບຂອງພວກເຈົ້າໃດ ເພື່ອນຳເອົາສິ່ງນັ້ນໄປຕໍ່ສູ້ພວກເຈົ້າ.
ຄືທຸກຄົນທີ່ຖືກເອີ້ນຕາມນາມຊື່ຂອງເຮົາ ແລະທີ່ເຮົາໄດ້ສ້າງພວກເຂົາເພື່ອເຜີຍສະຫງ່າຣາສີຂອງເຮົາ, ທີ່ເຮົາໄດ້ສ້າງແລະໄດ້ກະທຳໄວ້.”
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຢາໂຄບເອີຍ ຈົ່ງພາກັນຈົດຈຳເລື່ອງນີ້. ອິດສະຣາເອນເອີຍ ພວກເຈົ້າເປັນຜູ້ຮັບໃຊ້ຂອງເຮົາ ເຮົາໄດ້ສ້າງເຈົ້າ ເພື່ອເປັນຜູ້ຮັບໃຊ້ຂອງເຮົາ; ອິດສະຣາເອນເອີຍ ເຮົາຈະບໍ່ລືມໄລເຈົ້າຈັກເທື່ອ.
“ພຣະເຈົ້າຢາເວ ພຣະຜູ້ໄຖ່ຂອງເຈົ້າກ່າວວ່າ: ແມ່ນເຮົາທີ່ເປັນຜູ້ໄດ້ສ້າງເຈົ້າ ເຮົາຄືພຣະເຈົ້າຢາເວທີ່ສ້າງສັບພະທຸກສິ່ງທັງຫລາຍ ແມ່ນເຮົາແຕ່ຜູ້ດຽວທີ່ໄດ້ກາງຟ້າສະຫວັນອອກ. ເມື່ອເຮົາໄດ້ສ້າງແຜ່ນດິນໂລກຂຶ້ນມາ ບໍ່ມີຜູ້ໃດເລີຍທີ່ໄດ້ຊ່ວຍເຫລືອເຮົາ.
ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ ແມ່ນຜູ້ທີ່ຈັດຕຽມຮູບຮ່າງຂອງອະນາຄົດກ່າວວ່າ, “ເຈົ້າບໍ່ມີສິດສອບຖາມເຖິງລູກໆຂອງເຮົາ ຫລືບອກເຮົາວ່າຄວນຈະເຮັດແນວໃດແດ່
ໝໍ້ດິນຈະກ້າໂຕ້ແຍ້ງກັບຊ່າງປັ້ນໝໍ້ໄດ້ບໍ? ໝໍ້ດິນໜ່ວຍໜຶ່ງກໍເປັນດັ່ງໝໍ້ດິນໜ່ວຍອື່ນໆ ດິນດາກຖາມຊ່າງປັ້ນໝໍ້ວ່າເຮັດຫຍັງຢູ່ໄດ້ບໍ? ໝໍ້ດິນຈົ່ມໃຫ້ຊ່າງປັ້ນໝໍ້ວ່າບໍ່ໄດ້ເລື່ອງໄດ້ບໍ່?
ເຮົາໄດ້ໃຫ້ຊີວິດແກ່ປະຊາຊົນຂອງເຮົາ ແລະເຮົາຈະບໍ່ສືບຕໍ່ກ່າວຫາຫລືໂກດຮ້າຍພວກເຂົາຕະຫລອດໄປ.
ປະຊາຊົນຂອງເຈົ້າຈະເຮັດສິ່ງຖືກຕ້ອງທັງໝົດ ແລະໄດ້ເປັນເຈົ້າຂອງດິນແດນສືບໄປເປັນນິດ. ເຮົາໄດ້ປູກພວກເຂົາໄວ້ແລະເຮົາໄດ້ສ້າງພວກເຂົາຂຶ້ນມາ ເພື່ອເຜີຍຄວາມຍິ່ງໃຫຍ່ຂອງເຮົາໃຫ້ໂລກໄດ້ຮູ້.
ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ອັບຣາຮາມແລະຢາໂຄບ ບັນພະບຸລຸດຂອງພວກຂ້ານ້ອຍບໍ່ຍອມຮັບຮູ້ພວກຂ້ານ້ອຍ; ແຕ່ພຣະອົງຄືພຣະເຈົ້າຢາເວເປັນພຣະບິດາຂອງພວກຂ້ານ້ອຍ ນາມຊື່ຂອງພຣະອົງແມ່ນພຣະຜູ້ໄຖ່ຂອງພວກຂ້ານ້ອຍຕະຫລອດມາ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ພວກເຂົາເປັນປະຊາຊົນຂອງເຮົາ; ພວກເຂົາຈະບໍ່ຫລອກລວງເຮົາ.”
ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ”
ປະຊາຊົນຈະກັບມາດ້ວຍນໍ້າຕາຫລັ່ງໄຫລ ໂດຍພາວັນນາອະທິຖານຕໍ່ເຮົາໃຫ້ນຳພວກເຂົາຄືນເມືອບ້ານ. ເຮົາຈະນຳພວກເຂົາໄປສູ່ຫ້ວຍນໍ້າທີ່ຫລັ່ງໄຫລ ຕາມທາງພຽງທີ່ພວກເຂົາຈະບໍ່ຕໍາສະດຸດໄດ້. ເຮົາເປັນດັ່ງພໍ່ຜູ້ໜຶ່ງຂອງຊາດອິດສະຣາເອນ ເອຟຣາອິມກໍເປັນລູກຊາຍກົກຂອງເຮົາດ້ວຍ.”
ປະຊາຊົນອິດສະຣາເອນຈະມີຫລາຍດັ່ງເມັດຊາຍໃນແຄມທະເລ ຊຶ່ງເກີນທີ່ຈະນັບ ຫລືຕັກຕວງໄດ້. ບັດນີ້ ພຣະເຈົ້າກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ” ແຕ່ໃນວັນໜຶ່ງ ພຣະອົງຈະກ່າວແກ່ພວກເຂົາວ່າ, “ພວກເຈົ້າເປັນລູກຂອງພຣະເຈົ້າອົງຊົງພຣະຊົນຢູ່.”
ພວກເຮົາທຸກຄົນມີພຣະບິດາອົງດຽວກັນບໍ່ແມ່ນບໍ? ບໍ່ແມ່ນພຣະເຈົ້າອົງດຽວກັນບໍ ທີ່ສ້າງພວກເຮົາທຸກຄົນ? ດ້ວຍເຫດໃດພວກເຮົາຈຶ່ງລະເມີດຄຳສັນຍາ ທີ່ພວກເຮົາມີຕໍ່ກັນແລະກັນ; ດ້ວຍເຫດໃດພວກເຮົາຈຶ່ງໝິ່ນປະໝາດພັນທະສັນຍາ ທີ່ພຣະເຈົ້າໄດ້ເຮັດກັບປູ່ຍ່າຕາຍາຍຂອງພວກເຮົາ?
ພວກເຈົ້າເຮັດໃນສິ່ງທີ່ພໍ່ຂອງພວກເຈົ້າໄດ້ເຮັດ.” ພວກເຂົາຕອບວ່າ, “ເຮົາມີພຣະບິດາພຽງອົງດຽວຄືພຣະເຈົ້າ ແລະພວກເຮົາເປັນລູກແທ້ໆຂອງພຣະອົງ.”
ເພາະວ່າເຈົ້າທັງຫລາຍກໍເປັນບຸດຂອງພຣະເຈົ້າ ຮ່ວມໃນພຣະຄຣິດເຈົ້າເຢຊູໂດຍທາງຄວາມເຊື່ອ.
ຖ້າພວກເຈົ້າເປັນຄົນຂອງພຣະຄຣິດແລ້ວ ພວກເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ ຄືເປັນຜູ້ໄດ້ຮັບມໍຣະດົກຕາມພຣະສັນຍາ.
ເພາະວ່າ ເຮົາທັງຫລາຍເປັນສີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງໜ້າໄວ້ກ່ອນແລ້ວ ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ.
ປະຊາຊົນທີ່ໂງ່ຈ້າ ແລະເບົາປັນຍາເອີຍ ພວກເຈົ້າຄວນເຮັດວິທີນີ້ບໍ ກັບພຣະເຈົ້າຢາເວ? ພຣະອົງເປັນບິດາຂອງພວກເຈົ້າ ແລະທັງເປັນຜູ້ສ້າງພວກເຈົ້າມາ ທັງດູແລແລະຮັກສາ ຈົນພວກເຈົ້າກາຍເປັນຊາດໜຶ່ງ.
ເຖິງຢ່າງໃດກໍດີ ປະຊາຊົນເຫຼົ່ານີ້ແມ່ນພຣະອົງເອງທີ່ໄດ້ເລືອກເອົາໃຫ້ເປັນຂອງພຣະອົງ ແລະແມ່ນພວກທີ່ພຣະອົງໄດ້ນຳພາໃຫ້ອອກມາດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະດ້ວຍແຂນອັນຊົງຣິດເດດຂອງພຣະອົງ.”’