Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 64:7 - ພຣະຄຳພີສັກສິ

7 ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ເອຊາຢາ 64:7
27 Jak'a apnaqawi uñst'ayäwi  

ຈົ່ງ​ຈົດຈຳ​ວ່າ​ພຣະອົງ​ສ້າງ​ຂ້ານ້ອຍ​ແຕ່​ດິນ​ໜຽວ ພຣະອົງ​ຂ້ຽວ​ຢຽບ​ຂ້ານ້ອຍ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ອີກ​ຫລືນີ້?


ລູກໆ​ຂອງ​ເຈົ້າ​ອາດ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ດັ່ງນັ້ນ ພຣະອົງ​ຈຶ່ງ​ໃສ່​ໂທດ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.


ຈົ່ງ​ຮູ້ຈັກ​ວ່າ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ຜູ້​ສ້າງ​ພວກເຮົາ ພວກເຮົາ​ເປັນ​ໄພ່ພົນ​ແລະ​ຝູງແກະ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ຖາມ​ວ່າ, “ພວກເຂົາ​ບໍ່ມີ​ປັນຍາ​ຫລືນີ້? ຄົນຊົ່ວຊ້າ​ເຫຼົ່ານີ້​ໂງ່ຈ້າ​ກັນ​ໝົດ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ເພື່ອ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ເຮົາ​ຈັກເທື່ອ.”


ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຕ້ອງ​ໄດ້​ເວົ້າ​ໃຫ້​ພຣະອົງ​ວ່າ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ ກໍ​ເພື່ອ​ວາງແຜນ​ຂ້າ​ພວກເຂົາ​ຢູ່​ໃນ​ເທິງ​ພູ​ນີ້ ໂດຍ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ສິ້ນ​ໄປ? ຂໍ​ຢ່າ​ຊົງ​ໂກດຮ້າຍ ແລະ​ຢ່າ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ.


ເມື່ອ​ພວກເຈົ້າ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຫລຽວເບິ່ງ​ພວກເຈົ້າ. ແມ່ນ​ວ່າ​ພວກເຈົ້າ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ກໍຕາມ ເຮົາ​ກໍ​ຈະ​ບໍ່​ຟັງ​ເພາະ​ມື​ພວກເຈົ້າ​ເປິເປື້ອນ​ດ້ວຍ​ເລືອດ.


ແຕ່​ຖ້າ​ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ຂອງເຮົາ ຕ້ອງການ​ໃຫ້​ເຮົາ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ ຈົ່ງ​ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ​ສາ. ຖືກ​ແລ້ວ ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ.”


ໝໍ້ດິນ​ຈະ​ກ້າ​ໂຕ້ແຍ້ງ​ກັບ​ຊ່າງ​ປັ້ນໝໍ້​ໄດ້​ບໍ? ໝໍ້ດິນ​ໜ່ວຍ​ໜຶ່ງ​ກໍ​ເປັນ​ດັ່ງ​ໝໍ້ດິນ​ໜ່ວຍ​ອື່ນໆ ດິນດາກ​ຖາມ​ຊ່າງ​ປັ້ນໝໍ້​ວ່າ​ເຮັດ​ຫຍັງ​ຢູ່​ໄດ້​ບໍ? ໝໍ້ດິນ​ຈົ່ມ​ໃຫ້​ຊ່າງ​ປັ້ນໝໍ້​ວ່າ​ບໍ່ໄດ້​ເລື່ອງ​ໄດ້​ບໍ່?


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ແກ່​ລາວ​ວ່າ, “ຖ້າ​ເຈົ້າ​ໃຫ້ກຽດ​ເຮົາ​ໂດຍ​ຢຶດຖື​ວັນ​ຊະບາໂຕ ແລະ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ພໍໃຈ ຕະຫລອດ​ທັງ​ຮັກສາ​ພັນທະສັນຍາ​ຂອງເຮົາ​ຢ່າງ​ສັດຊື່


ເຮົາ​ໂກດຮ້າຍ​ພວກເຂົາ ເພາະ​ການບາບ​ແລະ​ຄວາມ​ໂລບມາກ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງໂທດ​ແລະ​ປະຖິ້ມ​ພວກເຂົາ. ແຕ່​ພວກເຂົາ​ຍັງ​ດື້ດ້ານ​ແລະ​ສືບຕໍ່​ເຮັດ​ຕາມ​ວິຖີ​ທາງ​ຂອງຕົນ​ຢູ່.


ພຣະອົງ​ບໍ່​ພໍໃຈ​ຫລາຍ ທີ່​ເຫັນ​ຄົນ​ຖືກ​ກົດຂີ່​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ໃນ​ທີ່ນັ້ນ. ດັ່ງນັ້ນ ພຣະອົງ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ​ພວກເຂົາ ເພື່ອ​ຊີງ​ເອົາ​ໄຊຊະນະ.


ເພາະ​ການບາບ​ຂອງ​ພວກເຈົ້າ​ເອງ ພຣະອົງ​ຈຶ່ງ​ບໍ່ໄດ້ຍິນ​ພວກເຈົ້າ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ. ເມື່ອ​ພວກເຈົ້າ​ພະຍາຍາມ​ນະມັດສະການ​ພຣະເຈົ້າ ແມ່ນ​ການບາບ​ຂອງ​ພວກເຈົ້າ​ນັ້ນແຫລະ ທີ່​ແຍກ​ພວກເຈົ້າ​ຈາກ​ພຣະອົງ.


ພວກເຈົ້າ​ໄປ​ສານ​ແຕ່​ຄວາມ​ຍຸດຕິທຳ​ຈະ​ບໍ່​ຢູ່​ຝ່າຍ​ພວກເຈົ້າ ເພາະ​ພວກເຈົ້າ​ເວົ້າ​ຕົວະ​ເພື່ອ​ເອົາ​ຊະນະ​ຄະດີ. ພວກເຈົ້າ​ໃຊ້​ອຸບາຍ​ເພື່ອ​ທຳຮ້າຍ​ຄົນອື່ນ.


ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ອັບຣາຮາມ​ແລະ​ຢາໂຄບ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ຍອມ​ຮັບຮູ້​ພວກ​ຂ້ານ້ອຍ; ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ນາມຊື່​ຂອງ​ພຣະອົງ​ແມ່ນ​ພຣະຜູ້ໄຖ່​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ມາ.


ເພາະ​ເຫດ​ນີ້​ແຫຼະ ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ຫລອມ​ປະຊາຊົນ​ຂອງເຮົາ ດັ່ງ​ທີ່​ເຮົາ​ຫລອມ​ໂລຫະ ແລະ​ໃຫ້​ພວກເຂົາ​ປະເຊີນ​ກັບ​ການ​ທົດລອງ ມີ​ຫຍັງ​ແດ່​ທີ່​ຊ່ວຍເຫລືອ ເມື່ອ​ພວກເຂົາ​ມັກ​ເຮັດ​ຊົ່ວ?


ເຮົາ​ໄດ້​ຊອກ​ຫາ​ບາງຄົນ​ທີ່​ສາມາດ​ກໍ່​ກຳແພງ​ຂຶ້ນ ຄື​ຜູ້​ທີ່​ສາມາດ​ຢືນ​ຢູ່​ໃນ​ບ່ອນ​ກຳແພງ​ເພພັງ ແລະ​ປ້ອງກັນ​ດິນແດນ ເມື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ມາ​ທຳລາຍ​ເມືອງ ແຕ່​ເຮົາ​ກໍ​ຫາ​ບໍ່ໄດ້.


ບັດນີ້ ຈົ່ງ​ຕັ້ງ​ໝໍ້ຂາງ​ທອງສຳຣິດ​ໃສ່​ເທິງ​ຖ່ານໄຟ ແລະ​ໃຫ້​ໝໍ້ຂາງ​ຮ້ອນ​ຈົນ​ມັນ​ແດງ. ແລ້ວ​ໝໍ້​ນັ້ນ​ກໍ​ຈະ​ສະອາດ​ອີກ ຫລັງຈາກ​ທີ່​ຂີ້ໝ້ຽງ​ໄດ້​ໄໝ້​ໝົດ​ແລ້ວ


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ພວກເຂົາ​ໄດ້​ຂ້າ​ພວກ​ຜູ້ປົກຄອງ​ຂອງຕົນ ດ້ວຍ​ຄວາມ​ຮ້ອນຈັດ​ແຫ່ງ​ການ​ໂກດຮ້າຍ. ບັນດາ​ກະສັດ​ຂອງ​ພວກເຂົາ​ຖືກ​ລອບ​ສັງຫານ​ຕໍ່ເນື່ອງ​ກັນ; ແຕ່​ບໍ່ມີ​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ໃຫ້​ເຮົາ​ຊ່ວຍເຫລືອ.”


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


ພວກເຮົາ​ທຸກຄົນ​ມີ​ພຣະບິດາ​ອົງ​ດຽວກັນ​ບໍ່ແມ່ນ​ບໍ? ບໍ່ແມ່ນ​ພຣະເຈົ້າ​ອົງ​ດຽວກັນ​ບໍ ທີ່​ສ້າງ​ພວກເຮົາ​ທຸກຄົນ? ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ລະເມີດ​ຄຳສັນຍາ ທີ່​ພວກເຮົາ​ມີ​ຕໍ່​ກັນແລະກັນ; ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ໝິ່ນປະໝາດ​ພັນທະສັນຍາ ທີ່​ພຣະເຈົ້າ​ໄດ້​ເຮັດ​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka