ເອຊາຢາ 64:6 - ພຣະຄຳພີສັກສິ6 ພວກຂ້ານ້ອຍທຸກຄົນເປັນຄົນບາບໝົດ; ແມ່ນແຕ່ການເຮັດທີ່ດີທີ່ສຸດຂອງພວກຂ້ານ້ອຍກໍຍັງເປິເປື້ອນ. ເພາະການບາບ ພວກຂ້ານ້ອຍຈຶ່ງເປັນດັ່ງໃບໄມ້ຫ່ຽວແຫ້ງແລະຖືກລົມພັດໄປ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.
ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ.
ຂ້າພະເຈົ້າເວົ້າຂຶ້ນວ່າ, “ຂ້ານ້ອຍໝົດຫວັງສາແລ້ວ ເຄາະກຳເປັນຂອງຂ້ານ້ອຍສາແລ້ວ ຍ້ອນຄຳເວົ້າທຸກຄຳທີ່ອອກຈາກປາກຂອງຂ້ານ້ອຍນັ້ນລ້ວນແຕ່ຊົ່ວມົວໝອງ ຂ້ານ້ອຍໄດ້ອາໄສຢູ່ນຳຊົນຊາດທີ່ເວົ້າແຕ່ສິ່ງຊົ່ວຊ້າ. ບັດນີ້ຂ້ານ້ອຍໄດ້ເຫັນກະສັດ ຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກັບຕາຂອງຂ້ານ້ອຍເອງແລ້ວ.”