ເອຊາຢາ 64:5 - ພຣະຄຳພີສັກສິ5 ພຣະອົງຕ້ອນຮັບຄົນທີ່ພົບຄວາມຊົມຊື່ນຍິນດີເພາະເຮັດສິ່ງທີ່ຖືກຕ້ອງ ຄືຜູ້ທີ່ຈົດຈຳວ່າພຣະອົງຢາກໃຫ້ພວກເຂົາດຳເນີນຊີວິດຢ່າງໃດ. ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍ ແຕ່ພວກຂ້ານ້ອຍກໍຍັງເຮັດບາບຕໍ່ໄປ; ເຖິງແມ່ນວ່າ ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍຫຼາຍກໍຕາມ ພວກຂ້ານ້ອຍກໍຍັງສືບຕໍ່ເຮັດບາບຕັ້ງແຕ່ສະໄໝບູຮານມາ. Uka jalj uñjjattʼäta |
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.