ເອຊາຢາ 64:4 - ພຣະຄຳພີສັກສິ4 ບໍ່ມີຜູ້ໃດເຄີຍໄດ້ເຫັນ ແລະເຄີຍໄດ້ຍິນເຖິງພຣະເຈົ້າດັ່ງພຣະອົງ ຄືອົງທີ່ໄດ້ເຮັດພາລະກິດເຊັ່ນນີ້ສຳລັບຄົນທີ່ມອບຄວາມຫວັງໄວ້ກັບພຣະອົງ. Uka jalj uñjjattʼäta |
ພວກຂ້ານ້ອຍທີ່ເປັນປະຊາຊົນຂອງພຣະອົງໄດ້ເຮັດບາບຢ່າງໃຫຍ່ຫລວງ ຕັ້ງແຕ່ສະໄໝປູ່ຍ່າຕາຍາຍຂອງພວກຂ້ານ້ອຍຈົນມາເຖິງປັດຈຸບັນນີ້. ຍ້ອນບາບຂອງພວກຂ້ານ້ອຍ, ບັນດາກະສັດແລະບັນດາປະໂຣຫິດຂອງພວກຂ້ານ້ອຍ ຈຶ່ງໄດ້ຕົກຢູ່ໃນອຳນາດຂອງກະສັດຕ່າງຊາດ. ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຖືກຂ້າ, ຖືກປຸ້ນ ແລະຖືກຈັບໄປເປັນຊະເລີຍ. ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຂາຍໜ້າທີ່ສຸດ ແລະກໍຍັງອັບອາຍຢູ່ເທົ່າທຸກວັນນີ້.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.