Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 64:12 - ພຣະຄຳພີສັກສິ

12 ຂ້າແດ່​ພຣະເຈົ້າຢາເວ ສິ່ງ​ທັງໝົດ​ເຫຼົ່ານີ້​ບໍ່ໄດ້​ເຮັດ​ໃຫ້​ພຣະອົງ​ເມດຕາ​ພວກ​ຂ້ານ້ອຍ​ແດ່​ບໍ? ພຣະອົງ​ບໍ່​ດຳເນີນການ​ຫຍັງ ແລະ​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ຮັບ​ທຸກ ເກີນກວ່າ​ທີ່​ພວກ​ຂ້ານ້ອຍ​ຈະ​ທົນ​ໄດ້​ຢູ່​ຢ່າງນີ້​ຕໍ່ໄປ​ບໍ?

Uka jalj uñjjattʼäta Copia luraña




ເອຊາຢາ 64:12
12 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ເຫດໃດ​ພຣະອົງ​ຈຶ່ງ​ຢູ່​ຫ່າງໄກ? ແລະ​ຫລົບຊ່ອນ​ພຣະອົງ​ເມື່ອ​ພວກ​ຂ້ານ້ອຍ​ຍາກ​ລຳບາກ?


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໂກດຮ້າຍ​ພວກ​ຂ້ານ້ອຍ​ຕະຫຼອດໄປ​ບໍ? ສິ່ງນັ້ນ​ຈະ​ເປັນ​ໄຟ​ເຜົາຜານ​ສືບ​ຕໍ່ໄປ​ຫລືນີ້?


ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ສືບຕໍ່​ມິດງຽບ ຂໍ​ຢ່າ​ເມີນເສີຍ​ແລະ​ຢ່າ​ມິດ​ຢູ່


ພຣະເຈົ້າ​ກ່າວ​ວ່າ, “ດົນແລ້ວ​ທີ່​ເຮົາ​ມິດງຽບ ເຮົາ​ບໍ່​ຕອບ​ສິ່ງ​ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຂໍຮ້ອງ. ແຕ່​ບັດນີ້ ເວລາ​ທີ່​ດຳເນີນການ​ກໍໄດ້​ມາເຖິງ​ແລ້ວ ເຮົາ​ຮ້ອງ​ອອກ​ມາ​ດັ່ງ​ຍິງ​ຖືພາ​ກຳລັງ​ຈະ​ຄອດ​ລູກ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ສະຫວັນ​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່​ໃນ​ຄວາມ​ບໍຣິສຸດ ແລະ​ໃນ​ສະຫງ່າຣາສີ​ນັ້ນ ຈົ່ງ​ແນມ​ລົງ​ມາເບິ່ງ​ພວກ​ຂ້ານ້ອຍ​ທັງຫລາຍ​ແດ່ທ້ອນ. ຄວາມ​ຫ່ວງໃຍ​ອັນ​ໃຫຍ່ຫລວງ​ທີ່​ພຣະອົງ​ມີ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ຢູ່​ໃສ? ຣິດອຳນາດ​ຂອງ​ພຣະອົງ​ໄປ​ໃສ​ແລ້ວ? ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ​ຢູ່​ໃສ​ແລ້ວ? ຢ່າ​ເມີນເສີຍ​ຕໍ່​ພວກ​ຂ້ານ້ອຍ​ເລີຍ.


ເຮົາ​ຕັດສິນໃຈ​ລົງໂທດ​ພວກເຂົາ​ແລ້ວ ແລະ​ໂທດກຳ​ຂອງ​ພວກເຂົາ​ນັ້ນ​ກໍ​ບັນທຶກ​ໄວ້​ແລ້ວ. ເຮົາ​ຈະ​ບໍ່​ເບິ່ງ​ຂ້າມ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ໄດ້​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ຂອງ​ຢູດາຍ​ເຖິງ​ເຈັດສິບ​ປີ​ແລ້ວ. ຈະ​ຍັງ​ອີກ​ດົນນານ​ປານໃດ ກ່ອນ​ທີ່​ພຣະອົງ​ຈະ​ໂຜດ​ເມດຕາ​ພວກເຂົາ?”


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka