ເອຊາຢາ 64:11 - ພຣະຄຳພີສັກສິ11 ແລະພຣະວິຫານຂອງພວກຂ້ານ້ອຍ ຄືສະຖານທີ່ອັນສັກສິດແລະສວຍງາມ ບ່ອນທີ່ບັນພະບຸລຸດຂອງພວກຂ້ານ້ອຍໄດ້ສັນລະເສີນພຣະອົງນັ້ນ ກໍຖືກໄຟທຳລາຍ. ສະຖານທີ່ຕ່າງໆທີ່ພວກຂ້ານ້ອຍຮັກຫວງ ກໍເປັນບ່ອນຮົກຮ້າງເພພັງໄປໝົດ. Uka jalj uñjjattʼäta |
ບັນດາປະໂຣຫິດໄດ້ຢືນປະຈຳບ່ອນທີ່ຖືກມອບໝາຍໃຫ້ ແລະຊື່ໜ້າພວກເຂົາແມ່ນຊາວເລວີທີ່ກຳລັງສັນລະເສີນພຣະເຈົ້າຢາເວ ດ້ວຍເຄື່ອງດົນຕຼີຊຶ່ງກະສັດດາວິດໄດ້ຈັດຫາໃຫ້ເພື່ອຮ້ອງເພງໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວ ເພາະຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ ຕາມທີ່ກະສັດດາວິດໄດ້ມອບໝາຍໃຫ້. ໃນຂະນະທີ່ປະຊາຊົນທັງໝົດໄດ້ຢືນຢູ່ນັ້ນ ພວກປະໂຣຫິດກໍໄດ້ພາກັນເປົ່າແກ.
ແກ່ພວກເຈົ້າຊາວອິດສະຣາເອນວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ເຮົາຈະເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ຍ້ອນພວກເຈົ້າພາກພູມໃຈເຖິງຄວາມໝັ້ນຄົງຂອງພຣະວິຫານ. ພວກເຈົ້າມັກຈະແນມເບິ່ງພຣະວິຫານນັ້ນ ແລະມັກຈະເຂົ້າໄປໃນທີ່ນັ້ນ; ພວກລູກຊາຍຍິງຂອງພວກເຈົ້າທີ່ເຫຼືອຢູ່ໃນນະຄອນເຢຣູຊາເລັມ ຈະຖືກຂ້າໃນສົງຄາມ.