Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 64:10 - ພຣະຄຳພີສັກສິ

10 ເມືອງ​ອັນ​ສັກສິດ​ຂອງ​ພຣະອົງ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ນະຄອນ​ເຢຣູຊາເລັມ​ຮົກຮ້າງ​ເພພັງ

Uka jalj uñjjattʼäta Copia luraña




ເອຊາຢາ 64:10
22 Jak'a apnaqawi uñst'ayäwi  

ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ


ສີ່ພັນ​ຄົນ ໃຫ້​ເຮັດ​ໜ້າທີ່​ເຝົ້າຍາມ​ປະຕູ ແລະ​ອີກ​ສີ່ພັນ​ຄົນ ສຳລັບ​ສັນລະເສີນ​ພຣະເຈົ້າຢາເວ​ໂດຍ​ໃຊ້​ເຄື່ອງ​ດົນຕຼີ ທີ່​ກະສັດ​ດາວິດ​ໄດ້​ຈັດຫາ​ໄວ້​ສຳລັບ​ສັນລະເສີນ​ໂດຍ​ສະເພາະ.


ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.


ແຕ່​ເຖິງ​ປານນັ້ນ ພວກເຈົ້າ​ກໍ​ຍັງ​ພູມໃຈ​ໃນ​ຕົວເອງ ວ່າ​ເປັນ​ໄພ່ພົນ​ແຫ່ງ​ນະຄອນ​ບໍຣິສຸດ​ຂອງ​ພຣະເຈົ້າ ວ່າ​ຕົນ​ສຸດຂາດ​ນຳ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຄື​ພຣະນາມ​ຂອງ​ພຣະອົງ.


ຈົ່ງ​ເຂັ້ມແຂງ​ຍິ່ງໃຫຍ່​ອີກ​ນະຄອນ​ເຢຣູຊາເລັມ​ເອີຍ ພຣະ​ນະຄອນ​ສັກສິດ ຈົ່ງ​ສວມ​ພຣະ​ສະຫງ່າຣາສີ​ເຖີດ ພວກ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ເປັນ​ມົນທິນ ຈະ​ບໍ່ໄດ້​ເຂົ້າ​ທີ່​ປະຕູ​ເມືອງ​ຂອງເຈົ້າ​ອີກ​ຈັກເທື່ອ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ພວກ​ຂ້ານ້ອຍ ປະຊາຊົນ​ຜູ້​ບໍຣິສຸດ​ຂອງ​ພຣະອົງ ໄດ້​ຖືກ​ເຫຼົ່າ​ສັດຕູ​ໄລ່​ໃຫ້​ອອກ​ໜີໄປ​ໃນ​ຊົ່ວ​ໄລຍະ​ໜຶ່ງ; ພວກເຂົາ​ໄດ້​ຢຽບຢໍ່າ​ສະຖານທີ່​ອັນ​ສັກສິດ​ຂອງ​ພຣະອົງ.


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ທັງໝົດ​ໃນ​ນະຄອນ​ເຢຣູຊາເລັມ;


ພວກ​ສັດຕູ​ເຂົ້າ​ມາ​ປຸ້ນ​ມາ​ລັກ​ເອົາ ຊັບສົມບັດ​ທັງໝົດ​ທີ່​ນາງ​ມີ​ຢູ່​ນັ້ນ. ນາງ​ໄດ້​ເຫັນ​ພວກ​ສັດຕູ​ເຂົ້າ​ໄປ​ໃນ​ພຣະວິຫານ ທີ່​ພຣະເຈົ້າ​ຫ້າມປາມ​ບໍ່​ໃຫ້​ຄົນຕ່າງຊາດ​ເຂົ້າ.


ບັດນີ້ ເມື່ອ​ຕົກ​ຢູ່​ໃນ​ສະພາບ​ຮົກຮ້າງ​ເພພັງ ນະຄອນ​ເຢຣູຊາເລັມ​ກໍ​ຄິດເຖິງ​ສິ່ງ​ຮຸ່ງເຮືອງ​ໃນ​ອະດີດ. ເມື່ອ​ນາງ​ຢູ່​ໃນ​ກຳມື​ຂອງ​ສັດຕູ​ນັ້ນ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫຼືອ​ນາງ, ຜູ້​ທີ່​ຊະນະ​ເພາະ​ຕົນ​ຫຼົ້ມຈົມ​ກໍ​ຫົວຂວັນ​ໃສ່​ຊໍ້າ.


ກໍ​ຍ້ອນ​ພູເຂົາ​ຊີໂອນ​ຕັ້ງ​ຢູ່​ເປົ່າປ່ຽວ​ວ່າງຄົນ ແລະ​ເປັນ​ບ່ອນ​ພັກເຊົາ​ຂອງ​ພວກ​ໝາປ່າ.


ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ໄດ້​ຍົກ​ມື​ຂວາ​ແລະ​ມື​ຊ້າຍ​ຂອງ​ເພິ່ນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຂ້າພະເຈົ້າ​ໄດ້ຍິນ​ເພິ່ນ​ສາບານ​ໂດຍ​ອົງ​ຊົງ​ດຳລົງ​ຢູ່​ຕະຫຼອດໄປ​ເປັນນິດ​ວ່າ, “ຈະ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ເມື່ອ​ການ​ປະຫັດ​ປະຫານ​ໄພ່ພົນ​ຂອງ​ພຣະເຈົ້າ​ສິ້ນສຸດ​ລົງ​ແລ້ວ ສິ່ງ​ທັງໝົດ​ເຫຼົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ.”


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


“ໃນ​ທ່າມກາງ​ພວກເຈົ້າ​ມີ​ຜູ້ໃດ​ແດ່ ທີ່​ຍັງ​ລະນຶກ​ຄິດເຖິງ​ຄວາມ​ສະຫງ່າງາມ ຄັ້ງ​ທຳອິດ​ຂອງ​ພຣະວິຫານ​ໄດ້? ມາບັດນີ້ ພວກເຈົ້າ​ເບິ່ງ​ເຫັນ​ເປັນ​ຈັ່ງໃດ? ບໍ່​ເຫັນ​ມີ​ຄຸນຄ່າ​ຫຍັງ​ເລີຍ​ແມ່ນ​ບໍ.


ເມື່ອນັ້ນ ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ຕ້ອງ​ປົບໜີໄປ​ຍັງ​ພູ​ທັງຫລາຍ, ໃຫ້​ຜູ້​ທີ່​ຢູ່​ໃນ​ເມືອງ​ຕ້ອງ​ອອກ​ໄປ ແລະ​ຜູ້​ທີ່​ຢູ່​ນອກ​ເມືອງ​ກໍ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ເມືອງ.


ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ ແລະ​ຈະ​ຖືກ​ຈັບ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ທົ່ວ​ທຸກ​ປະເທດ ແລະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຈະ​ຢຽບຢໍ່າ​ນະຄອນ​ເຢຣູຊາເລັມ ຈົນກວ່າ​ຈະ​ຄົບ​ກຳນົດ​ເວລາ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka