7 ຄວາມອັບອາຍຂາຍໜ້າຂອງພວກເຈົ້າກໍສິ້ນສຸດໄປ ແລະຈະໄດ້ອາໄສຢູ່ໃນດິນແດນຂອງພວກເຈົ້າ ແລະຊັບສົມບັດຂອງພວກເຈົ້າກໍຈະມີເທົ່າຕົວ ພວກເຈົ້າຈະຊົມຊື່ນຍິນດີຢູ່ຕະຫລອດ.
ໃນບ່ອນນັ້ນ ເອລີຢາໄດ້ກ່າວແກ່ເອລີຊາວ່າ, “ກ່ອນຂ້ອຍຈະຖືກຮັບຂຶ້ນໄປ ໃຫ້ເຈົ້າບອກຂ້ອຍມາເບິ່ງວ່າ ເຈົ້າຢາກໃຫ້ຂ້ອຍເຮັດຫຍັງສຳລັບເຈົ້າແດ່?” ເອລີຊາຕອບວ່າ, “ຂໍໃຫ້ຂ້ານ້ອຍໄດ້ຮັບຣິດອຳນາດສອງເທົ່າ ເພື່ອສືບແທນທ່ານແດ່ທ້ອນ.”
ຕໍ່ມາ ຫລັງຈາກໂຢບໄດ້ພາວັນນາອະທິຖານສຳລັບເພື່ອນທັງສາມຄົນແລ້ວ ພຣະເຈົ້າຢາເວໄດ້ເຮັດໃຫ້ໂຢບຈະເລີນຮຸ່ງເຮືອງຂຶ້ນໃໝ່; ແລະພຣະເຈົ້າຢາເວໃຫ້ເພິ່ນຮັ່ງມີຕື່ມອີກເຖິງສອງເທົ່າ ໃນສິ່ງທີ່ເພິ່ນເຄີຍມີມາກ່ອນ.
ຂໍໃຫ້ພວກທີ່ຮ້ອງໄຫ້ໃນຂະນະທີ່ຫວ່ານລົງໄປ ໄດ້ຮິບໂຮມເກັບກ່ຽວຢ່າງຊົມຊື່ນຍິນດີເຖີດ.
ແລ້ວພຣະອົງກໍຈະໃຫ້ເຫັນທາງທີ່ນຳໄປສູ່ຊີວິດ ຢູ່ຊ້ອງໜ້າພຣະອົງນັ້ນມີຄວາມຊົມຊື່ນຍິນດີ ທັງເຮັດໃຫ້ຂ້ານ້ອຍມີຄວາມສຸກໃຈຫລາຍ ທີ່ຢູ່ກັບພຣະອົງຕະຫລອດໄປເປັນນິດ.
ພວກເຂົາຈະໄປຮອດນະຄອນຊີໂອນຢ່າງເບີກບານໃຈ ທັງຂັບຮ້ອງລຳທຳເພງດ້ວຍຄວາມຍິນດີທັງນັ້ນ. ພວກເຂົາຈະໄດ້ເປັນສຸກໃຈຢູ່ຕະຫລອດໄປ ໂດຍບໍ່ໂສກເສົ້າເຫງົາໃຈແລະຂົມຂື່ນ.
ຈົ່ງຊູໃຈປະຊາຊົນຊາວນະຄອນເຢຣູຊາເລັມ ຈົ່ງບອກວ່າ, ພວກເຂົາທົນທຸກດົນນານພໍແລ້ວ ບັດນີ້ການບາບຂອງພວກເຂົາທັງຫລາຍ ກໍໄດ້ຮັບອະໄພ ເສຍແລ້ວ. ພຣະເຈົ້າຢາເວໄດ້ລົງໂທດລົງທັນພວກເຂົາ ໃຫ້ສົມກັບບາບກຳທີ່ພວກເຂົາໄດ້ກະທຳແລ້ວ.”
ພວກທີ່ພຣະເຈົ້າຢາເວໄດ້ຊ່ວຍກູ້ກໍເຖິງນະຄອນເຢຣູຊາເລັມ ເບີກບານໃຈທັງຮ້ອງລຳທຳເພງດ້ວຍ. ພວກເຂົາຈະມີຄວາມສຸກຕະຫລອດໄປ ຈະບໍ່ໂສກເສົ້າເຫງົາໃຈອີກຈັກເທື່ອ.
ຢ່າສູ່ຢ້ານ ເພາະເຈົ້າຈະບໍ່ຖືກອັບອາຍອີກເລີຍ ເຈົ້າຈະບໍ່ໄດ້ເສຍກຽດສັກສີແຕ່ຢ່າງໃດ. ເຈົ້າຈະລືມຄວາມອາຍໃນໄວສາວ ເຈົ້າຈະບໍ່ຈົດຈຳຄຳຕ້ອງຕິໃນຄາວເຈົ້າເປັນໝ້າຍ.
ເຈົ້າຈະບໍ່ຖືກປະຖິ້ມ ແລະບໍ່ເປັນທີ່ກຽດຊັງອີກຕໍ່ໄປ ບໍ່ເປັນນະຄອນທີ່ເສົ້າໝອງແລະຮ້າງເປົ່າອີກ. ເຮົາຈະເຮັດໃຫ້ເຈົ້າຍິ່ງໃຫຍ່ແລະງົດງາມ ເປັນທີ່ເບີກບານໃຈແລະຍິນດີໄປຕະຫລອດ.
ປະຊາຊົນຂອງເຈົ້າຈະເຮັດສິ່ງຖືກຕ້ອງທັງໝົດ ແລະໄດ້ເປັນເຈົ້າຂອງດິນແດນສືບໄປເປັນນິດ. ເຮົາໄດ້ປູກພວກເຂົາໄວ້ແລະເຮົາໄດ້ສ້າງພວກເຂົາຂຶ້ນມາ ເພື່ອເຜີຍຄວາມຍິ່ງໃຫຍ່ຂອງເຮົາໃຫ້ໂລກໄດ້ຮູ້.
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງບອກພວກເຈົ້າວ່າ ພວກທີ່ນະມັດສະການເຮົາ ແລະເຊື່ອຟັງເຮົາຈະໄດ້ກິນ ແລະດື່ມຢ່າງອຸດົມສົມບູນ, ແຕ່ພວກເຈົ້າຈະອຶດເຂົ້າແລະຫິວນໍ້າ. ພວກເຂົາຈະມີຄວາມສຸກ ແຕ່ພວກເຈົ້າຈະໄດ້ຮັບຄວາມອັບອາຍ.
ເວລານັ້ນກຳລັງມາ ເຮົາຈະລົງໂທດພວກເຂົາ ຄືຜູ້ທີ່ກົດຂີ່ພວກເຈົ້າ; ເຮົາຈະຊ່ວຍກອບກູ້ເອົາຜູ້ຄົນພິການທັງຫລາຍ ແລະນຳເອົາພວກຊະເລີຍໃຫ້ກັບຄືນມາບ້ານ. ເຮົາຈະປ່ຽນຄວາມອັບອາຍມາເປັນກຽດແກ່ພວກເຂົາ ແລະທັງໂລກຈະຍ້ອງຍໍສັນລະເສີນພວກເຂົາ.
ພວກເຂົາຈະປູກພືດພັນຂອງຕົນຢ່າງສະຫງົບສຸກ. ຕົ້ນອະງຸ່ນຂອງພວກເຂົາຈະເກີດໝາກຫລາຍ ແຜ່ນດິນຈະຜະລິດຜົນລະປູກໄດ້ດີ ແລະຝົນກໍຈະຕົກລົງມາຢ່າງບໍຣິບູນ. ເຮົາຈະໃຫ້ພຣະພອນທັງໝົດເຫຼົ່ານີ້ແກ່ປະຊາຊົນ ທີ່ລອດຊີວິດຢູ່ໃນຊາດຂອງເຮົານັ້ນ.
ບັດນີ້ ຈົ່ງກັບມາດ້ວຍຄວາມຫວັງເຖີດ ພວກທີ່ເປັນຊະເລີຍເອີຍ ໃຫ້ກັບມາສູ່ບ່ອນທີ່ປອດໄພສຳລັບພວກເຈົ້າ. ບັດນີ້ ເຮົາບອກພວກເຈົ້າວ່າຈະໄດ້ຮັບສອງເທື່ອເທົ່າຕົວ ພອນສຳລັບສິ່ງທັງໝົດທີ່ພວກເຈົ້າໄດ້ທົນທຸກນັ້ນ.
ແລ້ວພວກເຫຼົ່ານີ້ຈະຖືກສົ່ງໄປສູ່ການລົງໂທດອັນຕະຫລອດໄປເປັນນິດ, ແຕ່ພວກຊອບທຳຈະເຂົ້າສູ່ຊີວິດນິຣັນດອນ.”
ຝ່າຍຄວາມທຸກລຳບາກອັນເບົາບາງແລະຊົ່ວຄາວນີ້ ກໍກຳລັງຈັດຕຽມພວກເຮົາໃຫ້ມີສະຫງ່າຣາສີອັນຍິ່ງໃຫຍ່ຖາວອນຕະຫລອດໄປ ຈົນຫາທີ່ປຽບບໍ່ໄດ້.
ລາວຕ້ອງແບ່ງມໍຣະດົກສອງເທົ່າໃຫ້ລູກຊາຍຄົນກົກ ເຖິງແມ່ນວ່າລາວບໍ່ແມ່ນລູກຊາຍຂອງເມຍທີ່ຕົນຮັກກໍຕາມ. ຊາຍຜູ້ໜຶ່ງຕ້ອງຮັບຮູ້ສິດທິຂອງລູກຊາຍກົກຂອງຕົນ ແລະແບ່ງມໍຣະດົກທີ່ຖືກຕາມກົດໝາຍທີ່ລາວສົມຄວນຈະໄດ້ຮັບໃຫ້ແກ່ລາວ.”
ຂໍໃຫ້ອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາ ຜູ້ຊົງຮັກເຮົາທັງຫລາຍ ແລະຊົງໂຜດປະທານໃຫ້ພວກເຮົາ ມີຄວາມຊູໃຈເປັນນິດແລະຄວາມຫວັງໃຈອັນດີ ໂດຍພຣະຄຸນນັ້ນ,