ພວກຂ້ານ້ອຍໄດ້ເປັນທາດຮັບໃຊ້, ແຕ່ພຣະເຈົ້າບໍ່ໄດ້ປ່ອຍໃຫ້ພວກຂ້ານ້ອຍເປັນທາດຮັບໃຊ້ຕໍ່ໄປ. ພຣະອົງໄດ້ເຮັດໃຫ້ບັນດາຈັກກະພັດແຫ່ງເປີເຊຍພໍໃຈໃນພວກຂ້ານ້ອຍ ແລະໃຫ້ພວກເພິ່ນອະນຸຍາດແກ່ພວກຂ້ານ້ອຍມີຊີວິດຢູ່ຕໍ່ໄປ ເພື່ອສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ ຊຶ່ງແຕ່ກ່ອນເປັນບ່ອນທີ່ຮົກຮ້າງເພພັງ ແລະໃຫ້ພວກຂ້ານ້ອຍອາໄສຢູ່ໃນແຂວງຢູດາຍ ແລະໃນນະຄອນເຢຣູຊາເລັມຢ່າງປອດໄພ.