Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 61:3 - ພຣະຄຳພີສັກສິ

3 ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 61:3
39 Jak'a apnaqawi uñst'ayäwi  

ແລ້ວ​ມໍເດໄກ​ກໍ​ອອກ​ຈາກ​ວັງ. ລາວ​ນຸ່ງ​ເສື້ອ​ລ່າມ​ສີຟ້າ ແລະ​ສີຂາວ​ຂອງ​ກະສັດ ແລະ​ເສື້ອ​ຄຸມ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ສີມ່ວງ​ເນື້ອ​ລະອຽດ​ດີ​ທັງ​ສວມ​ມົງກຸດ​ຄຳ​ອັນ​ງົດງາມ. ແລ້ວ​ຄົນ​ຕາມ​ຖະໜົນ​ໃນ​ນະຄອນ​ຊູຊາ ຕ່າງ​ກໍ​ຮ້ອງໂຮ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ວັນ​ເຫຼົ່ານີ້​ເປັນ​ວັນ​ທີ່​ຊາວ​ຢິວ​ໄດ້​ກຳຈັດ​ລ້າງຜານ​ສັດຕູ​ຂອງ​ພວກເຂົາ; ເປັນ​ເດືອນ​ທີ່​ປ່ຽນ​ຈາກ​ເວລາ​ແຫ່ງ​ຄວາມ​ໂສກເສົ້າ​ແລະ​ການ​ສູນເສຍ​ຄວາມຫວັງ ມາ​ເປັນ​ຄວາມ​ປິຕິ​ຍິນດີ​ແລະ​ຄວາມ​ເບີກບານ​ໃຈ. ພວກເຂົາ​ໄດ້​ຮັບ​ເອົາ​ຄຳສັ່ງ​ນັ້ນ ແລະ​ຖື​ເອົາ​ວັນ​ເຫຼົ່ານີ້​ເປັນ​ວັນ​ກິນລ້ຽງ​ສັງສັນ ໃຫ້​ອາຫານ​ເປັນ​ຂອງຂວັນ​ແກ່​ກັນແລະກັນ ແລະ​ແກ່​ຄົນ​ຍາກຈົນ.


ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ປູກຝັງ​ຕາມ​ຜືນ​ແຜ່ນດິນ ແລະ​ຜະລິດ​ເຫຼົ້າ​ອະງຸ່ນ​ທີ່​ໃຫ້​ຄວາມ​ມ່ວນຊື່ນ ນໍ້າມັນ​ໝາກກອກເທດ​ທີ່​ໃຫ້​ຄວາມ​ຊື່ນບານ ແລະ​ເຂົ້າ​ທີ່​ໃຫ້​ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນໃໝ່.


ພຣະເຈົ້າຢາເວ​ຊື່ນບານ​ໃຈ​ແທ້​ໃນ​ປະຊາຊົນ​ຂອງ​ພຣະອົງ ພຣະອົງ​ໃຫ້ກຽດ​ຜູ້​ທີ່​ຖ່ອມຕົວ​ໂດຍ​ໃຫ້​ເຂົາ​ໄດ້​ໄຊຊະນະ.


ພຣະອົງ​ຈັດ​ງານລ້ຽງ​ໃຫຍ່​ສຳລັບ​ຂ້ານ້ອຍ ບ່ອນ​ສັດຕູ​ທັງໝົດ​ເຫັນ​ຂ້ານ້ອຍ​ໄດ້ ພຣະອົງ​ຕ້ອນຮັບ​ຂ້ານ້ອຍ​ດັ່ງ​ແຂກ​ຜູ້​ສຳຄັນ ແລະ​ຈອກ​ຂອງ​ຂ້ານ້ອຍ​ກໍ​ລົ້ນໄຫລ​ຢູ່.


ພຣະອົງ​ໄດ້​ເຮັດ​ໃຫ້​ຄວາມ​ງ່ວມເຫງົາ​ໝົດໄປ ແລະ​ນຳ​ການ​ຟ້ອນລຳ​ອັນ​ມ່ວນຊື່ນ​ມາ​ແທນທີ່. ພຣະອົງ​ເອົາ​ຄວາມ​ໂສກເສົ້າ​ເສຍໃຈ​ຂອງ​ຂ້ານ້ອຍ​ໜີໄປ ແລະ​ນຳ​ຄວາມ​ຊົມຊື່ນ​ຍິນດີ​ມາ​ລ້ອມຮອບ​ຂ້ານ້ອຍ​ໄວ້.


ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ບໍ່​ມິດງຽບ​ຢູ່​ຕໍ່ໄປ ແຕ່​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ຖວາຍ​ແດ່​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຕະຫລອດ​ໄປ​ເປັນນິດ.


ທ່ານ​ຮັກ​ສິ່ງ​ທີ່​ຖືກຕ້ອງ​ແລະ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ. ສະນັ້ນ​ພຣະເຈົ້າ ພຣະເຈົ້າ​ຂອງທ່ານ​ຈຶ່ງ​ຫົດສົງ​ທ່ານ​ໄວ້ ໂດຍ​ເທ​ພຣະພອນ​ໃຫ້​ທ່ານ​ໄດ້​ຮັບ​ຄວາມສຸກ ຫລາຍກວ່າ​ຄົນອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ໂລກ​ມະນຸດ.


ຈົ່ງ​ເຮັດ​ໃຫ້​ໃຈ​ເບີກບານ ແລະ​ມີ​ຄວາມສຸກ​ຢູ່​ສະເໝີ.


ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ


ຈົ່ງ​ໄຂ​ປະຕູ​ເມືອງ​ໃຫ້​ຊົນຊາດ​ທີ່​ສັດຊື່​ເຂົ້າ​ມາ ຄື​ຊົນຊາດ​ທີ່​ປະຊາຊົນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ໂອ ຟ້າ​ສະຫວັນຟ້າ​ສະຫວັນ ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ; ແຜ່ນດິນ​ໂລກ​ບ່ອນ​ເລິກສຸດ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ພູຜາ​ທຸກໜ່ວຍ​ແລະ​ຕົ້ນໄມ້​ໃນ​ປ່າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ​ເຖີດ ເຫດວ່າ​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ຢາໂຄບ ແລະ​ຈະ​ຊົງຮັບ​ກຽດ​ແຫ່ງ​ສະຫງ່າຣາສີ​ໃນ​ອິດສະຣາເອນ.


ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”


ຈົ່ງ​ເຂັ້ມແຂງ​ຍິ່ງໃຫຍ່​ອີກ​ນະຄອນ​ເຢຣູຊາເລັມ​ເອີຍ ພຣະ​ນະຄອນ​ສັກສິດ ຈົ່ງ​ສວມ​ພຣະ​ສະຫງ່າຣາສີ​ເຖີດ ພວກ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ເປັນ​ມົນທິນ ຈະ​ບໍ່ໄດ້​ເຂົ້າ​ທີ່​ປະຕູ​ເມືອງ​ຂອງເຈົ້າ​ອີກ​ຈັກເທື່ອ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ແລ້ວ​ແມ່ຍິງ​ກໍ​ຈະ​ຟ້ອນ​ຢ່າງ​ມີ​ຄວາມ​ສຸກໃຈ ຜູ້ຊາຍ​ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍດີ​ຈະ​ຍິນດີ​ດ້ວຍ. ເຮົາ​ຈະ​ເລົ້າໂລມ​ໃຈ​ຜູ້​ໄວ້ທຸກ ໃຫ້​ປີຕິຍິນດີ ຄວາມ​ໂສກເສົ້າ​ເສຍໃຈ ເປັນ​ຄວາມ​ຊົມຊື່ນ.


ເຮົາ​ຈະ​ມອບ​ທົ່ງນາ​ອັນ​ອຸດົມສົມບູນ​ທັງຫລາຍ​ໃຫ້​ພວກເຂົາ ແລະ​ຈະ​ໃຫ້​ການອຶດຢາກ​ໃນ​ດິນແດນ​ສິ້ນສຸດໄປ. ຊົນຊາດ​ອື່ນໆ​ຈະ​ບໍ່​ດູໝິ່ນ​ປະໝາດ​ພວກເຂົາ​ອີກ​ຕໍ່ໄປ.


ແລະ​ເມື່ອ​ຂ້າພະເຈົ້າ​ໄປຮອດ​ບ່ອນ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ເຫັນ​ວ່າ​ທີ່​ແຄມ​ຫ້ວຍນໍ້າ​ແຕ່ລະ​ຟາກ​ນັ້ນ ມີ​ຕົ້ນໄມ້​ຢ່າງ​ຫລວງຫລາຍ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ໃຫ້​ພວກ​ທີ່​ຄອຍ​ຮັບໃຊ້​ເພິ່ນ​ນັ້ນ​ສຸບ ຜ້າ​ພັນ​ຫົວ​ອັນ​ສະອາດ​ໃສ່​ຫົວ​ຂອງ​ເຢຊູອາ. ພວກເຂົາ​ກໍໄດ້​ປະຕິບັດ​ຕາມ​ແລະ​ຍັງ​ໄດ້​ເອົາ​ເຄື່ອງ​ໃໝ່​ນຸ່ງ​ໃຫ້​ເພິ່ນ ໃນ​ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ຢືນ​ຢູ່​ໃນ​ທີ່ນັ້ນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາເຈົ້າ​ຂອງເຮົາ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່ໄດ້​ປູກ​ໄວ້​ກໍ​ຈະ​ຖືກ​ຫລົກ​ຖິ້ມ.


ໃນທຳນອງ​ດຽວກັນ​ນີ້​ແຫຼະ ຈົ່ງ​ໃຫ້​ແສງ​ສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ຄຸນງາມ​ຄວາມດີ​ທີ່​ພວກເຈົ້າ​ເຮັດ ແລະ​ພວກເຂົາ​ຈະ​ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.”


ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.


ໃນ​ການ​ນີ້​ແຫຼະ ພຣະບິດາເຈົ້າ​ຂອງເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ ຄື​ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ ພວກເຈົ້າ​ຈຶ່ງ​ເກີດ​ເປັນ​ສາວົກ​ຂອງເຮົາ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ຮ້ອງໄຫ້​ຮໍ່າໄຮ ແຕ່​ໂລກນີ້​ຈະ​ຊົມຊື່ນ​ຍິນດີ, ພວກເຈົ້າ​ຈະ​ໂສກເສົ້າ​ຫລາຍ ແຕ່​ຄວາມ​ໂສກເສົ້າ​ຂອງ​ພວກເຈົ້າ​ຈະ​ກາຍເປັນ​ຄວາມ​ຊົມຊື່ນ​ຍິນດີ.


ດ້ວຍວ່າ, ພວກເຮົາ​ເປັນ​ຜູ້​ຮ່ວມກັນ​ທຳງານ​ຂອງ​ພຣະເຈົ້າ ແລະ​ພວກເຈົ້າ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເປັນ​ຕຶກ​ຂອງ​ພຣະເຈົ້າ​ເໝືອນກັນ.


ພຣະເຈົ້າ​ໄດ້​ຊົງ​ຊື້​ພວກເຈົ້າ​ມາ​ດ້ວຍ​ລາຄາ​ສູງ. ສະນັ້ນ ຈົ່ງ​ຖວາຍ​ພຣະ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງຕົນ.


ຈະ​ໄດ້​ເປັນ​ຜູ້​ບໍຣິສຸດ​ດ້ວຍ​ຜົນ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດຂຶ້ນ​ດ້ວຍ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຖວາຍ​ພຣະ​ກຽດ ແລະ​ຄຳ​ຍ້ອງຍໍ​ສັນລະເສີນ​ແດ່​ພຣະເຈົ້າ.


ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ໃນ​ວັນ​ນັ້ນ ເພື່ອ​ຮັບ​ກຽດຕິຍົດ​ພ້ອມ​ທັງ​ໄພ່ພົນ​ບໍຣິສຸດ​ທັງໝົດ​ຂອງ​ພຣະອົງ ແລະ​ເປັນ​ການ​ອັດສະຈັນ​ໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທຸກຄົນ ລວມ​ທັງ​ພວກເຈົ້າ​ເພາະ​ໄດ້​ເຊື່ອ​ຖ້ອຍຄຳ ຊຶ່ງ​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ.


ພຣະອົງ​ຊົງ​ຮັກ​ຄວາມ​ຊອບທຳ ແລະ​ຊົງ​ກຽດຊັງ​ສິ່ງ​ອະທຳ ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າ​ຂອງ​ພຣະອົງ ໄດ້​ຊົງ​ຫົດສົງ​ພຣະອົງ​ໄວ້ ດ້ວຍ​ນໍ້າມັນ​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ ຫລາຍກວ່າ​ເພື່ອນ​ທັງຫຼາຍ ຂອງ​ພຣະອົງ.”


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ຖ້າ​ເຈົ້າ​ທັງຫລາຍ​ຖືກ​ໝິ່ນປະໝາດ ເພາະ​ພຣະນາມ​ຂອງ​ພຣະຄຣິດ ພວກເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ພຣະວິນຍານ ຜູ້​ຊົງ​ສະຫງ່າຣາສີ ຄື​ພຣະວິນຍານ​ຂອງ​ພຣະເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka