ເອຊາຢາ 61:2 - ພຣະຄຳພີສັກສິ2 ພຣະອົງໃຊ້ເຮົາໄປປະກາດວ່າເວລາໄດ້ມາເຖິງ ເມື່ອພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ ແລະເພື່ອເອົາຊະນະເຫຼົ່າສັດຕູຂອງພວກເຂົາ ພຣະອົງໄດ້ໃຊ້ເຮົາໄປອອຍໃຈຜູ້ເສົ້າໂສກ Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ.
ນີ້ຄືວັນຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ວັນນີ້ຄືວັນທີ່ພຣະອົງຈະແກ້ແຄ້ນຄືນສາແລ້ວ ວັນນີ້ພຣະອົງຈະລົງໂທດເຫຼົ່າສັດຕູຂອງພຣະອົງ ດາບຂອງພຣະອົງຈະກິນພວກເຂົາໃຫ້ຈົນອີ່ມ ແລະດື່ມເລືອດພວກເຂົາໃຫ້ອີ່ມໜຳສຳລານ ວັນນີ້ຄືການຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຄືຖວາຍເຫຍື່ອໃຫ້ເປັນເຄື່ອງບູຊາແກ່ພຣະອົງ ຖວາຍຢູ່ທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດ.