ເອຊາຢາ 60:6 - ພຣະຄຳພີສັກສິ6 ຂະບວນອູດຈະມາຈາກມີດີອານແລະເອຟາ ບັນທຸກຄຳແລະເຄື່ອງຫອມມາຈາກເຊບາພຸ້ນ. ປະຊາຊົນຕ່າງກໍຈະພາກັນປະກາດຄຳສັນລະເສີນ ເຖິງພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ Uka jalj uñjjattʼäta |
ຣາຊີນີແຫ່ງເຊບາໄດ້ຍິນເຖິງຊື່ສຽງຂອງກະສັດໂຊໂລໂມນ; ສະນັ້ນ ຣາຊີນີຈຶ່ງໄດ້ເດີນທາງມາທີ່ນະຄອນເຢຣູຊາເລັມ ເພື່ອຖາມເຖິງບັນຫາທີ່ຍາກຫລາຍບັນຫາເພື່ອເປັນການທົດສອບ. ມີຄະນະຜູ້ຕິດຕາມຣາຊີນີມາຢ່າງຫລວງຫລາຍ ພ້ອມທັງນຳເອົາເຄື່ອງເທດ, ເພັດພອຍແລະຄຳ ເປັນຈຳນວນຫລວງຫລາຍຂົນໃສ່ຫລັງອູດມາດ້ວຍ. ເມື່ອຣາຊີນີໄດ້ພົບກັບໂຊໂລໂມນ ຣາຊີນີກໍໄດ້ຖາມເພິ່ນທຸກບັນຫາທີ່ຣາຊີນີສາມາດຄິດໄດ້.
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.