Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 60:2 - ພຣະຄຳພີສັກສິ

2 ສ່ວນ​ຊົນຊາດ​ອື່ນໆ​ນັ້ນ ມືດ​ຈະ​ປົກຄຸມ​ພວກເຂົາ ແຕ່​ສຳລັບ​ເຈົ້າເອງ​ແສງແຈ້ງ​ຈະ​ສ່ອງ​ໃສ່​ເຈົ້າ; ເປັນ​ແສງແຈ້ງ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ຄື​ພຣະອົງ​ຈະ​ມາ​ຢູ່​ນຳ​ດ້ວຍ​ສະຫງ່າຣາສີ​ນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 60:2
35 Jak'a apnaqawi uñst'ayäwi  

ແລະ​ພວກເຂົາ​ກໍ​ບໍ່​ສາມາດ​ກັບຄືນ​ໄປ​ປະກອບ​ໜ້າທີ່​ໄດ້ ເພາະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປົກ​ເຕັມ​ໄປທົ່ວ​ວິຫານ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ພຣະເຈົ້າຢາເວ​ສ້າງ​ຊີໂອນ​ຂຶ້ນ​ໃຫມ່ ພຣະອົງ​ຈະ​ປາກົດ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະອົງ.


ໂອ ພຣະຜູ້ລ້ຽງ​ຂອງ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ຮັບ​ຟັງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ ຜູ້ລ້ຽງ​ຝູງແກະ​ຂອງ​ພຣະອົງ​ເອີຍ ໂຜດ​ຟັງ ຄື​ຜູ້​ນັ່ງ​ເທິງ​ບັນລັງ​ເໜືອ​ບັນດາ​ເຄຣຸບ


ບັດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ໃຫ້​ພວກເຮົາ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ເທີ້ນ.


ແລ້ວ​ເທິງ​ພູເຂົາ​ຊີໂອນ​ແລະ​ເທິງ​ຜູ້​ທີ່​ເຕົ້າໂຮມ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ຈະ​ສົ່ງ​ເມກ​ມາ​ໃນ​ຕອນ​ກາງເວັນ ແລະ​ສົ່ງ​ຄວັນ​ກັບ​ແປວໄຟ​ມາ​ໃນ​ຕອນ​ກາງຄືນ. ສະຫງ່າຣາສີ​ຈະ​ປົກປ້ອງ​ຄຸ້ມຄອງ​ນະຄອນ.


ຖ້າ​ເຈົ້າ​ໃຫ້​ອາຫານ​ແກ່​ຜູ້​ທີ່​ອຶດຫິວ ແລະ​ໃຫ້​ຜູ້​ທີ່​ຂັດສົນ​ໄດ້​ມີ​ຄວາມ​ອີ່ມໃຈ ແລ້ວ​ມືດ​ທີ່​ອ້ອມຮອບ​ເຈົ້າ​ນັ້ນ ກໍ​ຈະ​ປ່ຽນ​ເປັນ​ແຈ້ງ​ໃນ​ຕອນ​ກາງເວັນ.


ແລ້ວ​ຄວາມ​ກະລຸນາ​ຂອງເຮົາ​ກໍ​ຈະ​ສ່ອງແສງ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຕອນເຊົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ຈະ​ຖືກ​ປິ່ນປົວ​ໃຫ້​ຫາຍດີ​ໄວ. ແລະ​ຄວາມຊອບທຳ​ຂອງເຈົ້າ​ຈະ​ນຳໜ້າ​ເຈົ້າ​ໄປ, ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ຈະ​ປົກປັກ​ຮັກສາ​ເຈົ້າ​ຮອບດ້ານ.


ນະຄອນ​ເຢຣູຊາເລັມ​ເອີຍ ດ້ວຍ​ຄວາມຮັກ​ທີ່​ມີ​ຕໍ່​ເຈົ້າ ເຮົາ​ຈະ​ບໍ່​ຍອມ​ມິດງຽບ​ໄປ​ຈັກເທື່ອ ຈົນກວ່າ​ນະຄອນ​ນີ້​ຈະ​ໄດ້​ມີໄຊ​ແລະ​ພົ້ນໄພ ຄື​ຄວາມມີໄຊ​ສ່ອງແຈ້ງ​ດັ່ງ​ໂຄມໄຟ​ຍາມ​ຄໍ່າ​ມືດ.


ພວກເຈົ້າ​ຈະ​ດີໃຈ​ທີ່​ເຫັນ​ພະ​ນະຄອນ​ຮຸ່ງເຮືອງ ດັ່ງ​ເດັກນ້ອຍ​ຜູ້ໜຶ່ງ​ຢູ່​ໃນ​ອ້ອມເອິກ​ຂອງ​ແມ່.


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສາດ​ຂຶ້ນ​ຈາກ​ເຄຣຸບ​ນັ້ນ ແລະ​ເຄື່ອນຍ້າຍ​ໄປ​ສູ່​ທາງ​ເຂົ້າ​ຂອງ​ພຣະວິຫານ. ແລ້ວ​ເມກ​ກໍໄດ້​ປົກຄຸມ​ພຣະວິຫານ ແລະ​ເດີ່ນ​ພຣະວິຫານ​ກໍ​ແຈ້ງ​ສະຫວ່າງ​ສະໄຫວ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ.


ໂມເຊ​ແລະ​ອາໂຣນ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເມື່ອ​ອອກ​ມາ​ແລ້ວ ພວກເພິ່ນ​ທັງສອງ​ໄດ້​ອວຍພອນ​ປະຊາຊົນ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ປາກົດ​ໃຫ້​ປະຊາຊົນ​ທັງໝົດ​ໄດ້​ເຫັນ.


ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.


ແລ້ວ​ໂກຣາ​ກໍ​ຮວບຮວມ​ພັກພວກ​ຂອງຕົນ ມາ​ຢືນ​ປະເຊີນ​ໜ້າ​ກັບ​ໂມເຊ​ແລະ​ອາໂຣນ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປາກົດ​ຕໍ່​ຊຸມຊົນ​ທັງໝົດ


ຢ່າ​ສົນ​ນຳ​ພວກເຂົາ​ເທາະ! ພວກເຂົາ​ເປັນ​ຄົນ​ຕາບອດ​ນຳ​ຄົນ​ຕາບອດ ແລະ​ເມື່ອ​ຄົນ​ຕາບອດ​ຈູງ​ຄົນ​ຕາບອດ​ໄປ ເຂົາ​ທັງສອງ​ກໍ​ຕົກລົງ​ໃນ​ຂຸມ.”


ພວກ​ຄົນ​ຕາບອດ​ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ເຄື່ອງ​ຖະຫວາຍ​ຫລື​ວ່າ​ແທ່ນບູຊາ​ທີ່​ເຮັດ​ໃຫ້​ເຄື່ອງ​ຖວາຍ​ນັ້ນ​ສັກສິດ?


ພວກ​ຜູ້ນຳ​ຕາບອດ​ເອີຍ ພວກເຈົ້າ​ນັ້ນ​ເອົາ​ແມງມີ່​ອອກ ແຕ່​ກືນ​ກິນ​ອູດ​ທັງ​ໂຕ.”


ເມື່ອ​ຕົ້ນເດີມ​ນັ້ນ ພຣະທຳ​ຊົງ​ເປັນ​ຢູ່​ແລ້ວ ພຣະທຳ​ນັ້ນ​ຊົງ​ສະຖິດ​ຢູ່​ກັບ​ພຣະເຈົ້າ ແລະ​ພຣະທຳ​ນັ້ນ​ແຫຼະ ຊົງ​ເປັນ​ພຣະເຈົ້າ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.


ພວກເຈົ້າ​ຍັງ​ບໍ່ເຄີຍ​ຮູ້ຈັກ​ພຣະອົງ ແຕ່​ເຮົາ​ຮູ້ຈັກ​ພຣະອົງ ຖ້າ​ເຮົາ​ເວົ້າ​ວ່າ ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນ​ຂີ້ຕົວະ​ເໝືອນກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ໃນ​ອະດີດ​ທີ່​ຜ່ານ​ມາ ພຣະອົງ​ປ່ອຍ​ໃຫ້​ປະຊາຊົນ​ທັງໝົດ​ປະຕິບັດ​ຕາມ​ຮີດຄອງ​ຂອງຕົນ.


ເພາະວ່າ ເມື່ອ​ຂ້າພະເຈົ້າ​ກຳລັງ​ເດີນທາງ​ຜ່ານ​ເມືອງ​ຂອງ​ພວກທ່ານ​ມາ ແລະ​ເບິ່ງ​ຕາມ​ສະຖານທີ່​ຕ່າງໆ ທີ່​ພວກທ່ານ​ນະມັດສະການ ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ມີ​ຄຳ​ຈາລຶກ​ວ່າ, ‘ແດ່​ພຣະເຈົ້າ​ທີ່​ເຮົາ​ບໍ່​ຮູ້ຈັກ.’ ພຣະເຈົ້າ​ທີ່​ທ່ານ​ທັງຫລາຍ​ນະມັດສະການ ແຕ່​ບໍ່​ຮູ້ຈັກ ແມ່ນ​ພຣະເຈົ້າ​ອົງ​ນັ້ນ​ແຫຼະ ທີ່​ຂ້າພະເຈົ້າ​ມາ​ປະກາດ​ແກ່​ພວກທ່ານ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.


ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ອອກ​ມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ​ໄດ້​ນຳພາ​ພວກເຮົາ​ເຂົ້າ​ໄປ​ຕັ້ງ​ໄວ້​ໃນ​ອານາຈັກ​ແຫ່ງ​ພຣະບຸດ​ທີ່ຮັກ​ຂອງ​ພຣະອົງ,


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka