Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 60:12 - ພຣະຄຳພີສັກສິ

12 ແຕ່​ບັນດາ​ກະສັດ​ແຫ່ງ​ປະຊາຊາດ​ທີ່​ບໍ່​ຍອມ​ຮັບໃຊ້​ເຈົ້າ ກໍ​ຈະ​ພາກັນ​ຖືກ​ທຳລາຍ​ໃຫ້​ພິນາດ.

Uka jalj uñjjattʼäta Copia luraña




ເອຊາຢາ 60:12
18 Jak'a apnaqawi uñst'ayäwi  

ແລ້ວ​ຫລາຍໆ​ຊົນຊາດ ຈະ​ຄຳນັບ​ຮັບ​ຄຳ​ບັນຊາ; ພ້ອມ​ພາກັນ​ຕັ້ງໜ້າ ມາ​ຂາບລົງ​ຮັບໃຊ້​ເຈົ້າ. ຈົ່ງ​ປົກຄອງ​ພວກເຂົາ​ໃຫ້​ໄດ້​ດັ່ງ​ປົກຄອງ​ນ້ອງພີ່ ເຊັ່ນ​ພີ່ນ້ອງ​ແມ່​ເຈົ້າ ຈຸ້ມເຈື້ອ​ເຫຼົ່າ​ລູກຫລານ ພວກເຂົາ​ຈະ​ພາກັນ​ມາ​ກົ້ມຂາບ ກົ້ມຄານ​ຢ້ານກົວ​ຍິ່ງ ຈິງໃຈ​ຄຳນັບ​ເຈົ້າ​ສະເໝີ​ດ້າມ ເຈົ້າພະຍາ​ແທ້​ໃດ ບັດນີ້ ພວກ​ເຜົ່າໃດ​ປ້ອຍດ່າ​ເຈົ້າ ພວກເຂົາ​ຈະ​ຖືກ​ປ້ອຍດ່າ​ກັບຄືນ ພວກ​ເຜົ່າໃດ​ອວຍພອນ​ເຈົ້າ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ນັ້ນ​ເໝືອນກັນ.”


ເມື່ອ​ພຣະເຈົ້າ​ຢູ່​ຝ່າຍ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ຈະ​ມີໄຊ ພຣະອົງ​ຈະ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໃຫ້​ໄດ້.


ຫລາຍ​ຊົນຊາດ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ; ໃນ​ທີ່ນັ້ນ ຊົນຊາດ​ເຫຼົ່ານັ້ນ​ຈະ​ຮັບໃຊ້​ຊາດ​ອິດສະຣາເອນ​ດັ່ງ​ທາດ. ພວກ​ທີ່​ເຄີຍ​ຈັບ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄປ​ຄັ້ງ​ໜຶ່ງ​ນັ້ນ ບັດນີ້ ຈະ​ຖືກ​ຄົນ​ໃນ​ຊາດ​ອິດສະຣາເອນ​ຈັບ​ຄືນ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ປົກຄອງ ຄົນ​ເຫຼົ່ານັ້ນ​ທີ່​ເຄີຍ​ກົດຂີ່​ພວກຕົນ​ມາ​ຄັ້ງ​ໜຶ່ງ.


ຜູ້ໃດ​ທີ່​ໂກດຮ້າຍ​ພວກເຈົ້າ​ຈະ​ພ່າຍແພ້​ຢ່າງ​ອັບອາຍ ຜູ້ໃດ​ທີ່​ຕໍ່ສູ້​ພວກເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່


ຖ້າ​ຜູ້ໃດ​ໂຈມຕີ​ເຈົ້າ ກໍ​ເຮັດ​ໂດຍ​ທີ່​ເຮົາ​ບໍ່​ເຫັນ​ດີ ຜູ້ໃດ​ຂັດຂວາງ​ຕໍ່ສູ້​ເຈົ້າ ກໍ​ຈະ​ລົ້ມລົງ.


ແຕ່​ຖ້າ​ຊົນຊາດ​ໃດ​ບໍ່​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຂອງ​ພວກເຂົາ​ຖິ້ມ​ຢ່າງ​ໝົດກ້ຽງ ແລະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຂະນະທີ່​ທ່ານ​ຫລຽວເບິ່ງ​ຢູ່​ນັ້ນ ມີ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່ມີ​ຜູ້ໃດ​ເຮັດ; ຫີນ​ນີ້​ໄດ້​ກະທົບ​ໃສ່​ຕີນ​ເຫຼັກ​ແລະ​ດິນ​ໜຽວ​ຂອງ​ຮູບ​ນັ້ນ ຈົນ​ແຕກ​ໝຸ່ນ​ໄປ.


ແລ້ວ​ໃນ​ທັນໃດນັ້ນ ສ່ວນ​ທີ່​ເປັນ​ເຫຼັກ, ເປັນ​ດິນ​ໜຽວ, ເປັນ​ທອງສຳຣິດ, ເປັນ​ເງິນ​ແລະ​ເປັນ​ຄຳ ກໍໄດ້​ແຕກ​ຄື​ແກບ​ທີ່​ລານ​ໃນ​ລະດູ​ຟາດ​ເຂົ້າ. ລົມ​ໄດ້​ພັດ​ເອົາ​ສິ່ງ​ທັງໝົດ​ນັ້ນ​ໄປ​ໄກ ໂດຍ​ບໍ່ມີ​ຮ່ອງຮອຍ​ໃຫ້​ພົບເຫັນ​ອີກ​ເລີຍ. ແຕ່​ກ້ອນຫີນ​ນັ້ນ​ໄດ້​ໃຫຍ່​ຂຶ້ນ​ກາຍເປັນ​ພູເຂົາ​ເຕັມ​ໝົດ​ແຜ່ນດິນ​ໂລກ.


ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ໄດ້​ຮັບ​ອຳນາດ​ແຫ່ງ​ກະສັດ ແລະ​ຈະ​ຮັກສາ​ອຳນາດ​ນັ້ນ​ໄວ້​ໄດ້​ຕະຫລອດໄປ.”


ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ທັງໝົດ​ໃນ​ແຜ່ນດິນ​ໂລກ​ນັ້ນ ຈະ​ຖືກ​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອຳນາດ​ແຫ່ງ​ກະສັດ​ຂອງ​ພວກເຂົາ​ຈະ​ບໍ່​ສິ້ນສຸດ​ໄປ ແລະ​ບັນດາ​ຜູ້ປົກຄອງ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮັບໃຊ້​ແລະ​ເຊື່ອຟັງ​ພວກເຂົາ.


ເຮົາ​ຈະ​ຍ້າຍ​ລົດຮົບ​ອອກ​ຈາກ​ເອຟຣາອີມ ແລະ​ນຳ​ຝູງ​ມ້າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ດ້ວຍ; ໜ້າທະນູ​ທີ່​ໄດ້​ໃຊ້​ໃນ​ສະໜາມຮົບ​ຈະ​ຖືກ​ທຳລາຍ ພຣະອົງ​ຈະ​ສ້າງ​ສັນຕິສຸກ​ໃນ​ທ່າມກາງ​ຊົນຊາດ; ເພິ່ນ​ຈະ​ປົກຄອງ​ຈາກ​ທະເລ​ນີ້​ເຖິງ​ທະເລ​ນັ້ນ ແຕ່​ແມ່ນໍ້າ​ເອີຟຣັດ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.


ຜູ້ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຖ້າ​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້ໃດ ຜູ້ນັ້ນ​ຈະ​ແຫລກ​ໝຸ່ນ​ໄປ.”]


ຝ່າຍ​ພວກ​ສັດຕູ​ຂອງເຮົາ ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ​ຂ້າ​ພວກເຂົາ​ເສຍ​ຕໍ່ໜ້າ​ເຮົາ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka