1 ເຢຣູຊາເລັມ ຈົ່ງລຸກຂຶ້ນສ່ອງແຈ້ງດັ່ງດວງຕາເວັນ ພຣະເຈົ້າຢາເວຈະໃຫ້ສະຫງ່າຣາສີສ່ອງໃສ່ເຈົ້າ
ເມື່ອພຣະເຈົ້າຢາເວສ້າງຊີໂອນຂຶ້ນໃຫມ່ ພຣະອົງຈະປາກົດດ້ວຍສະຫງ່າຣາສີຂອງພຣະອົງ.
ນະຄອນຂອງພຣະເຈົ້າເອີຍ ຈົ່ງຟັງສິ່ງອັດສະຈັນ ທີ່ພຣະອົງກ່າວເຖິງເຈົ້າ:
ບັດນີ້ ເຊື້ອສາຍຂອງຢາໂຄບເອີຍ ໃຫ້ພວກເຮົາເດີນໄປໃນຄວາມສະຫວ່າງ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ນັ້ນເທີ້ນ.
ດວງຈັນຈະມືດມົວ ແລະດວງອາທິດຈະບໍ່ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຂຶ້ນເປັນກະສັດ. ພຣະອົງຈະປົກຄອງຢູ່ໃນນະຄອນເຢຣູຊາເລັມທີ່ເທິງພູເຂົາຊີໂອນ ແລະພວກຜູ້ນຳປະຊາຊົນຈະເຫັນສະຫງ່າຣາສີຂອງພຣະອົງ.
ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະເປັນດັ່ງມົງກຸດດອກໄມ້ອັນສະຫງ່າງາມ ສຳລັບປະຊາຊົນຂອງພຣະອົງຜູ້ຍັງມີຊີວິດຢູ່.
ຖິ່ນແຫ້ງແລ້ງຈະຂັບຮ້ອງບົດເພງຢ່າງຊື່ນໃຈ ຈະເປັນທີ່ສວຍງາມວິໄລດັ່ງພູເລບານອນພຸ້ນ. ແລະເປັນດັ່ງທົ່ງຫຍ້າທີ່ອຸດົມສົມບູນດີ ຂອງພູກາເມນ ແລະທົ່ງຊາໂຣນດ້ວຍ. ທຸກຄົນຈະໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວໃດ ຄືຄວາມຍິ່ງໃຫຍ່ແລະຣິດອຳນາດຂອງພຣະເຈົ້າຂອງພວກເຮົາ.
ແລ້ວເທິງພູເຂົາຊີໂອນແລະເທິງຜູ້ທີ່ເຕົ້າໂຮມຢູ່ທີ່ນັ້ນ ພຣະເຈົ້າຢາເວຈະສົ່ງເມກມາໃນຕອນກາງເວັນ ແລະສົ່ງຄວັນກັບແປວໄຟມາໃນຕອນກາງຄືນ. ສະຫງ່າຣາສີຈະປົກປ້ອງຄຸ້ມຄອງນະຄອນ.
“ເຮົາຄືພຣະເຈົ້າຢາເວ ເຮົາໄດ້ເອີ້ນເຈົ້າຕາມແຜນການ ອັນສັດຊື່ຂອງເຮົາທີ່ໃຫ້ຄວາມຍຸດຕິທຳແກ່ໂລກ. ໂດຍທາງເຈົ້າເຮົາຈະເຮັດພັນທະສັນຍາກັບທຸກຄົນ ແລະເຮົາຈະໃຫ້ແສງແຈ້ງແກ່ຊາວໂລກ.
ແລ້ວຄວາມກະລຸນາຂອງເຮົາກໍຈະສ່ອງແສງດັ່ງຕາເວັນຂຶ້ນໃນຕອນເຊົ້າ ແລະບາດແຜຂອງເຈົ້າກໍຈະຖືກປິ່ນປົວໃຫ້ຫາຍດີໄວ. ແລະຄວາມຊອບທຳຂອງເຈົ້າຈະນຳໜ້າເຈົ້າໄປ, ສະຫງ່າຣາສີຂອງພຣະເຈົ້າຢາເວຈະປົກປັກຮັກສາເຈົ້າຮອບດ້ານ.
ນະຄອນເຢຣູຊາເລັມເອີຍ ດ້ວຍຄວາມຮັກທີ່ມີຕໍ່ເຈົ້າ ເຮົາຈະບໍ່ຍອມມິດງຽບໄປຈັກເທື່ອ ຈົນກວ່ານະຄອນນີ້ຈະໄດ້ມີໄຊແລະພົ້ນໄພ ຄືຄວາມມີໄຊສ່ອງແຈ້ງດັ່ງໂຄມໄຟຍາມຄໍ່າມືດ.
ນະຄອນເຢຣູຊາເລັມເອີຍ ທຸກຊົນຊາດຈະເຫັນເຈົ້າມີໄຊ ກະສັດຂອງທຸກຊົນຊາດຈະເຫັນສະຫງ່າຣາສີຂອງເຈົ້າ. ຄົນຈະເອີ້ນເຈົ້າຕາມຊື່ໃໝ່ຂອງເຈົ້າ ຄືຊື່ທີ່ປາກຂອງພຣະເຈົ້າຢາເວຈະໃຫ້ໄວ້.
ພວກເຈົ້າຈະດີໃຈທີ່ເຫັນພະນະຄອນຮຸ່ງເຮືອງ ດັ່ງເດັກນ້ອຍຜູ້ໜຶ່ງຢູ່ໃນອ້ອມເອິກຂອງແມ່.
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ກໍໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່ສາແລ້ວ. ພວກເຂົາເຄີຍອາໄສຢູ່ໃນດິນແດນແຫ່ງເງົາມືດມົວ ແຕ່ບັດນີ້ ແສງແຈ້ງໃສກຳລັງສ່ອງໃສ່ພວກເຂົາເຈົ້າ.
ສະຫງ່າຣາສີຂອງພຣະເຈົ້າຢາເວໄດ້ຜ່ານໄປທາງປະຕູດ້ານຕາເວັນອອກ ແລະເຂົ້າໄປສູ່ພຣະວິຫານ.
ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ.
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່. ສຳລັບພວກທີ່ຢູ່ໃນເງົາແຫ່ງຄວາມຕາຍ ແສງແຈ້ງໃສໄດ້ສ່ອງໃສ່ເຂົາເຈົ້າ.”
ໃນທຳນອງດຽວກັນນີ້ແຫຼະ ຈົ່ງໃຫ້ແສງສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະໄດ້ເຫັນຄຸນງາມຄວາມດີທີ່ພວກເຈົ້າເຮັດ ແລະພວກເຂົາຈະສັນລະເສີນພຣະບິດາເຈົ້າຂອງພວກເຈົ້າທີ່ສະຖິດຢູ່ໃນສະຫວັນ.”
ຄືແສງສະຫວ່າງສ່ອງແຈ້ງ ເປີດເຜີຍພຣະປະສົງ ແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່ ອິດສະຣາເອນພົນລະເມືອງ ຂອງພຣະເຈົ້າ.”
ນີ້ແມ່ນຄວາມສະຫວ່າງອັນແທ້ຈິງ ຄືຄວາມສະຫວ່າງທີ່ເຂົ້າມາໃນໂລກ ແລະສ່ອງແກ່ຄົນທັງປວງ.
ເຮົາເປັນຄວາມສະຫວ່າງທີ່ເຂົ້າມາໃນໂລກນີ້ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຢູ່ໃນຄວາມມືດ.
ການຕັດສິນລົງໂທດເປັນດັ່ງນີ້: ຄືວ່າ ຄວາມສະຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັກຄວາມມືດຫລາຍກວ່າຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວ.
ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກຟາຣີຊາຍອີກວ່າ, “ເຮົານີ້ແຫຼະ ເປັນຄວາມສະຫວ່າງຂອງໂລກ ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.”
ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນເຖີດ, ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິດຈະສ່ອງສະຫວ່າງໃສ່ເຈົ້າ.”
ເມື່ອກ່ອນພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ເນື່ອງຈາກວ່າພວກເຈົ້າໄດ້ກາຍເປັນໄພ່ພົນຂອງອົງພຣະຜູ້ເປັນເຈົ້າ ພວກເຈົ້າຈຶ່ງຢູ່ໃນຄວາມສະຫວ່າງ. ດັ່ງນັ້ນ ພວກເຈົ້າຈົ່ງດຳເນີນຊີວິດ ເໝືອນດັ່ງຄົນທີ່ຢູ່ຝ່າຍຄວາມສະຫວ່າງແລ້ວ.
ເພື່ອວ່າພວກເຈົ້າຈະບໍ່ຖືກຕິຕຽນ ແລະບໍ່ມີຄວາມຜິດ ເປັນລູກຂອງພຣະເຈົ້າຜູ້ປາສະຈາກຄວາມຜິດ ໃນການດຳເນີນຊີວິດຢູ່ໃນໂລກ ທີ່ເຕັມໄປດ້ວຍການສໍ້ໂກງແລະຊົ່ວຊ້າ. ພວກເຈົ້າຕ້ອງສ່ອງແຈ້ງຢູ່ໃນທ່າມກາງພວກເຂົາ ດັ່ງດວງດາວທີ່ສ່ອງແສງຢູ່ໃນທ້ອງຟ້າ,
ຖ້າເຈົ້າທັງຫລາຍຖືກໝິ່ນປະໝາດ ເພາະພຣະນາມຂອງພຣະຄຣິດ ພວກເຈົ້າກໍເປັນສຸກ ເພາະວ່າພຣະວິນຍານ ຜູ້ຊົງສະຫງ່າຣາສີ ຄືພຣະວິນຍານຂອງພຣະເຈົ້າ ຊົງສະຖິດຢູ່ກັບພວກເຈົ້າ.
ນະຄອນນັ້ນ ປະກອບດ້ວຍສະຫງ່າຣາສີຂອງພຣະເຈົ້າ ມີແສງຮຸ່ງເຮືອງເໝືອນເພັດ ເໝືອນແກ້ວມະນີໂຊດອັນເສາະໃສ.
ນະຄອນນັ້ນ ບໍ່ຕ້ອງການແສງສະຫວ່າງຂອງດວງອາທິດ ຫລືດວງຈັນ, ເພາະວ່າພຣະຣັດສະໝີຂອງພຣະເຈົ້າ ຊົງເປັນແສງສະຫວ່າງຂອງນະຄອນນັ້ນ ແລະພຣະເມສານ້ອຍ ຊົງເປັນໂຄມໄຟຂອງນະຄອນນັ້ນ.
ກາງຄືນຈະບໍ່ມີອີກຕໍ່ໄປ ແລະພວກເຂົາຈະບໍ່ຕ້ອງການແສງໂຄມໄຟ ຫລືແສງຕາເວັນ, ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນແສງສະຫວ່າງຂອງພວກເຂົາ ແລະພວກເຂົາຈະປົກຄອງຢູ່ຕະຫລອດນິຣັນດອນ.