ເອຊາຢາ 6:8 - ພຣະຄຳພີສັກສິ8 ແລ້ວຂ້າພະເຈົ້າກໍໄດ້ຍິນອົງພຣະຜູ້ເປັນເຈົ້າຖາມວ່າ, “ເຮົາຈະໃຊ້ຜູ້ໃດໄປ? ຜູ້ໃດຈະເປັນຜູ້ນຳຖ້ອຍຄຳຂອງເຮົາໄປກ່າວຕາງເຮົາ?” ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້ ໂຜດໃຊ້ຂ້ານ້ອຍໄປເຖີດ.” Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາພ້ອມແລ້ວ ທີ່ຈະຕອບຄຳພາວັນນາອະທິຖານຂອງປະຊາຊົນຂອງເຮົາ. ເຮົາພ້ອມແລ້ວ ທີ່ຈະໃຫ້ພວກເຂົາໄດ້ພົບເຮົາ, ແຕ່ພວກເຂົາບໍ່ໄດ້ພະຍາຍາມເລີຍ. ຊົນຊາດນີ້ບໍ່ໄດ້ພາວັນນາອະທິຖານຫາເຮົາ ເຖິງແມ່ນວ່າເຮົາພ້ອມແລ້ວທີ່ຈະຕອບພວກເຂົາວ່າ, ‘ເຮົາຢູ່ທີ່ນີ້ ເຮົາຈະຊ່ວຍພວກເຈົ້າ.’