Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 6:7 - ພຣະຄຳພີສັກສິ

7 ເສຣາຟິມ​ຕົນ​ນັ້ນ​ໄດ້​ເອົາ​ຖ່ານໄຟ​ແປະ​ໃສ່​ທີ່​ຮີມສົບ​ຂອງ​ຂ້າພະເຈົ້າ ພ້ອມ​ທັງ​ກ່າວ​ວ່າ, “ຖ່ານໄຟ​ນີ້​ໄດ້​ຖືກ​ຮີມສົບ​ເຈົ້າ ບັດນີ້​ຄວາມຜິດ​ຂອງ​ເຈົ້າ​ໄດ້​ໝົດ​ໄປ​ແລ້ວ ແລະ​ບາບ​ຂອງເຈົ້າ​ກໍໄດ້​ຮັບ​ການອະໄພ.”

Uka jalj uñjjattʼäta Copia luraña




ເອຊາຢາ 6:7
15 Jak'a apnaqawi uñst'ayäwi  

ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ແຕ່​ຍ້ອນ​ການບາບ​ຂອງ​ພວກເຮົາ​ນັ້ນ​ທ່ານ​ຈຶ່ງ​ໄດ້​ຮັບ​ບາດເຈັບ ຖືກ​ຂ້ຽນ​ຖືກ​ຕີ​ຍ້ອນ​ການ​ຊົ່ວຮ້າຍ​ຂອງ​ພວກເຮົາ. ພວກເຮົາ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ດີ ຍ້ອນ​ໂທດກຳ​ທີ່​ທ່ານ​ຮັບ ດີ​ປົກກະຕິ​ຍ້ອນ​ການ​ຕົບຕີ​ທີ່​ທ່ານ​ຮັບ​ເອົາ.


ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.


ເຮົາ​ໃຫ້​ສັນຕິສຸກ​ແກ່​ທຸກຄົນ ທັງ​ຜູ້​ທີ່​ຢູ່​ໄກ​ແລະ​ຜູ້​ທີ່​ຢູ່​ໃກ້, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເຮົາ​ຈະ​ປິ່ນປົວ​ປະຊາຊົນ​ຂອງເຮົາ​ໃຫ້​ດີ.


ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.


ແລ້ວ​ເທວະດາ​ຕົນ​ໜຶ່ງ​ທີ່​ມີ​ຮູບຮ່າງ​ເໝືອນ​ມະນຸດ​ກໍ​ເດ່​ມື​ອອກ​ມາ​ບາຍ​ຮິມສົບ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ທີ່​ຢືນ​ຢູ່​ຂ້າງ​ໜ້າ​ວ່າ, “ນາຍ​ເອີຍ ນິມິດ​ນີ້​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນແຮງ​ຫລາຍ ຈົນ​ຂ້ານ້ອຍ​ບໍ່​ເຊົາ​ສັ່ນເຊັນ.


ແລ້ວ​ເຮົາ​ກໍ​ຈະ​ປ່ຽນ​ສົບປາກ​ຂອງ​ບັນດາ​ຊົນຊາດ​ຕ່າງໆ​ໃຫ້​ເປັນ​ບໍຣິສຸດ ແລະ​ພວກເຂົາ​ທຸກຄົນ​ຈະ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ດ້ວຍ​ໃຈ​ອັນ​ດຽວກັນ.


ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ຕໍ່​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ​ຜູ້​ທີ່​ຄອຍ​ຮັບໃຊ້​ທ່ານ​ຢູ່​ນັ້ນ​ວ່າ, “ຈົ່ງ​ແກ້​ເສື້ອ​ອັນ​ເປິເປື້ອນ​ຂອງ​ຊາຍ​ຄົນ​ນີ້​ອອກ​ສາ.” ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ເຢຊູອາ​ວ່າ, “ເຮົາ​ໄດ້​ຍົກ​ບາບ​ໃຫ້​ເຈົ້າ​ແລ້ວ ແລະ​ເຮົາ​ຈະ​ເອົາ​ເສື້ອໃໝ່​ໃຫ້​ເຈົ້າ​ນຸ່ງ.”


ແລະ​ໂມເຊ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໝໍ້ຂາງ​ໄປ​ໃສ່​ຖ່ານໄຟ​ໃນ​ແທ່ນບູຊາ ແລະ​ເອົາ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ເພື່ອ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໄວໆ. ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ເຮັດ​ໃຫ້​ໂຣກ​ລະບາດ​ເກີດຂຶ້ນ​ແລ້ວ.”


ບ່ອນ​ນັ້ນ ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້ໜຶ່ງ ນອນ​ຢູ່​ເທິງ​ບ່ອນ​ນອນ​ມາ​ຫາ​ພຣະອົງ, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, “ລູກເອີຍ, ຈົ່ງ​ຊື່ນ​ໃຈ​ເຖີດ ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka