Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 6:6 - ພຣະຄຳພີສັກສິ

6 ຕໍ່ມາ ໄດ້​ມີ​ເສຣາຟິມ​ຕົນ​ໜຶ່ງ​ບິນ​ລົງ​ມາ​ຫາ​ຂ້າພະເຈົ້າ ໂດຍ​ໃຊ້​ເຫຼັກ​ຄີບ​ເອົາ​ຖ່ານໄຟ​ແດງ​ມາ​ຈາກ​ແທ່ນບູຊາ.

Uka jalj uñjjattʼäta Copia luraña




ເອຊາຢາ 6:6
14 Jak'a apnaqawi uñst'ayäwi  

ຄີມ​ຄີບ​ໄສ້​ຕະກຽງ​ແລະ​ຖາດ​ໃສ່​ຄີມ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຄຳສົດ.


ຢູ່​ຮອບ​ພຣະອົງ​ນັ້ນ ມີ​ເສຣາຟິມ​ມີ​ປີກ​ຫລາຍ​ຕົນ​ກຳລັງ​ຢືນ​ຢູ່ ແຕ່ລະຕົນ​ມີ​ປີກ​ຫົກ​ປີກ. ແຕ່ລະຕົນ​ນັ້ນ​ໄດ້​ໃຊ້​ສອງ​ປີກ​ປົກ​ໜ້າ ສອງ​ປີກ​ປົກ​ໂຕ ແລະ​ອີກ​ສອງ​ປີກ​ສຳລັບ​ໃຊ້​ບິນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.


ພຣະອົງ​ໄດ້​ກ່າວ​ແກ່​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ນັ້ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ລະຫວ່າງ​ລໍ້​ທີ່​ຢູ່​ລຸ່ມ​ເຄຣຸບ ແລະ​ກອບ​ເອົາ​ຖ່ານໄຟ​ທີ່​ລຸກ​ຢູ່​ໃຫ້​ເຕັມ​ກຳມື. ແລ້ວ​ຈົ່ງ​ໂຮຍ​ຖ່ານໄຟ​ນັ້ນ​ໄປ​ທົ່ວ​ເທິງ​ນະຄອນ.” ຂ້າພະເຈົ້າ​ເຝົ້າເບິ່ງ​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ.


ເພິ່ນ​ຕ້ອງ​ເອົາ​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ລຸກ​ແດງ​ຢູ່​ຈາກ​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ທັງ​ກຳຍານ​ທີ່​ບົດ​ໃຫ້​ລະອຽດ​ແລ້ວ​ສອງ​ກຳ ມາ​ບ່ອນ​ສັກສິດ​ທີ່ສຸດ.


ແລະ​ໂມເຊ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໝໍ້ຂາງ​ໄປ​ໃສ່​ຖ່ານໄຟ​ໃນ​ແທ່ນບູຊາ ແລະ​ເອົາ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ເພື່ອ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໄວໆ. ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ເຮັດ​ໃຫ້​ໂຣກ​ລະບາດ​ເກີດຂຶ້ນ​ແລ້ວ.”


ຂ້າພະເຈົ້າ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ໝາຍເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ​ກໍ​ມີ​ຣິດ​ກວ່າ​ຂ້າພະເຈົ້າ​ອີກ ຊຶ່ງ​ຂ້າພະເຈົ້າ​ບໍ່​ສົມຄວນ​ຈະ​ຈັບ​ແມ່ນແຕ່​ເກີບ​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ແລະ​ດ້ວຍ​ໄຟ


ມີ​ລີ້ນ​ເປັນ​ຮູບ​ເໝືອນ​ແປວ​ໄຟ​ໄດ້​ປາກົດ​ໃຫ້​ພວກເພິ່ນ​ເຫັນ ແລະ​ລິ້ນ​ນັ້ນ​ໄດ້​ແຕກ​ກະຈາຍ​ອອກ​ໄປ​ຢູ່​ເທິງ​ພວກເພິ່ນ​ທຸກຄົນ​ຜູ້​ລະ​ລິ້ນ.


ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດພົ້ນ​ເປັນ​ມໍຣະດົກ​ບໍ່ແມ່ນ​ບໍ?


ສ່ວນ​ກ່ຽວກັບ​ບັນດາ​ເທວະດາ​ເຫຼົ່ານັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ພຣະເຈົ້າ​ບັນດານ​ໃຫ້ ຝູງ​ເທວະດາ​ຂອງ​ພຣະອົງ​ເປັນ​ລົມ ແລະ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເປັນ​ແປວໄຟ​ອັນ​ຮ້ອນກ້າ.”


ພວກເຮົາ​ມີ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ຄົນ​ຜູ້​ປະຕິບັດ​ໃນ​ຫໍເຕັນ​ສັກສິດ​ນັ້ນ ບໍ່ມີ​ສິດ​ທີ່​ຈະ​ຮັບປະທານ​ຂອງ​ຈາກ​ແທ່ນ​ນັ້ນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka