Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 6:5 - ພຣະຄຳພີສັກສິ

5 ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”

Uka jalj uñjjattʼäta Copia luraña




ເອຊາຢາ 6:5
33 Jak'a apnaqawi uñst'ayäwi  

ເມື່ອ​ຢາໂຄບ​ອອກ​ໄປ​ຈາກ​ເປນີເອນ ຕາເວັນ​ກໍ​ກຳລັງ​ຂຶ້ນ; ເພິ່ນ​ຍ່າງ​ຂາ​ເຢັກ​ໄປ​ເພາະ​ເຈັບ​ແອວ.


ແມ່ນ​ໃຜ​ທີ່​ເປັນ​ກະສັດ​ອົງ​ຊົງ​ສະຫງ່າຣາສີ? ກະສັດ​ອົງ​ຊົງ​ສະຫງ່າຣາສີ​ຄື​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ແລະ​ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ລຸ່ມ​ຕີນ​ຂອງ​ພຣະອົງ​ມີ​ສິ່ງ​ໜຶ່ງ​ປູ​ໄວ້ ເປັນ​ຄື​ແກ້ວໄພທູນ​ສະຫງ່າ​ແຈ່ມໃສ​ດັ່ງ​ທ້ອງຟ້າ.


ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.


ເຈົ້າ​ຈະ​ບໍ່​ເຫັນ​ໜ້າ​ເຮົາ ເພາະວ່າ​ບໍ່ມີ​ຜູ້ໃດ​ທີ່​ໄດ້​ເຫັນ​ໜ້າ​ເຮົາ​ແລ້ວ​ມີ​ຊີວິດ​ຢູ່.”


ແຕ່​ໂມເຊ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ບໍ່ໄດ້​ດອກ ພຣະເຈົ້າຢາເວ​ເອີຍ ຂໍ​ຢ່າ​ໃຊ້​ຂ້ານ້ອຍ​ໄປ​ເທາະ. ຂ້ານ້ອຍ​ເອງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ແລະ​ບໍ່ມີ​ສີ​ປາກ​ມາ​ແຕ່​ໃດໆ, ຕັ້ງແຕ່​ພຣະອົງ​ໄດ້​ເລີ່ມ​ກ່າວ​ແກ່​ຂ້ານ້ອຍ​ມາ​ນີ້ ຂ້ານ້ອຍ​ແຮ່ງ​ເວົ້າ​ອອກ​ຍາກ​ຫລາຍ ເວົ້າ​ເກິໆກະໆ​ບໍ່ລ່ຽນ​ບໍ່ໄຫລ.”


ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ແມ່ນແຕ່​ຊາວ​ອິດສະຣາເອນ​ກໍ​ຍັງ​ບໍ່​ຟັງ​ຂ້ານ້ອຍ ແລ້ວ​ຈະ​ໃຫ້​ກະສັດ​ຟາໂຣ​ເຊື່ອຟັງ​ຂ້ານ້ອຍ​ໄດ້​ຢ່າງ​ໃດ? ຂ້ານ້ອຍ​ເປັນ​ຄົນ​ບໍ່​ຊ່າງເວົ້າ.”


ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ກໍ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ​ເຊັ່ນນີ້; ແລ້ວ​ຈະ​ໃຫ້​ກະສັດ​ຟາໂຣ​ເຊື່ອຟັງ​ຂ້ານ້ອຍ​ໄດ້​ຢ່າງ​ໃດ?”


ແຕ່​ທາງ​ພາກ​ຕ່າງໆ​ຂອງ​ໂລກ​ທີ່​ຢູ່​ໄກ​ສຸດ ພວກເຮົາ​ຈະ​ໄດ້ຍິນ​ສຽງ​ເພງ​ຮ້ອງ​ສັນລະເສີນ​ອິດສະຣາເອນ ຊົນຊາດ​ທີ່​ຊອບທຳ. ສ່ວນ​ຂ້າພະເຈົ້າ​ນັ້ນ​ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ຈ່ອຍຜອມ​ລົງ​ເລື້ອຍໆ ພວກ​ທີ່​ທໍລະຍົດ​ກໍ​ສືບຕໍ່​ທໍລະຍົດ ແລະ​ພວກເຂົາ​ຍິ່ງ​ທໍລະຍົດ​ຢ່າງ​ຊົ່ວຮ້າຍ​ຫລາຍ​ຂຶ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ອີກ​ຄັ້ງໜຶ່ງ ພວກເຈົ້າ​ຈະ​ເຫັນ​ກະສັດ​ອົງ​ໜຶ່ງ ປົກຄອງ​ດິນແດນ​ອັນ​ກວ້າງໃຫຍ່​ໄພສານ​ດ້ວຍ​ສະຫງ່າຣາສີ ທີ່​ກະຈາຍ​ອອກ​ໄປ​ທົ່ວ​ທຸກ​ທິດ.


ພວກເຈົ້າ​ເຮັດ​ຜິດ​ໃນ​ຖານ​ເວົ້າຕົວະ, ເຮັດ​ຮຸນແຮງ ແລະ​ຂ້າ​ຄົນ.


ພວກ​ຂ້ານ້ອຍ​ທຸກຄົນ​ເປັນ​ຄົນບາບ​ໝົດ; ແມ່ນແຕ່​ການ​ເຮັດ​ທີ່ດີ​ທີ່ສຸດ​ຂອງ​ພວກ​ຂ້ານ້ອຍ​ກໍ​ຍັງ​ເປິເປື້ອນ. ເພາະ​ການບາບ ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ໃບໄມ້​ຫ່ຽວແຫ້ງ​ແລະ​ຖືກ​ລົມ​ພັດ​ໄປ.


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


“ມະນຸດ​ເອີຍ ເຈົ້າ​ກຳລັງ​ຢູ່​ທ່າມກາງ​ປະຊາຊົນ​ທີ່​ກະບົດ. ພວກເຂົາ​ມີ​ຕາ ແຕ່​ພວກເຂົາ​ເບິ່ງ​ບໍ່​ເຫັນ​ຫຍັງ ພວກເຂົາ​ມີ​ຫູ ແຕ່​ພວກເຂົາ​ຟັງ​ບໍ່ໄດ້ຍິນ​ຫຍັງ ເພາະ​ພວກເຂົາ​ເປັນ​ຄົນ​ກະບົດ.”


ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ຫລັ່ງໄຫລ​ກັນ​ມາ​ຟັງ​ສິ່ງ​ທີ່​ເຈົ້າ​ຕ້ອງ​ກ່າວ, ແຕ່​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ. ພວກເຂົາ​ຖື​ຄຳເວົ້າ​ຂອງເຈົ້າ​ນັ້ນ​ເປັນ​ດັ່ງ​ບົດເພງ​ງ່າຍໆ ແລະ​ພວກເຂົາ​ຍັງ​ສືບຕໍ່​ໂລບມາກ​ໂລພາ.


ຂ້າພະເຈົ້າ​ໄດ້​ສືບຕໍ່​ກ່າວ ແລະ​ພາວັນນາ​ອະທິຖານ ໂດຍ​ສາລະພາບ​ບາບ​ຂອງ​ຂ້າພະເຈົ້າ ແລະ​ບາບ​ຂອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂໍຮ້ອງ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ສຳລັບ​ພູເຂົາ​ອັນ​ສັກສິດ​ຂອງ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ.


ເມື່ອ​ໄດ້ຍິນ​ສິ່ງ​ທັງໝົດ​ນີ້​ກໍ​ຕົວສັ່ນ​ເສຍຂວັນ ຮິມສົບ​ຂ້ານ້ອຍ​ກໍ​ສັ່ນເຊັນ​ເຕັມແຕ່​ຄວາມຢ້ານ. ຕົນຕົວ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນເພຍ​ເປ້ຍລ່ອຍ ແລະ​ຕີນ​ກໍ​ຄ່ອຍ​ມຶນ​ຂຶ້ນ​ຈົນ​ຄອນແຄນ​ໄປ​ໝົດ. ຂ້ານ້ອຍ​ຈະ​ລໍຖ້າ​ວັນ​ເວລາ​ມາ​ເຖິງ​ດ້ວຍ​ໃຈ​ຈົດຈໍ່ ເມື່ອ​ພຣະອົງ​ຈະ​ລົງໂທດ​ຄົນ​ທີ່​ໂຈມຕີ​ພວກເຮົາ.


ປະຊາຊົນ​ອິດສະຣາເອນ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ພວກເຮົາ​ກຳລັງ​ຈະ​ຈິບຫາຍ ພວກເຮົາ​ໝົດ​ກຳລັງ​ເສຍ​ແລ້ວ, ພວກເຮົາ​ທັງໝົດ​ຈະ​ຕາຍ


ແລ້ວ​ມາໂນອາ​ກໍໄດ້​ເວົ້າ​ກັບ​ເມຍ​ຂອງຕົນ​ວ່າ, “ພວກເຮົາ​ຕ້ອງ​ຕາຍ​ເປັນ​ແນ່ ເພາະ​ພວກເຮົາ​ໄດ້​ເຫັນ​ພຣະເຈົ້າ.”


ກີເດໂອນ​ຈຶ່ງ​ໄດ້​ຮູ້​ວ່າ ເພິ່ນ​ເປັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ແທ້. ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຕົກໃຈ​ຢ້ານກົວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ໜ້າຕໍ່ໜ້າ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka