Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 6:3 - ພຣະຄຳພີສັກສິ

3 ເສຣາຟິມ​ເຫຼົ່ານີ້​ເອີ້ນ​ໃສ່​ກັນແລະກັນ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ ພຣະ​ສະຫງ່າຣາສີ​ກໍ​ແຜ່​ກະຈາຍ​ໄປ​ທົ່ວໂລກ.”

Uka jalj uñjjattʼäta Copia luraña




ເອຊາຢາ 6:3
25 Jak'a apnaqawi uñst'ayäwi  

ພວກເຂົາ​ຮ້ອງເພງ​ສັນລະເສີນ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ວ່າ: “ພຣະອົງ ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ ທີ່​ພຣະອົງ​ມີ​ແກ່​ຊາດ​ອິດສະຣາເອນ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ທຸກຄົນ​ຕ່າງ​ກໍ​ຮ້ອງ​ດ້ວຍ​ສຸດຈິດ​ສຸດໃຈ ສັນລະເສີນ​ພຣະເຈົ້າຢາເວ ເພາະ​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຖືກ​ວາງ​ລົງ​ແລ້ວ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ​ເບື້ອງ​ເທິງ ແລະ​ພຣະ​ສະຫງ່າຣາສີ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.


ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະນາມ ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ ຈົ່ງ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຢ່າງ​ຊົມຊື່ນ​ຍິນດີ​ເຖີດ


ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ພຣະອົງ​ໃຫ້​ປາກ​ຂອງ​ເດັກນ້ອຍ​ແລະ​ເດັກອ່ອນ​ທັງຫລາຍ​ສົ່ງ​ສຽງ​ສັນລະເສີນ. ເພື່ອ​ເຮັດ​ໃຫ້​ພວກ​ສັດຕູ​ຂອງ​ພຣະອົງ ແລະ​ພວກ​ທີ່​ກະທຳ​ການ​ແກ້ແຄ້ນ ມິດງຽບ​ໄປ.


ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຄື​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂໍ​ຊົງ​ໂຜດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ເໝືອນກັນ ໃນ​ຣິດທານຸພາບ​ຂອງ​ພຣະອົງ​ນັ້ນ.


ຟ້າ​ສະຫວັນ ​ປະກາດ​ວ່າ​ພຣະອົງ​ຊົງ​ຊອບທຳ ແລະ​ທຸກ​ຊົນຊາດ​ກໍ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ​ດ້ວຍ.


ທຸກຄົນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຍິ່ງໃຫຍ່​ແລະ​ສູງສົ່ງ ຊຶ່ງ​ເປັນ​ທີ່​ຄວນ​ຢ້ານຢຳ​ແລະ​ບໍຣິສຸດ​ດ້ວຍ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ທີ່​ເນີນພູ​ສັກສິດ​ຂອງ​ພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເປັນ​ອົງ​ບໍຣິສຸດ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ແຕ່​ທາງ​ພາກ​ຕ່າງໆ​ຂອງ​ໂລກ​ທີ່​ຢູ່​ໄກ​ສຸດ ພວກເຮົາ​ຈະ​ໄດ້ຍິນ​ສຽງ​ເພງ​ຮ້ອງ​ສັນລະເສີນ​ອິດສະຣາເອນ ຊົນຊາດ​ທີ່​ຊອບທຳ. ສ່ວນ​ຂ້າພະເຈົ້າ​ນັ້ນ​ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ຈ່ອຍຜອມ​ລົງ​ເລື້ອຍໆ ພວກ​ທີ່​ທໍລະຍົດ​ກໍ​ສືບຕໍ່​ທໍລະຍົດ ແລະ​ພວກເຂົາ​ຍິ່ງ​ທໍລະຍົດ​ຢ່າງ​ຊົ່ວຮ້າຍ​ຫລາຍ​ຂຶ້ນ.


ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ປາກົດ​ແຈ້ງ ທຸກ​ປະຊາຊາດ​ກໍ​ຈະ​ໄດ້​ເຫັນ​ພຣະ​ສະຫງ່າຣາສີ​ນັ້ນ ປາກ​ຂອງ​ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ໄວ້.”


ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.


ແລະ​ໃນ​ທີ່ນັ້ນ ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ກໍ​ປາກົດ​ໃຫ້​ຂ້າພະເຈົ້າ​ເຫັນ​ທາງທິດ​ຕາເວັນອອກ. ສຽງ​ຂອງ​ພຣະເຈົ້າ​ດັງ​ກ້ອງ​ເໝືອນ​ສຽງ​ນໍ້າ​ທະເລ ແລະ​ແຜ່ນດິນ​ໂລກ​ກໍ​ສະຫວ່າງ​ສະໄຫວ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະອົງ.


ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ນຳ​ຂ້າພະເຈົ້າ​ຜ່ານ​ປະຕູ​ດ້ານ​ເໜືອ ເຂົ້າ​ໄປ​ສູ່​ດ້ານ​ໜ້າ​ຂອງ​ພຣະວິຫານ. ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ຈຶ່ງ​ເຫັນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ກັບ​ພື້ນດິນ


ທະເລ​ມີ​ນໍ້າ​ເຕັມ​ຢູ່​ສັນໃດ ແຜ່ນດິນ​ໂລກ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮອບຮູ້ ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ກະສັດ ປົກຄອງ​ແຜ່ນດິນ​ໂລກ​ນີ້​ທັງໝົດ; ໃນວັນນັ້ນ ຈະ​ມີ​ພຣະເຈົ້າຢາເວ​ແຕ່​ອົງດຽວ ແລະ​ມີ​ນາມຊື່​ຂອງ​ພຣະອົງ​ແຕ່​ນາມດຽວ​ເທົ່ານັ້ນ.


ແຕ່​ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ທົ່ວ​ແຜ່ນດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ,


ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka