Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 6:2 - ພຣະຄຳພີສັກສິ

2 ຢູ່​ຮອບ​ພຣະອົງ​ນັ້ນ ມີ​ເສຣາຟິມ​ມີ​ປີກ​ຫລາຍ​ຕົນ​ກຳລັງ​ຢືນ​ຢູ່ ແຕ່ລະຕົນ​ມີ​ປີກ​ຫົກ​ປີກ. ແຕ່ລະຕົນ​ນັ້ນ​ໄດ້​ໃຊ້​ສອງ​ປີກ​ປົກ​ໜ້າ ສອງ​ປີກ​ປົກ​ໂຕ ແລະ​ອີກ​ສອງ​ປີກ​ສຳລັບ​ໃຊ້​ບິນ.

Uka jalj uñjjattʼäta Copia luraña




ເອຊາຢາ 6:2
34 Jak'a apnaqawi uñst'ayäwi  

ອັບຣາມ​ກົ້ມ​ຂາບລົງ​ທີ່​ພື້ນດິນ ແລະ​ພຣະເຈົ້າ​ກ່າວ​ວ່າ,


ເມື່ອ​ເອລີຢາ​ໄດ້ຍິນ​ສຽງ​ນີ້ ເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ເພິ່ນ​ປົກ​ໜ້າ​ໄວ້ ແລະ​ອອກ​ໄປ​ຢືນ​ຢູ່​ປາກ​ຖໍ້າ. ສຽງ​ນັ້ນ​ກ່າວ​ຕໍ່​ເພິ່ນ​ວ່າ, “ເອລີຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່ນີ້?”


ແລະ​ມີກາອີຢາ​ໄດ້ກ່າວ​ວ່າ, “ສະນັ້ນ ຂໍ​ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເຖີດ ຂ້ານ້ອຍ​ໄດ້​ເຫັນ​ພຣະເຈົ້າຢາເວ​ນັ່ງ​ຢູ່​ເທິງ​ພຣະ​ບັນລັງ​ຂອງ​ພຣະອົງ​ໃນ​ສະຫວັນ ແລະ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ອ້ອມ​ຂ້າງ​ພຣະອົງ.


ເຄຣຸບ​ທັງສອງ​ຕົນ​ນີ້​ມີ​ຮູບຮ່າງ​ຂະໜາດ​ດຽວກັນ. ແຕ່ລະຕົນ​ມີ​ປີກ​ສອງ​ປີກ ແຕ່ລະປີກ​ຍາວ​ສອງ​ແມັດ​ຊາວ​ເຊັນ ເພື່ອ​ວ່າ​ໃຫ້​ໄລຍະ​ແຕ່​ສົ້ນ​ປີກ​ເບື້ອງ​ໜຶ່ງ​ໄປ​ຫາ​ສົ້ນ​ປີກ​ອີກ​ເບື້ອງ​ໜຶ່ງ ຍາວ​ສີ່​ແມັດ​ສີ່ສິບ​ເຊັນ.


ເພິ່ນ​ວາງ​ເຄຣຸບ​ທັງສອງ​ນີ້​ໄວ້​ຄຽງຂ້າງ​ກັນ​ໃນ​ຫ້ອງ​ສັກສິດ​ທີ່ສຸດ ເພື່ອ​ປີກ​ຂອງ​ສັດ​ທັງສອງ​ຕົນ​ນີ້​ຈະ​ຈຸ​ໃສ່​ກັນ ກົງ​ກັບ​ໃຈກາງ​ຂອງ​ຫ້ອງ ແລະ​ໃຫ້​ປີກ​ອີກ​ຂ້າງ​ໜຶ່ງ​ນັ້ນ​ຈຸ​ຝາ.


ປີກ​ຂອງ​ເຄຣຸບ​ເດ່​ອອກ​ໄປ​ປົກ​ຫີບ​ແລະ​ໄມ້​ຄານຫາມ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ພາວັນນາ​ອະທິຖານ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເທົ່ານັ້ນ ພຣະອົງ​ເທົ່ານັ້ນ; ພຣະອົງ​ໄດ້​ຊົງສ້າງ​ສະຫວັນ, ຟ້າ​ສະຫວັນ​ທີ່​ສູງສຸດ ພ້ອມທັງ​ບໍລິວານ​ຂອງ​ຟ້າ​ສະຫວັນ​ທຸກຢ່າງ​ທັງໝົດ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະອົງ​ຊົງ​ພິທັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ ທຸກສິ່ງ​ໃນ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.


ເມື່ອ​ເຖິງ​ວັນ​ທີ່​ພວກ​ເທວະດາ​ຂອງ​ພຣະເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ມານຊາຕານ ກໍ​ມາ​ໃນ​ທ່າມກາງ​ພວກເຂົາ​ດ້ວຍ.


ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ວາງໃຈ​ເທວະດາ​ຂອງ​ພຣະອົງ​ເອງ ໃນ​ສາຍຕາ​ພຣະອົງ ຟ້າ​ສະຫວັນ​ກໍ​ບໍ່​ບໍຣິສຸດ​ຜຸດຜ່ອງ.


ພຣະເຈົ້າ​ບໍ່​ໄວ້​ໃຈ​ຜູ້ຮັບໃຊ້​ພຣະອົງ​ໃນ​ສະຫວັນ; ຊົງ​ພົບ​ແມ່ນແຕ່​ຄວາມຜິດ​ໃນ​ຝູງ​ເທວະດາ​ນັ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ພວກ​ເທວະດາ​ຜູ້​ແຂງແຮງ​ແລະ​ມີ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຜູ້​ທີ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ຊົງ​ກ່າວ.


ພຣະອົງ​ໃຊ້​ລົມ​ໃຫ້​ເປັນ​ຜູ້​ສົ່ງຂ່າວ​ຂອງ​ພຣະອົງ ແລະ​ໃຫ້​ແສງ​ຟ້າ​ແມບເຫລື້ອມ​ເປັນ​ຜູ້ຮັບໃຊ້.


ພຣະອົງ​ນັ່ງ​ເທິງ​ເຄຣຸບ ແລະ​ສະເດັດ​ລົງ​ມາ ແລະ​ທ່ອງທ່ຽວ​ໄປມາ​ຕາມ​ປີກ​ລົມ​ພັດ.


ພຣະເຈົ້າ​ຊົງ​ເປັນ​ທີ່​ຢ້ານກົວ​ໃນ​ຊຸມຊົນ​ຂອງ​ພວກ​ບໍຣິສຸດ​ທັງຫຼາຍ ແລະ​ທຸກຄົນ​ກໍ​ຢືນ​ຢູ່​ຢ່າງ​ເກງກົວ​ສຸດຂີດ​ຕໍ່​ພຣະອົງ​ນັ້ນ.


ໃຫ້​ເຄຣຸບ​ນັ້ນ​ປິ່ນ​ໜ້າ​ເຂົ້າ​ຫາ​ກັນ​ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ຝາອັດ​ຫີບ ແລະ​ໃຫ້​ສົ້ນ​ສຸດ​ຂອງ​ປີກ​ທັງສອງ​ຂ້າງ​ທີ່​ພື​ອອກ​ນັ້ນ ຕິດ​ກັບ​ຝາອັດ​ຫີບ​ໃຫ້​ເປັນ​ເນື້ອ​ດຽວກັນ.


ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.


ເຄຣຸບ​ນັ້ນ​ແມ່ນ​ໄດ້​ປິ່ນ​ໜ້າ​ເຂົ້າ​ຫາ​ກັນ ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ຝາອັດ​ຫີບ.


ຕໍ່ມາ ໄດ້​ມີ​ເສຣາຟິມ​ຕົນ​ໜຶ່ງ​ບິນ​ລົງ​ມາ​ຫາ​ຂ້າພະເຈົ້າ ໂດຍ​ໃຊ້​ເຫຼັກ​ຄີບ​ເອົາ​ຖ່ານໄຟ​ແດງ​ມາ​ຈາກ​ແທ່ນບູຊາ.


ປີກ​ສອງ​ປີກ ຂອງ​ແຕ່ລະຕົນ​ພື​ອອກ​ໄປ​ຈຸ​ກັບ​ປາຍ​ປີກ​ຂອງ​ຕົນ​ອື່ນ ແລະ​ສອງ​ປີກ​ອື່ນ​ອີກ​ກໍ​ປົກຫຸ້ມ​ຕົນຕົວ​ໄວ້.


ເມື່ອ​ສິ່ງທີ່ມີ​ຊີວິດ​ເຫຼົ່ານັ້ນ​ບິນ​ໄປ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ປີກ​ດັງ​ເໝືອນ​ສຽງ​ຄື້ນ​ຂອງ​ທະເລ, ເໝືອນ​ສຽງ​ຂອງ​ກອງທັບ​ໃຫຍ່ ເໝືອນ​ສຽງ​ຂອງ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ເມື່ອ​ເຊົາ​ບິນ ພວກມັນ​ກໍ​ຫຸບ​ປີກ​ເຂົ້າ​ໄວ້​


ແລ້ວ​ຂ້າພະເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ເຫັນ​ລົມພະຍຸ​ກຳລັງ​ພັດ​ມາ​ແຕ່​ທາງ​ທິດເໜືອ. ຟ້າ​ແມບເຫລື້ອມ​ສາດ​ແສງ​ອອກ​ມາ​ຈາກ​ເມກ​ກ້ອນ​ໃຫຍ່ ແລະ​ທ້ອງຟ້າ​ກໍ​ລຸກ​ຂຶ້ນ​ເປັນ​ໄຟ​ອ້ອມຮອບ. ບ່ອນ​ທີ່​ມີ​ແສງ​ຟ້າ​ແມບເຫລື້ອມ​ນັ້ນ ມີ​ສິ່ງ​ໜຶ່ງ​ສ່ອງ​ແສງ​ເໝືອນ​ທອງສຳຣິດ.


ແຕ່ລະ​ຕົນ​ນັ້ນ ມີ​ສີ່​ໜ້າ​ແລະ​ສີ່​ປີກ.


ປີກ​ສອງ​ປີກ​ຂອງ​ແຕ່ລະ​ຕົນ ພື​ອອກ​ໄປ​ຈຸ​ກັບ​ປີກ​ຂອງ​ກັນແລະກັນ​ເປັນ​ຮູບ​ສີ່​ຫລ່ຽມ. ເມື່ອ​ພວກມັນ​ເຄື່ອນຍ້າຍ ພວກມັນ​ກໍ​ຈະ​ໄປ​ເປັນ​ໝູ່​ໂດຍ​ບໍ່​ຫັນ​ຕົນຕົວ.


ເມື່ອ​ເຄຣຸບ​ເຫຼົ່ານັ້ນ​ເຫາະຂຶ້ນ​ສູ່​ອາກາດ​ແລະ​ເຄື່ອນຍ້າຍ​ໄປ ລໍ້​ທັງຫລາຍ​ນັ້ນ​ກໍ​ເຄື່ອນ​ໄປ​ນຳ. ເມື່ອໃດ​ພື​ປີກ​ບິນ​ໄປ ລໍ້​ກໍ​ໄປ​ນຳ​ເມື່ອນັ້ນ.


ສິ່ງທີ່ມີ​ຊີວິດ​ແຕ່ລະຕົນ​ມີ​ໜ້າ​ສີ່​ໜ້າ, ສີ່​ປີກ ແລະ​ຢູ່​ໃຕ້​ຂອງ​ແຕ່ລະປີກ​ເບິ່ງ​ຄ້າຍ​ຄື​ມື​ຂອງ​ມະນຸດ.


ແລະ​ມີ​ແປວໄຟ​ຟົ້ງ​ອອກ​ຈາກ​ທີ່​ນັ້ນ. ມີ​ຫລາຍ​ພັນ​ຄົນ​ບົວລະບັດ​ຮັບໃຊ້​ເພິ່ນ​ຢູ່​ທີ່​ນັ້ນ ແລະ​ມີ​ຫລາຍ​ລ້ານ​ຄົນ​ຢືນ​ຢູ່​ຊ້ອງໜ້າ​ເພິ່ນ. ສານ​ເລີ່ມ​ການ​ພິພາກສາ ແລະ​ໜັງສື​ຕ່າງໆ​ກໍ​ຖືກ​ເປີດ​ອອກ.


ເມື່ອ​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ກໍ​ມີ​ເທວະດາ​ຄັບຣີເອນ ຕົນ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ເທື່ອ​ທຳອິດ​ນັ້ນ ເຫາະ​ລົງ​ມາ​ສູ່​ບ່ອນ​ຂ້າພະເຈົ້າ​ຢູ່. ພໍດີ​ເປັນ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນຄໍ່າ.


ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ຕໍ່​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ​ຜູ້​ທີ່​ຄອຍ​ຮັບໃຊ້​ທ່ານ​ຢູ່​ນັ້ນ​ວ່າ, “ຈົ່ງ​ແກ້​ເສື້ອ​ອັນ​ເປິເປື້ອນ​ຂອງ​ຊາຍ​ຄົນ​ນີ້​ອອກ​ສາ.” ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ເຢຊູອາ​ວ່າ, “ເຮົາ​ໄດ້​ຍົກ​ບາບ​ໃຫ້​ເຈົ້າ​ແລ້ວ ແລະ​ເຮົາ​ຈະ​ເອົາ​ເສື້ອໃໝ່​ໃຫ້​ເຈົ້າ​ນຸ່ງ.”


ສ່ວນ​ປະຊາຊົນ​ຢູ່​ຂ້າງ​ນອກ ກໍ​ພາກັນ​ພາວັນນາ​ອະທິຖານ ໃນ​ເວລາ​ທີ່​ເຜົາ​ເຄື່ອງຫອມ​ຢູ່​ນັ້ນ.


ສ່ວນ​ກ່ຽວກັບ​ບັນດາ​ເທວະດາ​ເຫຼົ່ານັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ພຣະເຈົ້າ​ບັນດານ​ໃຫ້ ຝູງ​ເທວະດາ​ຂອງ​ພຣະອົງ​ເປັນ​ລົມ ແລະ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເປັນ​ແປວໄຟ​ອັນ​ຮ້ອນກ້າ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ອີກ ບິນ​ໄປ​ໃນ​ທ້ອງຟ້າ ມີ​ຂ່າວປະເສີດ​ອັນ​ນິຣັນດອນ ນຳ​ໄປ​ປະກາດ​ແກ່​ຊາວ​ໂລກ​ທັງປວງ, ແກ່​ທຸກ​ປະເທດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ ທຸກ​ຕົນ​ມີ​ປີກ​ຫົກ​ປີກ ແລະ​ມີ​ຕາ​ເຕັມ​ຂ້າງນອກ​ແລະ​ຂ້າງໃນ. ພວກເພິ່ນ​ຮ້ອງ​ຕະຫລອດ​ວັນ​ຕະຫລອດ​ຄືນ​ບໍ່​ຢຸດ​ບໍ່​ເຊົາ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ຜູ້​ຈະ​ຊົງ​ສະເດັດ​ມາ.”


ແລະ​ເທວະດາ​ທັງໝົດ​ທີ່​ຢືນ​ອ້ອມ​ພຣະຣາຊບັນລັງ ອ້ອມ​ພວກ​ອາວຸໂສ ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ໄດ້​ພາກັນ​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະ​ບັນລັງ ແລະ​ນະມັດສະການ​ພຣະເຈົ້າ


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ໂຕໜຶ່ງ ບິນ​ຢູ່​ໃນ​ທ້ອງຟ້າ ຮ້ອງ​ສຽງດັງ​ວ່າ, “ວິບັດ ວິບັດ ວິບັດ​ຈະ​ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ເພາະ​ສຽງ​ແກ​ທີ່​ເຫຼືອ ຊຶ່ງ​ເທວະດາ​ທັງ​ສາມ​ກຳລັງ​ຈະ​ເປົ່າ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka