Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 6:13 - ພຣະຄຳພີສັກສິ

13 ເຖິງ​ແມ່ນ​ວ່າ​ໜຶ່ງ​ໃນ​ສິບ​ຄົນ​ຈະ​ຍັງເຫລືອ​ຢູ່​ກໍຕາມ ເຂົາ​ກໍ​ຈະ​ຖືກ​ທຳລາຍ​ຄືກັນ ເຂົາ​ຈະ​ເປັນ​ດັ່ງ​ກົກ​ແປກ​ທີ່​ຖືກ​ຕັດ​ເຫຼືອ​ແຕ່​ຕໍ.” (ຕໍ​ນັ້ນ​ໝາຍເຖິງ​ການ​ເລີ່ມຕົ້ນໃໝ່​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ.)

Uka jalj uñjjattʼäta Copia luraña




ເອຊາຢາ 6:13
25 Jak'a apnaqawi uñst'ayäwi  

ຊົນຊາດ​ທັງປວງ​ໃນ​ໂລກ​ຈະ​ຂໍຮ້ອງ​ເຮົາ​ໃຫ້​ອວຍພອນ​ພວກເຂົາ ດັ່ງ​ທີ່​ເຮົາ​ໄດ້​ອວຍພອນ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້ ເພາະ​ເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.”


ຜູ້ຊາຍ​ຊາວຢິວ​ໄດ້​ແຕ່ງງານ​ກັບ​ພວກຜູ້ຍິງ​ຕ່າງຊາດ; ດັ່ງນັ້ນ ປະຊາຊົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ຈຶ່ງ​ກາຍເປັນ​ປະຊາຊົນ​ຜູ້​ບໍ່​ບໍຣິສຸດ. ບັນດາ​ຜູ້ນຳ ແລະ​ບັນດາ​ຂ້າຣາຊການ​ໄດ້​ເປັນ​ຕົວການ​ໃນ​ເລື່ອງນີ້.”


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ມີ​ພຣະຄຸນ​ຕໍ່​ພວກ​ຂ້ານ້ອຍ​ທີ່ສຸດ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ບາງຄົນ​ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້ ແລະ​ດຳເນີນ​ຊີວິດ​ຢ່າງ​ປອດໄພ​ຢູ່​ໃນ​ບ່ອນ​ສັກສິດ​ນີ້. ພຣະອົງ​ໄດ້​ໂຜດ​ໃຫ້​ພວກ​ຂ້ານ້ອຍ ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້​ມາ​ໄດ້ ແລະ​ທັງ​ໃຫ້​ພວກ​ຂ້ານ້ອຍ​ມີ​ຊີວິດ​ໃໝ່.


ຖ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ໂຜດ​ບາງຄົນ​ໃຫ້​ລອດຊີວິດ​ຢູ່​ແລ້ວ ນະຄອນ​ເຢຣູຊາເລັມ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ.


ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ທຸກຄົນ​ທີ່​ເຫລືອຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກໄວ້​ໃຫ້​ມີ​ຊີວິດ​ຢູ່ ຄົນ​ຈະ​ເອີ້ນ​ເຂົາ​ວ່າ ບໍຣິສຸດ.


ເຮົາ​ຈະ​ປ່ອຍ​ໃຫ້​ບາງຄົນ​ຫລົບ​ໜີ​ຈາກ​ການ​ຖືກ​ສັງຫານໝູ່ ແລະ​ຖືກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເມືອງ​ໜຶ່ງ​ໃນ​ຊາດ​ອິດສະຣາເອນ​ໄດ້​ສົ່ງ​ທະຫານ​ພັນ​ຄົນ​ອອກ​ໄປ, ແຕ່​ມີ​ຮ້ອຍ​ຄົນ​ເທົ່ານັ້ນ​ທີ່​ກັບຄືນ​ມາ; ແລະ​ເມືອງ​ໜຶ່ງ​ອີກ​ກໍ​ສົ່ງ​ທະຫານ​ຮ້ອຍ​ຄົນ​ອອກ​ໄປ, ແຕ່​ມີ​ພຽງ​ສິບ​ຄົນ​ເທົ່ານັ້ນ​ທີ່​ກັບຄືນ​ມາ.”


ພວກເຂົາ​ຈະ​ຕີ​ຊະນະ​ອັດຊີເຣຍ ຄື​ດິນແດນ​ຂອງ​ນິມໂຣດ​ດ້ວຍ​ກຳລັງ​ອາວຸດ; ແລະ​ເຂົາ ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ ເມື່ອ​ພວກເຂົາ​ຮຸກຮານ​ດິນແດນ​ຂອງ​ພວກເຮົາ.


ເຮົາ​ຈະ​ປ່ອຍ​ປະຊາຊົນ​ໃຫ້​ຢູ່​ໃນ​ທີ່ນັ້ນ ຄື​ຜູ້​ຕໍ່າຕ້ອຍ​ແລະ​ຖ່ອມໃຈ​ລົງ ພວກເຂົາ​ຈະ​ສະແຫວງຫາ​ທີ່ລີ້ໄພ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ແລະ​ສອງ​ສ່ວນ​ສາມ​ຂອງ​ປະຊາຊົນ​ທົ່ວ​ປະເທດ​ຈະ​ຕາຍໄປ.


ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ເຈົ້າ​ມີ​ເນື້ອກາຍ ແລະ​ມີ​ຈິດໃຈ​ເປັນ​ອັນໜຶ່ງ​ອັນ​ດຽວກັນ​ກັບ​ນາງ​ບໍ? ຄວາມປະສົງ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ຫຍັງ? ກໍ​ເພື່ອ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ມີ​ລູກ ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ. ດັ່ງນັ້ນ ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ຕໍ່​ເມຍ​ຂອງຕົນ.


ແຕ່​ຖ້າ​ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ​ແລ້ວ ກໍ​ຈະ​ບໍ່ມີ​ມະນຸດ​ຄົນ​ໃດ​ພົ້ນ​ໄດ້, ແຕ່​ເພື່ອ​ເຫັນ​ແກ່​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ນັ້ນ ພຣະເຈົ້າ​ຈະ​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ.


ຖ້າ​ອົງພຣະ​ຜູ້​ເປັນເຈົ້າ ບໍ່ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ​ແລ້ວ ກໍ​ຈະ​ບໍ່ມີ​ມະນຸດ​ຄົນ​ໃດ​ລອດຊີວິດ​ຢູ່​ເລີຍ, ແຕ່​ເພາະ​ເຫັນ​ແກ່​ພວກ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ແລ້ວ​ນັ້ນ ພຣະອົງ​ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ.


ພວກເຂົາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ພວກ​ບັນພະບຸລຸດ​ຄົນ​ສຳຄັນ ແລະ​ພຣະຄຣິດ​ກໍໄດ້​ບັງເກີດ​ເປັນ​ມະນຸດ​ໃນ​ເຊື້ອຊາດ​ຂອງ​ພວກເຂົາ ຂໍ​ໃຫ້​ພຣະເຈົ້າ​ຜູ້ປົກຄອງ​ເໜືອ​ສິ່ງສາລະພັດ ຈົ່ງ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ເປັນນິດ​ເທີ້ນ ອາແມນ.


ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຈະ​ມີ​ຈຳນວນພົນ​ຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ກໍດີ ແຕ່​ຈະ​ມີ​ໜ້ອຍ​ຄົນ​ເທົ່ານັ້ນ​ທີ່​ຍັງ​ມີ​ຊີວິດ​ຢູ່ ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຈົ່ງ​ເຮັດ​ເຊັ່ນນີ້ ເພາະວ່າ​ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າຈາກ​ໄດ້​ເລືອກ​ເອົາ​ພວກເຈົ້າ​ຈາກ​ຊົນຊາດ​ທັງໝົດ​ທົ່ວ​ເທິງ​ແຜ່ນດິນ​ໂລກ ມາ​ເປັນ​ຊົນຊາດ​ພິເສດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka