Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 6:12 - ພຣະຄຳພີສັກສິ

12 ພຣະເຈົ້າຢາເວ​ຈະ​ກວາດຕ້ອນ​ເອົາ​ຝູງ​ຄົນ​ໃຫ້​ໜີໄປ​ໄກ ແລະ​ຈະ​ໃຫ້​ດິນດອນ​ຕ່ອນຫຍ້າ​ໂສກເສົ້າ​ຫງອຍເຫງົາ.

Uka jalj uñjjattʼäta Copia luraña




ເອຊາຢາ 6:12
15 Jak'a apnaqawi uñst'ayäwi  

ແລ້ວ​ເນບູຊາຣາດານ​ກໍ​ຈັບ​ປະຊາຊົນ​ທີ່​ຍັງ​ເຫຼືອ​ຄ້າງ​ຢູ່​ໃນ​ເມືອງ, ພວກ​ຄົນງານ​ທີ່​ມີ​ຝີມື​ດີ ທີ່​ຍັງເຫລືອ​ຢູ່ ແລະ​ພວກ​ທີ່​ມາ​ຍິນຍອມ​ຕໍ່​ພວກ​ບາບີໂລນ ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ;


ໃນ​ຂົງເຂດ​ຮາມັດ. ກະສັດ​ໄດ້​ຂ້ຽນ​ຕີ​ພວກເຂົາ ແລະ​ຂ້າ​ພວກເຂົາ​ເສຍ​ໃນ​ທີ່ນັ້ນ. ດັ່ງນັ້ນ ປະຊາຊົນ​ຊາວ​ຢູດາ​ຈຶ່ງ​ໄດ້​ຖືກ​ກວາດລ້າງ​ອອກ​ຈາກ​ດິນແດນ​ຂອງ​ພວກຕົນ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ຄົນ​ທີ່​ລອດຊີວິດ​ຈະ​ຫາ​ຍາກ​ກວ່າ​ຫາ​ຄຳ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຊົນຊາດ​ຂອງ​ຂ້ານ້ອຍ ມີ​ປະຊາຊົນ​ມາກມາຍ​ເພີ່ມພູນ​ຍິ່ງໆ​ຂຶ້ນ ທັງ​ເຮັດ​ໃຫ້​ເຂດແດນ​ທຸກ​ດ້ານ​ຂະຫຍາຍ​ອອກ​ໄປ ເປັນ​ການ​ນຳ​ກຽດ​ອັນ​ຍິ່ງໃຫຍ່​ມາ​ສູ່​ພຣະອົງ.


ຂ້າພະເຈົ້າ​ໄດ້ຍິນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮືອນ​ຫລັງ​ໃຫຍ່ໆ​ແລະ​ງາມໆ​ເຫຼົ່ານີ້​ຈະ​ເປົ່າຮ້າງ​ແລະ​ເພພັງ​ລົງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ທົ່ວໂລກ​ຕົກໃຈ​ຢ້ານ​ໃນ​ເຫດການ ທີ່​ເກີດຂຶ້ນ​ກັບ​ພວກເຂົາ​ກໍ​ເພາະ​ສິ່ງ​ທີ່​ມານາເຊ​ລູກຊາຍ​ຂອງ​ເຮເຊກີຢາ ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ລາວ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ.”


ເມື່ອ​ໄດ້ຍິນ​ສຽງ​ທະຫານ​ຂີ່​ມ້າ​ແລະ​ນັກຍິງທະນູ ທຸກໆ​ຄົນ​ກໍ​ຈະ​ພາກັນ​ແລ່ນ​ປົບໜີໄປ​ທັງນັ້ນ. ບາງຄົນ​ກໍ​ຈະ​ແລ່ນ​ໄປ​ສູ່​ປ່າດົງ​ພົງໄພ ບາງຄົນ​ກໍ​ຈະ​ປີນ​ຂຶ້ນ​ຕາມ​ໂງ່ນຫີນ​ດ້ວຍ. ທຸກໆ​ເມືອງ​ກໍ​ຈະ​ຖືກ​ປະ​ໃຫ້​ຮ້າງເປົ່າ​ທັງໝົດ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ຕໍ່ໄປ​ອີກ.


ຢູ່​ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ. ກະສັດ​ໄດ້​ຂ້ຽນ​ແລະ​ປະຫານ​ຊີວິດ​ພວກເຂົາ​ໃນ​ທີ່ນັ້ນ. ສະນັ້ນ ປະຊາຊົນ​ຢູດາ​ຈຶ່ງ​ຖືກ​ກວາດ​ຈາກ​ດິນແດນ​ຂອງ​ພວກຕົນ ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ເຫດໃດ​ຈຶ່ງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ຢ່າງ​ດົນນານ? ພຣະອົງ​ຈະ​ບໍ່​ຈົດຈຳພວກ​ຂ້ານ້ອຍ​ເລີຍ​ບໍ?


ຄື​ມະນຸດ​ທຸກຄົນ​ແລະ​ສັດ​ທຸກ​ໂຕ, ຝູງນົກ ແລະ​ຝູງ​ປາ. ເຮົາ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ຄົນຊົ່ວຮ້າຍ. ເຮົາ​ຈະ​ທຳລາຍ​ມະນຸດສະໂລກ​ທັງໝົດ ແລະ​ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ເຫຼືອ​ຢູ່​ເລີຍ. ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ດ້ວຍວ່າ, ຖ້າ​ຊົນຊາດ​ພວກເຮົາ​ຖືກ​ປະຖິ້ມ ອັນ​ເປັນ​ເຫດ​ໃຫ້​ມະນຸດ​ທັງ​ໂລກ ກັບຄືນ​ມາ​ເປັນ​ມິດ​ກັບ​ພຣະເຈົ້າ ການ​ທີ່​ພຣະເຈົ້າ​ຮັບ​ເອົາ​ພວກ​ຢິວ​ກັບຄືນ​ມາ​ຫາ​ພຣະອົງ​ນັ້ນ ກໍ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍໄປ​ແລ້ວ ກັບຄືນ​ມາ​ໃໝ່.


ພຣະເຈົ້າຢາເວ​ຈະ​ກະຈັດ​ກະຈາຍ​ພວກເຈົ້າ​ໃນ​ທ່າມກາງ​ທຸກ​ຊົນຊາດ ຕັ້ງແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ໂລກ ແລ້ວ​ພວກເຈົ້າ​ກໍ​ຈະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ເປັນ​ໄມ້​ແລະ​ເປັນ​ຫີນ ຊຶ່ງ​ທັງ​ພວກເຈົ້າ​ເອງ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka