Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 59:5 - ພຣະຄຳພີສັກສິ

5-6 ແຜນ​ປອງຮ້າຍ​ທີ່​ພວກເຈົ້າ​ໄດ້​ວາງ​ໄວ້ນັ້ນ ເຮັດ​ໃຫ້​ເຖິງ​ຕາຍ​ໄດ້​ດັ່ງ​ໄຂ່​ຂອງ​ງູພິດ. ເມື່ອ​ໄຂ່​ແຕກ ໂຕ​ງູ​ຈະ​ອອກ​ມາ​ໂລດ ແຕ່​ແຜນ​ປອງຮ້າຍ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ດີ​ຫຍັງ​ເລີຍ ເພາະ​ມັນ​ບໍ່ມີ​ປະໂຫຍດ​ດັ່ງ​ເຄື່ອງນຸ່ງ​ທີ່​ເຮັດ​ດ້ວຍ​ໃຍ​ແມງມຸມ

Uka jalj uñjjattʼäta Copia luraña




ເອຊາຢາ 59:5
6 Jak'a apnaqawi uñst'ayäwi  

ພວກເຂົາ​ວາງໃຈ​ໃນ​ເສັ້ນດ້າຍ​ຄື​ໄຍແມງມູມ ຖ້າ​ເອື່ອຍອີງ​ແຕ່​ໄຍ​ເຫດໃດ​ມັນ​ຈະ​ຍືນຍົງ​ຢູ່ໄດ້? ຖ້າ​ໂຕ​ແມງມູມ​ນັ້ນ​ພຽງແຕ່​ຈັບ​ເສັ້ນໄຍ ໄຍ​ມັນ​ກໍ​ຊ່ວຍຊູ​ໃຫ້​ມັນ​ຍືນຍົງ​ຢູ່​ບໍ່ໄດ້.


ແຕ່​ເມື່ອ​ເຈົ້າ​ດື່ມ​ລົງ​ໄປ​ແລ້ວ ເຈົ້າ​ຈະ​ຮູ້ສຶກ​ເຈັບປວດ​ດັ່ງ​ຖືກ​ງູພິດ​ກັດ.


ປະຊາຊົນ​ຊາວ​ຟີລິດສະຕິນ​ເອີຍ ໄມ້ຄ້ອນ​ທີ່​ໃຊ້​ຕີ​ພວກເຈົ້າ​ນັ້ນ​ຫັກ​ສາ​ແລ້ວ ແຕ່​ພວກເຈົ້າ​ຢ່າ​ສູ່​ຟ້າວ​ດີໃຈ. ເມືອ​ງູ​ໂຕໜຶ່ງ​ຕາຍໄປ ງູ​ໂຕ​ໂຫດຮ້າຍ​ທີ່ສຸດ​ກໍ​ຂຶ້ນ​ມາ​ແທນ ເໝືອນ​ດັ່ງ​ໄຂ່ງູ​ຟັກ​ອອກ​ເປັນ​ໂຕ​ມັງກອນ.


ນົກ​ເຄົ້າ​ຈະ​ເຮັດ​ຮັງ​ຟັກ​ໄຂ່​ອອກລູກ ແລະ​ລ້ຽງ​ລູກ​ຂອງຕົນ​ໃນ​ທີ່ນັ້ນ. ແຮ້ງ​ຈະ​ບິນ​ມາ​ເທື່ອລະ​ໂຕ​ເພື່ອ​ເຕົ້າໂຮມ​ກັນ​ຢູ່​ໃນ​ບ່ອນນັ້ນ.


ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ຄວາມດີ​ໄດ້​ແນວ​ໃດ ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ດ້ວຍວ່າ, ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.


ພໍ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ​ຢ່າງ​ຫລວງຫລາຍ​ມາ​ຫາ​ຕົນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka