ເອຊາຢາ 59:21 - ພຣະຄຳພີສັກສິ21 ຝ່າຍເຮົາເຮັດພັນທະສັນຍາກັບພວກເຈົ້າ ພຣະເຈົ້າຢາເວກ່າວວ່າ: ເຮົາໄດ້ມອບພຣະວິນຍານຂອງເຮົາໃຫ້ພວກເຈົ້າ ແລະມອບຂໍ້ຄຳສັ່ງສອນຂອງເຮົາໃຫ້ເປັນຂອງພວກເຈົ້າຕະຫລອດໄປ ແລະຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຕ້ອງເຊື່ອຟັງເຮົາ ພ້ອມທັງສັ່ງສອນພວກລູກຫລານແລະເຊື້ອສາຍຂອງພວກເຈົ້າ ໃຫ້ເຊື່ອຟັງເຮົາທຸກຍຸກທຸກສະໄໝ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ.