ເອຊາຢາ 59:2 - ພຣະຄຳພີສັກສິ2 ເພາະການບາບຂອງພວກເຈົ້າເອງ ພຣະອົງຈຶ່ງບໍ່ໄດ້ຍິນພວກເຈົ້າຮ້ອງຂໍໃຫ້ຊ່ວຍເຫລືອ. ເມື່ອພວກເຈົ້າພະຍາຍາມນະມັດສະການພຣະເຈົ້າ ແມ່ນການບາບຂອງພວກເຈົ້ານັ້ນແຫລະ ທີ່ແຍກພວກເຈົ້າຈາກພຣະອົງ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.
ເມື່ອພວກທີ່ລອດຕາຍກັບຄືນມາຄ້າຍ ພວກຜູ້ນຳຊາວອິດສະຣາເອນຈຶ່ງເວົ້າວ່າ, “ເປັນຫຍັງມື້ນີ້ພຣະເຈົ້າຢາເວຈຶ່ງໃຫ້ພວກຟີລິດສະຕິນຊະນະພວກເຮົາ? ຈົ່ງໄປເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວມາຈາກເມືອງຊີໂລ ເພື່ອວ່າພຣະອົງ ຈະສະຖິດຢູ່ກັບພວກເຮົາ ແລະຊ່ວຍພວກເຮົາໃຫ້ພົ້ນຈາກເງື້ອມມືສັດຕູຂອງພວກເຮົາ.”