Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 59:19 - ພຣະຄຳພີສັກສິ

19 ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 59:19
25 Jak'a apnaqawi uñst'ayäwi  

ຈາກ​ທິດ​ຕາເວັນອອກ​ໄປ​ຫາ​ທິດ​ຕາເວັນຕົກ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ.


ທຸກ​ມູມໂລກ ທຸກ​ຊົນຊາດ​ຈະ​ຄິດເຖິງ​ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ທຸກ​ເຊື້ອຊາດ​ພາສາ​ຈະ​ນະມັດສະການ​ພຣະອົງ.


ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້ຍິນ​ຄຳ​ທີ່​ຂ້ານ້ອຍ​ສັນຍາ ແລະ​ມອບ​ສິ່ງ​ທີ່​ເປັນ​ຂອງ​ຜູ້​ຢຳເກງ​ພຣະນາມ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເບິ່ງ​ເຫັນໄດ້​ແຕ່​ໄກ. ໄຟ​ແລະ​ຄວັນ​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຈາ​ແລະ​ຖ້ອຍຄຳ​ນັ້ນ​ກໍ​ລຸກ​ໄໝ້​ຂຶ້ນ​ເປັນ​ໄຟ.


ພຣະອົງ​ເຮັດ​ໃຫ້​ລົມ​ພັດ​ຢູ່​ເບື້ອງໜ້າ​ຂອງ​ພຣະອົງ ດັ່ງ​ກະແສ​ນໍ້າ​ຖ້ວມ​ພັດ​ເອົາ​ທຸກໆສິ່ງ​ໄປ. ມັນ​ກວາດ​ເອົາ​ຊົນຊາດ​ທັງຫລາຍ​ໄປ​ສູ່​ຄວາມ​ຈິບຫາຍ ແລະ​ເຮັດ​ໃຫ້​ແຜນການ​ອັນ​ຊົ່ວຮ້າຍ​ຂອງ​ພວກເຂົາ​ສິ້ນສຸດ​ລົງ.


ເຮົາ​ເຮັດ​ສິ່ງ​ນີ້​ກໍ​ເພື່ອ​ວ່າ​ທຸກໆ​ຄົນ ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ແຜ່ນດິນ​ໂລກ ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ຮູ້​ວ່າ​ໃນ​ໂລກນີ້​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ພວກເຂົາ​ຈະ​ມາ​ຈາກ​ດິນແດນ​ຫ່າງໄກ ທິດເໜືອ ທິດ​ຕາເວັນຕົກ ອາຊວານ ທິດໃຕ້.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ຍາວນານ​ມາ​ສູ່​ພວກເຈົ້າ; ຊັບສົມບັດ​ຂອງ​ປະຊາຊາດ​ຕ່າງໆ​ຈະ​ຫລັ່ງໄຫລ​ມາ​ສູ່​ພວກເຈົ້າ ດັ່ງ​ສາຍນໍ້າ​ທີ່​ບົກແຫ້ງ​ບໍ່​ເປັນ​ຈັກເທື່ອ. ພວກເຈົ້າ​ຈະ​ເປັນ​ດັ່ງ​ເດັກນ້ອຍ ຜູ້​ທີ່​ແມ່​ອຸ້ມ​ໃຫ້​ກິນ​ນົມ​ແລະ​ຖະໜຸ​ຖະໜອມ​ດ້ວຍ​ຄວາມຮັກ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ກະສັດ​ອັດຊີເຣຍ​ພ້ອມ​ກອງທັບ​ທັງໝົດ​ຂອງ​ລາວ ມາ​ໂຈມຕີ​ຢູດາຍ. ກອງທັບ​ນີ້​ຈະ​ບຸກໜ້າ​ໄປ​ດັ່ງ​ແມ່ນໍ້າ​ເອີຟຣັດ​ໄຫລ​ນອງລົ້ນ​ຕາຝັ່ງ.


ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ທັງໝົດ​ໃນ​ແຜ່ນດິນ​ໂລກ​ນັ້ນ ຈະ​ຖືກ​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອຳນາດ​ແຫ່ງ​ກະສັດ​ຂອງ​ພວກເຂົາ​ຈະ​ບໍ່​ສິ້ນສຸດ​ໄປ ແລະ​ບັນດາ​ຜູ້ປົກຄອງ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮັບໃຊ້​ແລະ​ເຊື່ອຟັງ​ພວກເຂົາ.


ພວກເຂົາ​ຈະ​ລິເລືອ​ໄປ​ຕາມ​ຂີ້ຝຸ່ນ​ດິນ​ເໝືອນ​ດັ່ງ​ງູ; ພວກເຂົາ​ຈະ​ອອກ​ມາ​ຈາກ​ປ້ອມ​ປ້ອງກັນ​ທັງ​ຢ້ານກົວ​ຈົນ​ສັ່ນເຊັນ. ພວກເຂົາ​ຈະ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຢຳເກງ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຫລາຍ​ຄົນ​ຈະ​ມາ​ຈາກ​ທິດ​ຕາເວັນອອກ​ກັບ​ທິດ​ຕາເວັນຕົກ ແລະ​ນັ່ງ​ຮ່ວມ​ໂຕະ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່​ງານກິນລ້ຽງ​ໃນ​ອານາຈັກ​ສະຫວັນ.


ໃນຂະນະ​ນັ້ນ ຜູ້ຊົ່ວຮ້າຍ​ຈຶ່ງ​ຈະ​ປາກົດ​ຕົວ ແລະ​ອົງ​ພຣະເຢຊູເຈົ້າ​ກໍ​ຈະ​ປະຫານ​ມັນ​ເສຍ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ​ຈະ​ລ້າງຜານ​ໃຫ້​ມັນ​ດັບສູນ​ໄປ​ດ້ວຍ​ແສງ​ອັນ​ຮຸ່ງເຮືອງ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ບັດນີ້​ຄວາມ​ລອດພົ້ນ ຣິດເດດ ແລະ​ຣາຊອານາຈັກ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ກັບ​ທັງ​ຣິດອຳນາດ​ພຣະຄຣິດ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ ເພາະວ່າ​ຜູ້​ທີ່​ກ່າວໂທດ​ພວກ​ພີ່ນ້ອງ​ຂອງເຮົາ ຕໍ່​ພຣະພັກ​ພຣະເຈົ້າ​ຂອງເຮົາ ທັງ​ກາງເວັນ​ແລະ​ກາງຄືນ​ນັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ເສຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka