18 ພຣະອົງຈະລົງໂທດເຫຼົ່າສັດຕູຂອງພຣະອົງຕາມການກະທຳຂອງພວກເຂົາ ແມ່ນແຕ່ຄົນທີ່ອາໄສຢູ່ໃນດິນແດນຕ່າງໆທີ່ຫ່າງໄກກໍຕາມ.
ພຣະອົງໃຫ້ບຳເໜັດມະນຸດໃນສິ່ງທີ່ພວກເຂົາກະທຳ ແລະເຮັດຕໍ່ພວກເຂົາ ສົມກັບສິ່ງທີ່ພວກເຂົາຄວນໄດ້ຮັບ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມຮັກຂອງພຣະອົງກໍໝັ້ນຄົງ ເພາະພຣະອົງເປັນຜູ້ປະທານບຳເໜັດລາງວັນໃຫ້ແກ່ທຸກຄົນ ຕາມຜົນການກະທຳຂອງເຂົາເຈົ້າ.
ສະນັ້ນ ບັດນີ້ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ອົງຊົງຣິດອຳນາດຂອງຊາດອິດສະຣາເອນກຳລັງກ່າວວ່າ, “ເຮົາຈະແກ້ແຄ້ນພວກເຈົ້າຜູ້ທີ່ເປັນສັດຕູຂອງເຮົາ ແລ້ວພວກເຈົ້າກໍຈະບໍ່ສ້າງຄວາມເດືອດຮ້ອນໃຫ້ເຮົາອີກຕໍ່ໄປ.
ຈົ່ງບອກທຸກຄົນທີ່ຂາດຄວາມຊູໃຈໃຫ້ຮູ້ວ່າ “ຈົ່ງເຂັ້ມແຂງ ແລະຢ່າສູ່ຢ້ານປະການໃດເລີຍ ພຣະເຈົ້າກຳລັງມາຊ່ວຍເອົາພວກເຈົ້າໃຫ້ພົ້ນ, ພຣະອົງກຳລັງມາແກ້ແຄ້ນສັດຕູຂອງພວກເຈົ້າ.”
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວຈະມາປົກຄອງດ້ວຍຣິດທານຸພາບຍິ່ງໃຫຍ່ ໂດຍນຳຄົນທີ່ພຣະອົງໄດ້ຊ່ວຍກູ້ເອົາມາພ້ອມ.
ຂ້ານ້ອຍກ່າວວ່າ, “ຂ້ານ້ອຍເຮັດວຽກ ແຕ່ກໍບໍ່ມີປະໂຫຍດ ຂ້ານ້ອຍໃຊ້ກຳລັງ ແຕ່ກໍບໍ່ສຳເລັດຫຍັງຈັກຢ່າງ. ແຕ່ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວປ້ອງກັນສິດ ພຣະອົງຈະໃຫ້ບຳເໜັດໃນສິ່ງທີ່ຂ້ານ້ອຍກະທຳນັ້ນ.
ອົງພຣະຜູ້ເປັນເຈົ້າຕອບວ່າ, “ເຮົາໄດ້ຢຽບຢໍ່າບັນດາປະຊາຊາດດັ່ງຢຽບຢໍ່າໝາກອະງຸ່ນ ແລະບໍ່ມີຜູ້ໃດໄດ້ມາຊ່ວຍເຮົາເລີຍ. ເຮົາໄດ້ຢຽບຢໍ່າພວກເຂົາລົງດ້ວຍຄວາມໂກດຮ້າຍ ແລະເລືອດຂອງພວກເຂົາໄດ້ຖືກເສື້ອຂອງເຮົາຈົນເປື້ອນເປິໝົດ.
ດ້ວຍຄວາມໂກດຮ້າຍເຮົາໄດ້ຢຽບຢໍ່າບັນດາປະຊາຊາດ ແລະເຮັດໃຫ້ພວກເຂົາກະຈັດກະຈາຍໄປ. ເຮົາໄດ້ເທເລືອດອັນເປັນຊີວິດຂອງພວກເຂົານັ້ນລົງເທິງພື້ນດິນ.”
ເຮົາຕັດສິນໃຈລົງໂທດພວກເຂົາແລ້ວ ແລະໂທດກຳຂອງພວກເຂົານັ້ນກໍບັນທຶກໄວ້ແລ້ວ. ເຮົາຈະບໍ່ເບິ່ງຂ້າມສິ່ງທີ່ພວກເຂົາໄດ້ເຮັດ
ແຕ່ເຮົາຈະຕອບແທນການບາບທີ່ພວກເຂົາໄດ້ເຮັດ ພ້ອມທັງການບາບຂອງບັນພະບຸລຸດຂອງພວກເຂົາ. ພວກເຂົາໄດ້ເຜົາເຄື່ອງຫອມບູຊາພະຂອງຊາວຕ່າງຊາດທີ່ເນີນພູ ແລະໄດ້ເວົ້າສິ່ງທີ່ຊົ່ວຮ້າຍໃສ່ເຮົາ. ສະນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາ ໃຫ້ສະສົມກັບບາບກຳຂອງພວກເຂົາໃນອະດີດ.”
ເມື່ອພວກເຈົ້າເຫັນເຫດການນີ້ເກີດຂຶ້ນ ພວກເຈົ້າຈະເບີກບານໃຈ; ແລະສິ່ງນັ້ນຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນແລະມີສຸຂະພາບດີ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວຜູ້ຊ່ວຍເຫຼືອພວກທີ່ຮັບໃຊ້ເຮົາ ແລະໂກດຮ້າຍຕໍ່ເຫຼົ່າສັດຕູຂອງເຮົາ.”
ພຣະເຈົ້າຢາເວຈະສະເດັດມາພ້ອມກັບໄຟ. ພຣະອົງຈະມາເທິງປີກຂອງລົມພະຍຸເພື່ອລົງໂທດພວກທີ່ພຣະອົງໂກດຮ້າຍ.
ຈົ່ງຟັງແມ ສຽງອຶກກະທຶກຢູ່ໃນເມືອງພຸ້ນ ສຽງຢູ່ໃນພຣະວິຫານພຸ້ນ ແມ່ນສຽງພຣະເຈົ້າຢາເວກຳລັງລົງໂທດເຫຼົ່າສັດຕູຂອງພຣະອົງ.
ເຮົາຄືພຣະເຈົ້າຢາເວຄົ້ນເບິ່ງແນວຄິດຂອງຄົນ ແລະທົດສອບເບິ່ງໃຈມະນຸດທັງຫລາຍດ້ວຍ. ເຮົາເຮັດຕໍ່ແຕ່ລະຄົນຕາມວິທີທີ່ພວກເຂົາໃຊ້ຊີວິດ ຄືຕາມສິ່ງທີ່ພວກເຂົາປະພຶດແລະກະທຳ.”
ພຣະອົງວາງແຜນໄດ້ດີເລີດ ແລະເຮັດສິ່ງຕ່າງໆດ້ວຍຣິດອຳນາດ. ພຣະອົງເຫັນທຸກໆສິ່ງທີ່ມະນຸດເຮັດ ແລະພຣະອົງໃຫ້ບຳເໜັດຕາມການກະທຳຂອງພວກເຂົາ.
ຈົ່ງເປັ່ງສຽງສູ້ຮົບອ້ອມເມືອງເຖີດ ບັດນີ້ນະຄອນບາບີໂລນໄດ້ຍອມຈຳນົນແລ້ວ. ກຳແພງເມືອງຖືກພັງລົງ. ອົງພຣະຜູ້ເປັນເຈົ້າກຳລັງແກ້ແຄ້ນຊາວບາບີໂລນ. ສະນັ້ນ ຈົ່ງແກ້ແຄ້ນ ແລະເຮັດຕໍ່ພວກເຂົາດັ່ງທີ່ພວກເຂົາໄດ້ເຮັດກັບຄົນອື່ນນັ້ນສາ.
“ຈົ່ງບອກພວກນັກຍິງທະນູໃຫ້ໂຈມຕີນະຄອນບາບີໂລນ. ຈົ່ງສົ່ງທຸກຄົນທີ່ຮູ້ຈັກຍິງໜ້າທະນູອອກໄປ. ຈົ່ງອ້ອມເມືອງໄວ້ ແລະຢ່າໃຫ້ຜູ້ໃດປົບໜີໄປໄດ້. ຈົ່ງແກ້ແຄ້ນໃຫ້ສົມກັບສິ່ງທີ່ພວກເຂົາໄດ້ເຮັດລົງໄປ ຍ້ອນເມືອງນັ້ນໄດ້ອວດດີກັບພຣະເຈົ້າຢາເວ ອົງບໍຣິສຸດຂອງຊາດອິດສະຣາເອນ.
ພຣະເຈົ້າຢາເວໄດ້ປ່ອຍໃຫ້ຄວາມໂກດຮ້າຍ ຂອງພຣະອົງອອກມາຢ່າງເຕັມກຳລັງ ໂດຍໄດ້ດັງໄຟຈູດພູເຂົາຊີໂອນ ຈົນເມືອງໄໝ້ເຜົາຜານຈຸພື້ນ.
ສ່ວນສອງເອື້ອຍນ້ອງພວກເຈົ້າ ເຮົາຈະລົງໂທດເນື່ອງຈາກພວກເຈົ້າໄດ້ເຮັດຜິດສິນທຳ ແລະເຮັດບາບໂດຍຂາບໄຫວ້ບັນດາຮູບເຄົາຣົບ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.”
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ໃນມື້ທີ່ໂກກຮຸກຮານອິດສະຣາເອນນັ້ນ ເຮົາຈະໂກດເຄືອງໃຈຫລາຍ.
ເຈົ້າຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍ ແລະໂມໂຫຂອງເຮົາ ຈົນກວ່າເຮົາຈະພໍໃຈ. ເມື່ອສິ່ງທັງໝົດນີ້ເກີດຂຶ້ນ ເຈົ້າຈະມີຄວາມແນ່ໃຈວ່າ ເຮົາຄືພຣະເຈົ້າຢາເວໄດ້ກ່າວຕໍ່ເຈົ້າຢ່າງຮຸນແຮງຈົນສຸດຂີດ ຍ້ອນຄວາມບໍ່ສັດຊື່ຂອງເຈົ້າ.
ພວກທີ່ຢູ່ຫ່າງໄກຈະເຈັບໄຂ້ ແລະຕາຍ; ພວກທີ່ຢູ່ອ້ອມແອ້ມຈະຖືກຂ້າໃນສົງຄາມ; ພວກທີ່ລອດມາໄດ້ກໍຈະອຶດຕາຍ. ພວກເຂົາຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາຢ່າງສຸດຂີດ.
ເມືອງຕີເຣ, ເມືອງຊີໂດນ ແລະທົ່ວທັງປະເທດຟີລິດສະຕິນເອີຍ ພວກເຈົ້າຢາກຈະເຮັດຫຍັງກັບເຮົາ? ພວກເຈົ້າພະຍາຍາມແກ້ແຄ້ນເຮົາຊັ້ນບໍ? ຖ້າພວກເຈົ້າຄິດແກ້ແຄ້ນເຮົາ ເຮົາກໍຈະຕອບໂຕ້ຄືນໃນທັນທີ.
ຕໍ່ໄປເຮົາຈະຫັນມາລົງໂທດພວກເຈົ້າຢ່າງໂຫດຮ້າຍທາລຸນ ໃຫ້ໜັກຕື່ມຂຶ້ນກວ່າເກົ່າອີກເຈັດເທົ່າ.
ພຣະເຈົ້າຢາເວເປັນພຣະເຈົ້າ ອົງຫວງແຫນ ແລະຕອບແທນ; ພຣະເຈົ້າຢາເວຕອບແທນ ແລະເຕັມດ້ວຍຄວາມໂກດຮ້າຍ ພຣະເຈົ້າຢາເວລົງໂທດພວກທີ່ຕໍ່ຕ້ານພຣະອົງ; ແລະແກ້ແຄ້ນພວກເຂົາເພາະພຣະອົງໂກດຮ້າຍ.
ເພາະບຸດມະນຸດຈະມາປາກົດດ້ວຍສະຫງ່າຣາສີແຫ່ງພຣະບິດາເຈົ້າຂອງພຣະອົງ ພ້ອມດ້ວຍຝູງເທວະດາຂອງພຣະອົງ, ເມື່ອນັ້ນທ່ານຈະໃຫ້ບຳເໜັດແກ່ທຸກຄົນ ຕາມການກະທຳຂອງຕົນ.
ຝ່າຍພວກສັດຕູຂອງເຮົາ ທີ່ບໍ່ຢາກໃຫ້ເຮົາປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະຂ້າພວກເຂົາເສຍຕໍ່ໜ້າເຮົາ.”’
ເພາະວ່າ ວັນເຫຼົ່ານັ້ນຈະເປັນ ‘ວັນແຫ່ງການລົງໂທດ,’ ເພື່ອໃຫ້ສຳເລັດຕາມທີ່ມີຂຽນໄວ້ໃນພຣະຄຳພີທຸກປະການ.
ເພາະພຣະອົງຈະຊົງໂຜດຕອບແທນຕາມການກະທຳຂອງພວກເຂົາທຸກຄົນ.
ເຮົາຈະຝົນດາບໃຫ້ເຫລື້ອມເປັນແສງຄົມມັບໆ ແລະມືຂອງເຮົາຢຶດການຕັດສິນໄວ້. ເຮົາຈະແກ້ແຄ້ນບັນດາເຫຼົ່າສັດຕູ ແລະເຮົາຈະລົງໂທດທັນຜູ້ທີ່ກຽດຊັງເຮົານັ້ນ.
ແຕ່ພຣະອົງຈະບໍ່ລັ່ງເລໃຈທີ່ຈະລົງໂທດພວກທີ່ກຽດຊັງພຣະອົງ.
ມະຫານະຄອນໄດ້ແຍກອອກເປັນສາມສ່ວນ ແລະເມືອງທັງຫລາຍໃນທຸກປະເທດໄດ້ຖືກທຳລາຍ. ພຣະເຈົ້າບໍ່ໄດ້ລືມມະຫານະຄອນບາບີໂລນ ແລະໄດ້ຊົງໃຫ້ນະຄອນນີ້ດື່ມເຫຼົ້າອະງຸ່ນ ແຫ່ງຄວາມໂກດຮ້າຍຂອງພຣະອົງ.
ມີດາບຄົມດວງໜຶ່ງອອກມາຈາກປາກຂອງພຣະອົງ ເພື່ອພຣະອົງຈະເອົາຊະນະຊົນຊາດທັງຫລາຍດ້ວຍດາບນັ້ນ. “ພຣະອົງຈະປົກຄອງພວກເຂົາດ້ວຍຄ້ອນເຫລັກທີ່ມີອຳນາດ ແລະພຣະອົງຈະຢຽບເອົານໍ້າອະງຸ່ນ ໃນອ່າງແຫ່ງຄວາມໂກດຮ້າຍອັນແຮງກ້າຂອງພຣະເຈົ້າ ອົງຊົງຣິດທານຸພາບສູງສຸດ.”