ເອຊາຢາ 59:16 - ພຣະຄຳພີສັກສິ16 ພຣະອົງບໍ່ພໍໃຈຫລາຍ ທີ່ເຫັນຄົນຖືກກົດຂີ່ບໍ່ໄດ້ຮັບການຊ່ວຍເຫລືອໃນທີ່ນັ້ນ. ດັ່ງນັ້ນ ພຣະອົງຈະໃຊ້ຣິດອຳນາດຂອງພຣະອົງເອງຊ່ວຍກູ້ເອົາພວກເຂົາ ເພື່ອຊີງເອົາໄຊຊະນະ. Uka jalj uñjjattʼäta |
ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ.