ເອຊາຢາ 59:13 - ພຣະຄຳພີສັກສິ13 ພວກຂ້ານ້ອຍທັງຫລາຍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ, ປະຖິ້ມພຣະອົງ ແລະບໍ່ຍອມຕິດຕາມພຣະອົງ. ພວກຂ້ານ້ອຍໄດ້ກົດຂີ່ຄົນອື່ນ ແລະຫັນໜີໄປຈາກພຣະເຈົ້າຂອງພວກຂ້ານ້ອຍ. ຄວາມຄິດຂອງພວກຂ້ານ້ອຍຜິດພາດ ແລະຄຳເວົ້າຂອງພວກຂ້ານ້ອຍກໍລ້ວນແຕ່ເປັນຄຳຕົວະ. Uka jalj uñjjattʼäta |
ສວນອະງຸ່ນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ແມ່ນຊາດອິດສະຣາເອນ ແລະປະຊາຊົນຊາວຢູດາແມ່ນເບ້ຍອະງຸ່ນ ຊຶ່ງພຣະອົງໄດ້ປູກໄວ້. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ດີ, ແຕ່ພວກເຂົາມີແຕ່ປະພຶດຕົນເປັນຜູ້ຂ້າຄົນ. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ຊອບທຳ, ແຕ່ຄົນຮັບເຄາະກຳຮ້ອງຂໍຄວາມຍຸດຕິທຳ.
ເພາະພວກເຈົ້າກຳລັງເຮັດຜິດພາດຢ່າງຮ້າຍແຮງ. ພວກເຈົ້າໄດ້ຂໍຮ້ອງຂ້ອຍໃຫ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສຳລັບພວກເຈົ້າວ່າ, ‘ຂໍທ່ານຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສັ່ງສິ່ງໃດ ທ່ານຈົ່ງບອກພວກເຮົາ ແລະພວກເຮົາກໍຈະເຮັດຕາມທຸກສິ່ງທີ່ພຣະອົງສັ່ງ.’
ບ່ອນທີ່ພວກເຂົາຈະໃຊ້ຊີວິດຢູ່ເປັນຊະເລີຍໃນຕ່າງຖິ່ນ. ໃນທີ່ນັ້ນ ພວກເຂົາຈະລະນຶກເຖິງເຮົາ ແລະຮູ້ວ່າເຮົາລົງໂທດພວກເຂົາໃຫ້ໄດ້ຮັບການອັບອາຍຂາຍໜ້າ ກໍເພາະຈິດໃຈທີ່ຂາດຄວາມເຊື່ອຈຶ່ງພາໃຫ້ຫ່າງເຫີນຈາກເຮົາໄປ ແລະພວກເຂົາຮັກຮູບເຄົາຣົບຫລາຍກວ່າຮັກເຮົາ. ພວກເຂົາຈະກຽດຊັງຕົນເອງ ເພາະຄວາມຊົ່ວຊ້າ ແລະສິ່ງເສື່ອມເສຍທັງຫລາຍທີ່ພວກເຂົາໄດ້ເຮັດ.