Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 59:11 - ພຣະຄຳພີສັກສິ

11 ພວກເຮົາ​ຢ້ານ​ແລະ​ເປັນທຸກໃຈ​ຫລາຍ. ພວກເຮົາ​ຫວັງ​ທີ່​ຈະ​ເຫັນ​ພຣະເຈົ້າ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ການກົດຂີ່​ແລະ​ການ​ຜິດພາດ ແຕ່​ກໍ​ບໍ່​ເຫັນ​ມີ​ຫຍັງ​ເກີດຂຶ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 59:11
19 Jak'a apnaqawi uñst'ayäwi  

ຜູ້​ຂົ່ມເຫັງ​ທີ່​ໂຫດຮ້າຍ​ຫຍັບ​ເຂົ້າ​ມາ​ໃກ້​ເຕັມທີ ຄື​ພວກ​ທີ່​ບໍ່ເຄີຍ​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ.


ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຖືກ​ຊ່ວຍກູ້​ໃຫ້​ພົ້ນໄພ ເພາະ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ຂ້ານ້ອຍ​ໝົດແຮງ​ທັງ​ຖືກ​ຂະຍີ້​ຈົນ​ໝົດ​ສະຕິ​ໄປ ຈິດໃຈ​ຂອງ​ຂ້ານ້ອຍ​ລະທົມ​ທຸກ​ແລະ​ເຈັບປວດ.


ຂໍ​ຊົງ​ໂຜດ​ສະດັບ​ຮັບ​ຟັງ​ແລະ​ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ ຍ້ອນ​ຄວາມ​ວິຕົກ​ກັງວົນ​ຂ້ານ້ອຍ​ຈຶ່ງ​ເກີດ​ຄວາມ​ອິດເມື່ອຍ.


ແທ້ຈິງ​ແລ້ວ ພຣະອົງ​ຕຽມພ້ອມ​ທີ່​ຈະ​ຊ່ວຍຊູ ຜູ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ພົ້ນໄພ​ໄດ້ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ຕໍ່ໄປ ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.


ສຽງ​ຂ້ານ້ອຍ​ດັບ​ມ້ອຍໆ​ຄ່ອຍໆ​ອ່ອນແຮງ​ລົງ ຂ້ານ້ອຍ​ໄດ້​ແຕ່​ຄວນຄາງ​ດັ່ງ​ນົກເຂົາ​ຮໍ່າຮ້ອງ. ຕາ​ຂ້ານ້ອຍ​ອ່ອນແຮງ​ບໍ່​ຢາກ​ເບິ່ງ​ຂຶ້ນ​ສູ່​ສະຫວັນ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໂຜດ​ຊ່ວຍກູ້​ຈາກ​ຄວາມທຸກ​ນີ້​ດ້ວຍ.


ໃນ​ຖະໜົນ​ທຸກໆ​ສາຍ​ຕາມ​ທຸກ​ຂອບ​ທຸກ​ແຈ ປະຊາຊົນ​ລົ້ມລົງ​ເພາະ​ຄວາມ​ອິດອ່ອນ; ພວກເຂົາ​ເປັນ​ດັ່ງ​ກວາງ​ທີ່​ຖືກ​ຕາໜ່າງ​ນາຍພານ ທີ່​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ.


ຄວາມ​ຍຸດຕິທຳ​ຖືກ​ຂັບໄລ່​ໃຫ້​ໜີໄປ ແລະ​ຄວາມ​ຖືກຕ້ອງ​ກໍ​ເຂົ້າ​ມາ​ໃກ້​ບໍ່ໄດ້. ຄວາມຈິງ​ເຕະ​ສະດຸດ​ລົ້ມລົງ​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຄວາມສັດຊື່​ກໍ​ບໍ່ມີ​ຢູ່​ໃນ​ທີ່ນັ້ນ.


ແລະ​ເມື່ອ​ພວກເຈົ້າ​ຢູ່​ທີ່ໃດ ທີ່ນັ້ນ​ຈະ​ບໍ່ມີ​ຄວາມ​ປອດໄພ​ເລີຍ. ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ​ນັ້ນ ລ້ວນແຕ່​ບໍ່​ຍຸດຕິທຳ. ພວກເຈົ້າ​ເດີນ​ຕາມ​ທາງຄົດ ແລະ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງນັ້ນ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ປອດໄພ.


ປະຊາຊົນ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ທີ່​ກົດຂີ່​ພວກເຮົາ​ນັ້ນ. ພວກເຮົາ​ຫວັງ​ຈະ​ໃຫ້​ມີ​ແຈ້ງ​ຕາມ​ທາງເດີນ ພັດ​ມີ​ແຕ່​ມືດ​ເທົ່ານັ້ນ


ພວກເຮົາ​ຫວັງ​ໄດ້​ເຫັນ​ຄວາມ​ສະຫງົບສຸກ ແລະ​ຍາມ​ປິ່ນປົວ​ໃຫ້​ດີ ແຕ່​ຄວາມ​ແຕກຕື່ນ​ຕົກໃຈກົວ​ໄດ້​ເຂົ້າ​ມາ​ແທນທີ່; ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ແລ້ວ.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ຈິດໃຈ​ຂ້ອຍ​ຂາດ​ສັນຕິສຸກ​ຈົນ​ຫລົງ​ລືມ​ໄປ​ວ່າ ຄວາມສຸກ​ນັ້ນ​ເປັນ​ຢ່າງໃດ​ແທ້.


ບາງຄົນ​ຈະ​ປົບໜີໄປ​ເທິງ​ພູ​ຕ່າງໆ ດັ່ງ​ຝູງ​ນົກເຂົາ​ທີ່​ສະທ້ານ​ຢ້ານກົວ​ມາ​ແຕ່​ຮ່ອມພູ​ທັງຫລາຍ. ພວກເຂົາ​ທັງໝົດ​ຈະ​ຄວນຄາງ​ເພາະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ຣາຊີນີ​ຖືກ​ຈັບ​ໄດ້​ສາວໃຊ້​ຮ້ອງໄຫ້​ດັ່ງ​ນົກເຂົາ ແລະ​ຕ່າງ​ກໍ​ຕີ​ເອິກ​ດ້ວຍ​ຈິດໃຈ​ເສົ້າໂສກ


ດັ່ງ​ເຂື່ອນ​ແຕກ​ນໍ້າ​ໄຫລ​ທັ່ງ​ອອກ​ເປັນ​ສາຍ​ທາລາ ປະຊາຊົນ​ກໍ​ຟ້າວຟັ່ງ​ອອກ​ມາ​ແຕ່​ນີເນເວ ທັງນັ້ນ ສຽງ​ຮ້ອງ​ດັງ​ອອກ​ມາ​ວ່າ, “ຢຸດ ຢຸດ​ສາກ່ອນ.” ແຕ່​ຜູ້​ທີ່​ປົບໜີໄປ​ບໍ່ມີ​ຜູ້ໃດ​ຫັນ​ຄືນ​ມາ​ຕອບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka