10 ແລະພວກເຮົາກໍງົມໆທາວໆໄປເໝືອນຄົນຕາບອດ. ພວກເຮົາລົ້ມລົງໃນຕອນທ່ຽງ ຄືກັບວ່າເດີນໄປໃນຕອນກາງຄືນ ຄືກັບວ່າພວກເຮົາຢູ່ໃນທີ່ມືດຂອງແດນມໍຣະນາ.
ສ່ວນທາງຂອງຄົນຊົ່ວຮ້າຍນັ້ນກໍມືດມິດດັ່ງກາງຄືນ. ພວກເຂົາລົ້ມລົງແຕ່ບໍ່ເຫັນສິ່ງທີ່ພວກເຂົາສະດຸດລົ້ມນັ້ນໄດ້.
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຈະສັ່ງສອນບົດຮຽນໃຫ້ເທື່ອລະໂຕ ເທື່ອລະແຖວ ແລະເທື່ອລະບົດ ແລ້ວພວກເຈົ້າກໍຈະສະດຸດລົ້ມລົງທຸກບາດກ້າວທີ່ພວກເຈົ້າຍ່າງໄປ. ພວກເຈົ້າຈະໄດ້ຮັບບາດເຈັບ, ຖືກບ້ວງແຮ້ວ ແລະຖືກຈັບໄປເປັນຊະເລີຍ.
ແລ້ວພຣະອົງຈະເປັນສະຖານບໍຣິສຸດແລະເປັນດັ່ງຫີນທີ່ໃຫ້ປະຊາຊົນຕຳສະດຸດ ແລະເປັນດັ່ງແຮ້ວທີ່ຈະດັກຈັບເອົາ ປະຊາຊົນໃນອານາຈັກຢູດາຍ ແລະອິດສະຣາເອນ ພ້ອມທັງຊາວນະຄອນເຢຣູຊາເລັມດ້ວຍ.
ຫລາຍຄົນຈະຕຳສະດຸດ; ພວກເຂົາຈະລົ້ມລົງແລະຈະຖືກຢຽບຢໍ່າ. ພວກເຂົາຈະຖືກບ້ວງແຮ້ວແລະຈະໜີໄປບໍ່ພົ້ນ.”
ຈົ່ງຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກ່ອນທີ່ພຣະອົງນຳຄວາມມືດໜາມາໃຫ້ ຕາມເທິງໜ່ວຍພູເຂົານັ້ນພວກເຈົ້າຕ່າງກໍຊູນສະດຸດ ກ່ອນແຈ້ງທີ່ພວກເຈົ້າຫວັງກາຍເປັນມືດ.
ພຣະອົງໄດ້ບັງຄັບຂ້ອຍໃຫ້ອາໄສຢູ່ໃນບ່ອນມືດມິດ ເໝືອນຢ່າງຄົນທັງຫລາຍທີ່ໄດ້ຕາຍແຕ່ດົນແລ້ວ.
ພວກຜູ້ຄົນຍ່າງເຕະຝຸ່ນຕາມທາງໃນນະຄອນ ດັ່ງຄົນຕາບອດຍ່າງໄປມາລ້າໆ ຊຶ່ງມີຮອຍເລືອດຕິດຢູ່ຕາມເຄື່ອງນຸ່ງ ຈົນບໍ່ມີຜູ້ໃດກ້າຈັບບາຍພວກເຂົາ.
ມັນເຮັດໃຫ້ປະຊາຊົນຂອງເຮົາສູນເສຍຄວາມກ້າຫານແລະເຕະສະດຸດ. ເຮົາກຳລັງນາບຂູ່ເມືອງຂອງພວກເຂົາດ້ວຍດາບດວງໜຶ່ງ ເຫລື້ອມດັ່ງແສງຟ້າແມບ ແລະຕຽມພ້ອມທີ່ຈະສັງຫານ.
ໃນວັນນັ້ນ ເຮົາຈະໃຫ້ຕາເວັນຕົກໃນຍາມທ່ຽງ ແລະແຜ່ນດິນໂລກຈະມືດມົນໃນຍາມກາງເວັນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ເພາະສະນັ້ນ ພວກຜູ້ທຳນວາຍເອີຍ ມື້ຂອງພວກເຈົ້ານັ້ນເກືອບຈະໝົດໄປແລ້ວ ຕາເວັນກຳລັງຕົກລົງເທິງພວກເຈົ້າ. ເພາະພວກເຈົ້າໄດ້ນຳປະຊາຊົນຂອງເຮົາໄປໃນທາງຜິດ ພວກເຈົ້າຈະບໍ່ມີນິມິດໃນການທຳນວາຍອີກຕໍ່ໄປ ແລະພວກເຈົ້າຈະກ່າວຫຍັງລ່ວງໜ້າບໍ່ໄດ້ອີກ.
ພຣະເຢຊູເຈົ້າຕອບວ່າ, “ຄວາມສະຫວ່າງຈະຍັງຢູ່ກັບພວກເຈົ້າອີກໜ້ອຍໜຶ່ງ ເມື່ອຍັງມີຄວາມສະຫວ່າງຢູ່ກໍຈົ່ງຍ່າງໄປເທາະ ເພາະຢ້ານວ່າຄວາມມືດຈະຕາມມາທັນພວກເຈົ້າ. ດ້ວຍວ່າ, ຜູ້ທີ່ຍ່າງໃນຄວາມມືດນັ້ນ ກໍບໍ່ຮູ້ວ່າຕົນກຳລັງໄປໃສ.
“ພຣະອົງໄດ້ເຮັດໃຫ້ຕາພວກເຂົາບອດໄປ ແລະ ເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງ ຢ້ານວ່າພວກເຂົາຈະເຫັນດ້ວຍຕາ ແລະ ສັງເກດຮູ້ດ້ວຍໃຈ ແລ້ວຈະກັບໃຈໃໝ່ ເຮົາຈະຮັກສາໃຫ້ພວກເຂົາດີ.”
ພວກເຈົ້າຈະຍ່າງງົມໆທ່າວໆ ໄປມາໃນກາງເວັນເໝືອນຄົນຕາບອດ ແລະຈະຫາທາງເດີນບໍ່ພົບ. ວຽກງານທີ່ພວກເຈົ້າເຮັດຈະບໍ່ຈະເລີນຮຸ່ງເຮືອງ. ພວກເຈົ້າຈະຖືກກົດຂີ່ ແລະຖືກເກັບກວາດຖືກຈີ້ເປັນປະຈຳ ແລະທັງຈະບໍ່ມີຜູ້ໃດມາຊ່ວຍເຫລືອພວກເຈົ້າ.
ແຕ່ຜູ້ທີ່ກຽດຊັງພີ່ນ້ອງຂອງຕົນ ກໍຍັງຢູ່ໃນຄວາມມືດ ແລະທຽວໄປໃນຄວາມມືດ ແລ້ວບໍ່ຮູ້ວ່າຕົນກຳລັງຈະໄປໃສ ເພາະຄວາມມືດໄດ້ເຮັດໃຫ້ຕາຂອງຕົນບອດເສຍແລ້ວ.