Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 59:1 - ພຣະຄຳພີສັກສິ

1 ຢ່າ​ໄດ້​ຄິດວ່າ​ພຣະເຈົ້າຢາເວ​ອ່ອນແອ​ເກີນໄປ ທີ່​ຈະ​ຊ່ວຍຊູ​ພວກເຈົ້າ​ໃຫ້​ພົ້ນ ຫລື​ວ່າ​ພຣະອົງ​ຫູຕຶງ​ໂພດ ທີ່​ຈະ​ໄດ້ຍິນ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫລືອ

Uka jalj uñjjattʼäta Copia luraña




ເອຊາຢາ 59:1
17 Jak'a apnaqawi uñst'ayäwi  

ມີ​ຫຍັງ​ແດ່​ຍາກ​ສຳລັບ​ພຣະເຈົ້າຢາເວ​ບໍ? ຕາມ​ທີ່​ເຮົາ​ບອກ​ເຈົ້າ​ແລ້ວ ໃນ​ລະຫວ່າງ​ເກົ້າ​ເດືອນ ເຮົາ​ຈະ​ກັບ​ມາ​ອີກ​ແລະ​ຊາຣາ​ຈະ​ມີ​ລູກຊາຍ​ຜູ້ໜຶ່ງ.”


ພຣະອົງ​ຊົງ​ສ້າງ​ຫູ​ພວກເຮົາ​ໄວ້ ພຣະອົງ​ຈະ​ບໍ່ໄດ້ຍິນ​ຊັ້ນບໍ? ພຣະອົງ​ສ້າງ​ຕາ​ພວກເຮົາ ພຣະອົງ​ຈະ​ເຫັນ​ບໍ່ໄດ້​ຫລື?


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ເມື່ອນັ້ນ​ເຈົ້າ​ຈະ​ພາວັນນາ​ອະທິຖານ​ຫາ​ເຮົາ ເຮົາ​ກໍ​ຈະ​ຕອບ​ເຈົ້າ. ເມື່ອ​ເຈົ້າ​ເອີ້ນ​ຫາ​ເຮົາ ເຮົາ​ກໍ​ຈະ​ຂານຕອບ​ເຈົ້າ. ຖ້າ​ເຈົ້າ​ເຊົາ​ກົດຂີ່​ຄົນອື່ນ ເລີກ​ການ​ດູໝິ່ນ​ປະໝາດ​ທຸກປະການ ແລະ​ເຊົາ​ເວົ້າ​ຄຳ​ຊົ່ວຊ້າ​ທຸກຢ່າງ;


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”


ແມ່ນ​ຜູ້ໃດ​ນໍ ທີ່​ກຳລັງ​ມາ​ຈາກ​ເມືອງ​ໂບຊະຣາ​ໃນ​ເອໂດມ? ແມ່ນ​ຜູ້ໃດ​ນໍ​ທີ່​ນຸ່ງ​ເຄື່ອງ​ສີແດງ​ສະຫງ່າງາມ ໂດຍ​ຍ່າງ ດ້ວຍ​ທ່າທາງ​ທີ່​ຊົງ​ຣິດອຳນາດ​ແລະ​ຊົງ​ກຳລັງ​ວັງຊາ? “ນີ້​ແມ່ນ​ເຮົາເອງ ກຳລັງ​ຮ້ອງ​ປະກາດ​ດ້ວຍ​ຄວາມຊອບທຳ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຊ່ວຍ​ໃຫ້​ພົ້ນໄດ້.”


ແມ່ນແຕ່​ກ່ອນ​ທີ່​ພວກເຂົາ​ພາວັນນາ​ອະທິຖານ​ສຸດ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ແລ້ວ.


ເປັນຫຍັງ​ຈຶ່ງ​ເປັນ​ດັ່ງ​ຄົນ​ທີ່​ຫລອນເຮັດ​ຫລອນທຳ ດັ່ງ​ທະຫານ​ທີ່​ຂາດ​ກຳລັງ​ຊ່ວຍເຫລືອ​ຜູ້ໃດ​ບໍ່ໄດ້? ຂ້າແດ່​ພຣະເຈົ້າຢາເວ ແນ່ນອນ​ພຣະອົງ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ເປັນ​ຂອງ​ພຣະອົງ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”’


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ.


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ເຈົ້າ​ຄິດ​ວ່າ​ປະຊາຊົນ​ອິດສະຣາເອນ​ຖືກ​ສາບແຊ່ງ​ຊັ້ນບໍ? ພຣະເຈົ້າຢາເວ​ໝົດ​ຄວາມ​ອົດທົນ​ແລ້ວ​ຫລື? ພຣະອົງ​ຈະ​ເຮັດ​ສິ່ງ​ເຫຼົ່ານັ້ນ​ແທ້​ບໍ? ພຣະອົງ​ຈະ​ບໍ່​ກ່າວ​ຕໍ່​ຜູ້​ທີ່​ເຮັດ​ຖືກຕ້ອງ ຢ່າງ​ເມດຕາປານີ​ດອກ​ຫລື?”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຄິດ​ວ່າ​ອຳນາດ​ຂອງ​ພຣະເຈົ້າຢາເວ​ມີ​ຂອບເຂດ​ຈຳກັດ​ຊັ້ນບໍ? ໃນ​ບໍ່​ຊ້າ​ນີ້ ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄປ​ນັ້ນ​ຈະ​ເກີດຂຶ້ນ​ແທ້​ຫລື​ບໍ່.”


ດ້ວຍວ່າ, ໃຈ​ຂອງ​ພວກເຂົາ​ປຶກຕັນ ຫູ​ກໍ​ໜັກ ຕາ​ກໍ​ຫລັບ​ເສຍ. ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ສັງເກດ ເຫັນ​ດ້ວຍ​ຕາ ຈະ​ໄດ້ຍິນ​ດ້ວຍ​ຫູ ແລະ​ຈະ​ຮູ້​ດ້ວຍ​ໃຈ ແລະ​ຈະ​ຄືນ​ມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ຊົງ​ໂຜດ​ພວກເຂົາ​ໃຫ້​ຫາຍ​ດີ.’


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ເມື່ອ​ພວກ​ທີ່​ລອດ​ຕາຍ​ກັບຄືນ​ມາ​ຄ້າຍ ພວກ​ຜູ້ນຳ​ຊາວ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ມື້ນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ຊະນະ​ພວກເຮົາ? ຈົ່ງ​ໄປ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ຈາກ​ເມືອງ​ຊີໂລ ເພື່ອ​ວ່າ​ພຣະອົງ ຈະ​ສະຖິດ​ຢູ່​ກັບ​ພວກເຮົາ ແລະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ສັດຕູ​ຂອງ​ພວກເຮົາ.”


ເມື່ອ​ເວລາ​ມາ​ເຖິງ ພວກເຈົ້າ​ຈະ​ຈົ່ມ​ຢ່າງ​ຂົມຂື່ນ​ໃນ​ຈິດໃຈ ເພາະ​ກະສັດ​ທີ່​ພວກເຈົ້າ​ໄດ້​ເລືອກເອົາ​ນັ້ນ, ແຕ່​ພຣະເຈົ້າຢາເວ​ຈະ​ບໍ່​ຟັງ​ຄຳຈົ່ມ​ໃດໆ​ຂອງ​ພວກເຈົ້າ​ທັງ​ສິ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka