Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 58:2 - ພຣະຄຳພີສັກສິ

2 ພວກເຂົາ​ນະມັດສະການ​ເຮົາ​ທຸກ​ວັນ​ໂດຍ​ອ້າງ​ວ່າ ພວກຕົນ​ຢາກ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ ແລະ​ຢາກ​ປະຕິບັດ​ຕາມ​ຂໍ້​ກົດບັນຍັດ​ຂອງເຮົາ. ພວກເຂົາ​ບອກ​ວ່າ, ຕ້ອງການ​ກົດບັນຍັດ​ທີ່​ທ່ຽງທຳ ແລະ​ພວກເຂົາ​ກໍ​ມີ​ຄວາມສຸກ​ໃນ​ການ​ນະມັດສະການ​ເຮົາ.”

Uka jalj uñjjattʼäta Copia luraña




ເອຊາຢາ 58:2
32 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ສຶກສາ​ຄັກແນ່​ຄຳສອນ​ທັງຫລາຍ​ຂອງ​ພຣະອົງ ຂ້ານ້ອຍ​ພິຈາລະນາ​ເຖິງ​ຄຳສັ່ງສອນ​ທັງຫລາຍ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຢູ່​ໃກ້ຊິດ​ຂ້ານ້ອຍ ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ​ລ້ວນແຕ່​ຍືນຍົງ​ຢູ່​ຕະຫລອດ.


ພວກເຂົາ​ເກືອບ​ສັງຫານ​ຂ້ານ້ອຍ​ໄດ້​ຢ່າງ​ສຳເລັດຜົນ ແຕ່​ຂ້ານ້ອຍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ.


ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.


ແຕ່​ພຣະອົງ​ຈະ​ທຳລາຍ​ທຸກຄົນ​ທີ່​ເຮັດ​ບາບ​ແລະ​ກະບົດ​ຕໍ່​ພຣະອົງ; ພຣະອົງ​ຈະ​ຂ້າ​ທຸກຄົນ​ທີ່​ປະຖິ້ມ​ພຣະອົງ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊົນຊາດ​ບາບໜາ​ເອີຍ ປະຊາຊົນ​ທີ່​ຈິດໃຈ​ຊົ່ວຊ້າ​ແລະ​ຮ້າຍກາດ ເຊື້ອຊາດ​ທີ່​ເຮັດ​ບາບ ເຊື້ອສາຍ​ທີ່​ຊົ່ວຊາມ​ເອີຍ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ພຣະອົງ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ເຈົ້າ​ເຄີຍ​ເຫັນ​ມາ​ຫລາຍ​ແລ້ວ ແຕ່​ບໍ່​ຈົດຈຳ ເຈົ້າ​ມີ​ຫູເປີດ ແຕ່​ໄດ້ຍິນ​ອັນໃດ​ແທ້ໆ?”


ພວກເຈົ້າ​ຄິດວ່າ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ນັ້ນ​ຖືກຕ້ອງ; ແຕ່​ເຮົາ​ຈະ​ເປີດເຜີຍ​ຄວາມ​ປະພຶດ​ຂອງ​ພວກເຈົ້າ ແລະ​ຮູບພະ​ເຫຼົ່ານັ້ນ​ຈະ​ຊ່ວຍ​ຫຍັງ​ພວກເຈົ້າ​ບໍ່ໄດ້.


ພວກ​ຄົນບາບ​ເອີຍ ຈົ່ງ​ມາ​ນີ້ ຮັບ​ເອົາ​ການ​ພິພາກສາ ພວກເຈົ້າ​ບໍ່​ດີ​ໄປ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ, ຄົນຜິດ​ປະເວນີ ແລະ​ພວກ​ແມ່ຈ້າງນາງເລງ.


ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ, ປະຖິ້ມ​ພຣະອົງ ແລະ​ບໍ່​ຍອມ​ຕິດຕາມ​ພຣະອົງ. ພວກ​ຂ້ານ້ອຍ​ໄດ້​ກົດຂີ່​ຄົນອື່ນ ແລະ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຄວາມຄິດ​ຂອງ​ພວກ​ຂ້ານ້ອຍ​ຜິດພາດ ແລະ​ຄຳເວົ້າ​ຂອງ​ພວກ​ຂ້ານ້ອຍ​ກໍ​ລ້ວນແຕ່​ເປັນ​ຄຳຕົວະ.


ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.


ເພາະ​ພວກເຈົ້າ​ກຳລັງ​ເຮັດ​ຜິດພາດ​ຢ່າງ​ຮ້າຍແຮງ. ພວກເຈົ້າ​ໄດ້​ຂໍຮ້ອງ​ຂ້ອຍ​ໃຫ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສຳລັບ​ພວກເຈົ້າ​ວ່າ, ‘ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສັ່ງ​ສິ່ງໃດ ທ່ານ​ຈົ່ງ​ບອກ​ພວກເຮົາ ແລະ​ພວກເຮົາ​ກໍ​ຈະ​ເຮັດ​ຕາມ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ.’


ເຮົາ​ກຽດຊັງ​ການກະທຳ​ເຫຼົ່ານີ້​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ມາ​ຢືນ​ຢູ່​ຊ້ອງໜ້າ​ເຮົາ​ໃນ​ພຣະວິຫານ​ໂດຍ​ເວົ້າ​ວ່າ, ‘ພວກເຮົາ​ປອດໄພ.’


ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.


“ມະນຸດ​ເອີຍ ຈົ່ງ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ແລະ​ບອກ​ພວກເຂົາ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ຖາມ​ວ່າ: ພວກເຈົ້າ​ມາ​ຖາມ​ເຖິງ​ຄວາມປະສົງ​ຂອງເຮົາ​ແມ່ນ​ບໍ? ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຈົ້າ​ຖາມ​ເຮົາ​ເຖິງ​ສິ່ງ​ໃດໆ​ໝົດ​ສັນນັ້ນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຄວາມ​ທຸກ​ລຳບາກ​ໃຫຍ່​ເປັນ​ຂອງ​ຜູ້​ທີ່​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າຢາເວ, ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມີ​ຫຍັງ​ດີ​ແດ່​ສຳລັບ​ພວກເຈົ້າ? ເພາະວ່າ​ສຳລັບ​ພວກເຈົ້າ​ແລ້ວ ວັນ​ນັ້ນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ມືດມົນ ແລະ​ບໍ່ແມ່ນ​ວັນ​ແຫ່ງ​ຄວາມ​ສະຫວ່າງ.


ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ​ໄດ້​ເວົ້າ​ວ່າ, “ອາຈານ​ເອີຍ ພວກ​ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ສັດຊື່ ແລະ​ບໍ່ໄດ້​ເອົາ​ໃຈ​ຜູ້ໃດ ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ສັ່ງສອນ​ຄວາມຈິງ​ໃນ​ທາງ​ຂອງ​ພຣະເຈົ້າ ປະສົງ​ໃຫ້​ມະນຸດ​ປະຕິບັດ​ຕາມ ການ​ທີ່​ເສຍ​ພາສີ​ອາກອນ​ໃຫ້​ແກ່​ກາຍຊາ​ນັ້ນ ຖືກຕ້ອງ​ຕາມ​ກົດບັນຍັດ​ບໍ? ພວກເຮົາ​ຄວນ​ເສຍ​ຫລື​ບໍ່?”


ເມື່ອ​ກະສັດ​ເຮໂຣດ​ຟັງ​ໂຢຮັນ​ເວົ້າ​ເທື່ອໃດ ເພິ່ນ​ກໍ​ຮູ້ສຶກ​ອຶດອັດ​ໃຈ​ເທື່ອນັ້ນ, ແຕ່​ເຖິງ​ປານນັ້ນ ເພິ່ນ​ກໍ​ຍອມ​ຟັງ​ໂຢຮັນ​ເວົ້າ​ດ້ວຍ​ຄວາມ​ຍິນດີ.


ໂຢຮັນ​ເປັນ​ດັ່ງ​ໂຄມໄຟ​ທີ່​ໃຕ້​ສ່ອງ​ແສງ​ສະຫວ່າງ​ຢູ່ ເຈົ້າ​ທັງຫລາຍ​ໄດ້​ຊື່ນຊົມ​ຍິນດີ​ກັບ​ແສງ​ສະຫວ່າງ​ຂອງ​ລາວ​ນັ້ນ​ພຽງ​ຊົ່ວຄາວ.


ພວກເຂົາ​ອ້າງ​ວ່າ​ພວກເຂົາ​ຮູ້ຈັກ​ພຣະເຈົ້າ, ແຕ່​ການ​ກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ ພວກເຂົາ​ເປັນ​ຄົນ​ໜ້າກຽດ​ໜ້າຊັງ, ບໍ່​ເຊື່ອຟັງ ແລະ ເຮັດ​ຄວາມດີ​ອັນ​ໃດ​ບໍ່ໄດ້​ຈັກ​ປະການ.


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka