ເອຊາຢາ 58:1 - ພຣະຄຳພີສັກສິ1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຮ້ອງດັງໆຈົນສຸດສຽງເຖີດ ຈົ່ງບອກປະຊາຊົນອິດສະຣາເອນຂອງເຮົາກ່ຽວກັບການບາບຂອງພວກເຂົາ Uka jalj uñjjattʼäta |
ຍັງມີສຽງໜຶ່ງນັ້ນຮ້ອງດັງອອກມາວ່າ, “ຈົ່ງໄປປະກາດຖ້ອຍຄຳຂອງພຣະອົງ.” ແລ້ວຂ້າພະເຈົ້າກໍໄດ້ເອີ້ນຖາມຄືນໄປວ່າ, “ແມ່ນຖ້ອຍຄຳຫຍັງທີ່ຂ້ານ້ອຍຈະຕ້ອງປະກາດ?” ສຽງນັ້ນຈຶ່ງໄດ້ກ່າວຕໍ່ໄປອີກວ່າ, “ຈົ່ງປະກາດວ່າມະນຸດທຸກຄົນເປັນດັ່ງຕົ້ນຫຍ້າ; ຊາຕາກຳຂອງມະນຸດນັ້ນຈະຢູ່ບໍ່ໄດ້ດົນ ເພາະທຸກຄົນເປັນພຽງແຕ່ດອກໄມ້ປ່າ.
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.