Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 57:9 - ພຣະຄຳພີສັກສິ

9 ພວກເຈົ້າ​ໃສ່​ນໍ້າຫອມ​ແລະ​ທາ​ນວດ​ສະເໜ່​ໄປ​ຂາບໄຫວ້​ພະ​ໂມເລັກ. ເພື່ອ​ຈະ​ໄດ້​ບັນດາ​ພະ​ມາ​ຂາບໄຫວ້ ພວກເຈົ້າ​ໄດ້​ສົ່ງ​ຄະນະທູດ​ໄປ​ສູ່​ແດນໄກ​ໄປ​ຮອດ​ແມ່ນແຕ່​ແດນ​ຂອງ​ຄົນຕາຍ.

Uka jalj uñjjattʼäta Copia luraña




ເອຊາຢາ 57:9
12 Jak'a apnaqawi uñst'ayäwi  

ຂ້ອຍ​ພົມ​ຜ້າ​ປູບ່ອນ​ດ້ວຍ​ນໍ້າຫອມ​ຈາກ​ຢາງໄມ້, ນໍ້າຫອມ​ອາໂລ ແລະ​ກຳຍານ​ຫອມ.


ທຸກຄົນ​ຈະ​ຖືກ​ລົດກຽດ​ແລະ​ຖືກ​ອັບອາຍ​ຂາຍໜ້າ, ຂໍ​ຢ່າ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ.


ຍິງໂສເພນີ​ໄດ້​ຮັບ​ເງິນ ແຕ່​ເຈົ້າ​ນັ້ນ​ພັດ​ໃຫ້​ຂອງຂວັນ​ແກ່​ທຸກຄົນ​ທີ່​ເຈົ້າ​ຮັກ ແລະ​ໃຫ້​ສິນບົນ​ແກ່​ພວກເຂົາ ໃຫ້​ພວກເຂົາ​ມາ​ຈາກ​ທຸກບ່ອນ​ເພື່ອ​ນອນ​ນຳ​ເຈົ້າ.


ພໍ​ແຕ່​ໄດ້​ເຫັນ​ພວກເຂົາ ນາງ​ກໍ​ເຕັມ​ໄປ​ດ້ວຍ​ຕັນຫາ ແລະ​ໄດ້​ສົ່ງ​ພວກ​ນຳຂ່າວ​ໄປ​ຫາ​ພວກເຂົາ​ໃນ​ບາບີໂລນ.


ຊໍ້າແລ້ວ​ຊໍ້າອີກ ພວກເຂົາ​ໄດ້​ສົ່ງ​ບັນດາ​ຜູ້ນຳຂ່າວ​ໄປ​ເຊີນ​ຜູ້ຊາຍ​ມາ​ຈາກ​ແດນ​ໄກແສນໄກ ແລະ​ພວກເຂົາ​ກໍ​ມາ. ສອງ​ເອື້ອຍ​ນ້ອງ​ຈະ​ອາບນໍ້າ, ທາ​ຂົນ​ຕາ ແລະ​ໃສ່​ເຄື່ອງເອ້.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.


ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ


ຢ່າ​ໃຫ້​ຜູ້ໃດ​ໄດ້​ສໍ້ໂກງ​ເອົາ​ລາງວັນ​ຂອງ​ເຈົ້າ​ທັງຫລາຍ ດ້ວຍ​ໃຊ້​ກິຣິຍາ​ທຳທ່າ​ເປັນ​ຜູ້​ຖ່ອມຕົວ​ລົງ ໄຫວ້​ເທວະດາ ແລະ ໄຝ່ຝັນ​ຢູ່​ໃນ​ນິມິດ​ທີ່​ເຂົາ​ເຫັນ ແລະ​ອວດອ້າງ​ຕົວ​ຂຶ້ນ​ເປົ່າໆ​ດ້ວຍ​ຄວາມ​ຄິດ​ຢ່າງ​ທຳມະດາ​ມະນຸດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka