Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 57:7 - ພຣະຄຳພີສັກສິ

7 ພວກເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ໜ່ວຍສູງໆ ເພື່ອ​ຖວາຍບູຊາ​ແລະ​ສົມສູ່ກັນ​ທາງເພດ.

Uka jalj uñjjattʼäta Copia luraña




ເອຊາຢາ 57:7
12 Jak'a apnaqawi uñst'ayäwi  

ພວກ​ຄົນບາບ​ເອີຍ ຈົ່ງ​ມາ​ນີ້ ຮັບ​ເອົາ​ການ​ພິພາກສາ ພວກເຈົ້າ​ບໍ່​ດີ​ໄປ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ, ຄົນຜິດ​ປະເວນີ ແລະ​ພວກ​ແມ່ຈ້າງນາງເລງ.


ແຕ່​ເຮົາ​ຈະ​ຕອບແທນ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ ພ້ອມ​ທັງ​ການບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ເນີນພູ ແລະ​ໄດ້​ເວົ້າ​ສິ່ງ​ທີ່​ຊົ່ວຮ້າຍ​ໃສ່​ເຮົາ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ ໃຫ້​ສະສົມ​ກັບ​ບາບກຳ​ຂອງ​ພວກເຂົາ​ໃນ​ອະດີດ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຊາດ​ອິດສະຣາເອນ​ເອີຍ ເຫິງນານ​ແລ້ວ ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງເຮົາ ບໍ່​ເຊື່ອຟັງ​ເຮົາ​ແລະ​ນະມັດສະການ​ເຮົາ​ດ້ວຍ. ທີ່​ເນີນ​ທີ່ສູງ​ແຕ່ລະ​ໜ່ວຍ ທີ່​ກ້ອງ​ຕົ້ນໄມ້​ແຕ່ລະກົກ ເຈົ້າ​ຂາບໄຫວ້​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ທັງນັ້ນ.


ຈົ່ງ​ເງີຍໜ້າ​ເບິ່ງ​ທີ່​ຈອມພູ​ພຸ້ນດູ. ມີ​ບ່ອນໃດ​ແດ່​ທີ່​ເຈົ້າ​ບໍ່ໄດ້​ປະພຶດ​ຢ່າງ​ຍິງ​ແມ່ຈ້າງ? ເຈົ້າ​ຄອງຄອຍ​ຄູ່ຮັກ​ຢູ່​ຕາມ​ແຄມ​ຖະໜົນ​ຫົນທາງ ເໝືອນ​ຊາວ​ອາຣັບ​ຄອຍ​ຖ້າ​ເຫຍື່ອ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ການ​ເປັນ​ແມ່ຈ້າງ​ຂອງ​ເຈົ້າ​ນັ້ນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ.


ເມື່ອ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າ​ອິດສະຣາເອນ ຍິງ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ແນວໃດ? ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແລະ​ຕາມ​ເນີນ​ທີ່ສູງ​ກັບ​ຢູ່​ກ້ອງ​ກົກໄມ້​ໃບຂຽວ​ທຸກໆ​ກົກ ນາງ​ໄດ້​ເຮັດ​ດັ່ງ​ຍິງ​ແມ່ຈ້າງ.


ເຈົ້າ​ໄດ້​ໃຊ້​ເຄື່ອງນຸ່ງ​ບາງ​ຢ່າງ​ຂອງເຈົ້າ ຕົບແຕ່ງ​ບ່ອນ​ຂາບໄຫວ້​ທັງຫລາຍ​ຂອງ​ເຈົ້າ ແລະ​ເຈົ້າ​ໄດ້​ມອບ​ຕົວ​ເຈົ້າ​ໃຫ້​ແກ່​ທຸກຄົນ​ດັ່ງ​ຍິງ​ແມ່ຈ້າງ.


ແລະ​ຕໍ່ມາ ເຈົ້າ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ແລະ​ບ່ອນ​ຝຶກຫັດ​ເປັນ​ຍິງໂສເພນີ​ໄວ້​ຕາມ​ແຈ​ຖະໜົນ​ຫົນທາງ.


ເຈົ້າ​ໄດ້​ເອົາ​ຄວາມງາມ​ຂອງເຈົ້າ​ໄປ​ເກືອກກົ້ວ​ກັບ​ຂີ້ຕົມ. ເຈົ້າ​ໄດ້​ມອບ​ເຈົ້າເອງ​ໃຫ້​ແກ່​ທຸກໆຄົນ​ທີ່​ຜ່ານ​ໄປມາ ແລະ​ເຈົ້າ​ກໍໄດ້​ປະພຶດ​ຕົນ​ເປັນ​ແມ່ຈ້າງ​ຫລາຍຂຶ້ນ​ທຸກໆ​ວັນ.


ຊາວ​ບາບີໂລນ​ໄດ້​ອອກ​ມາ​ສົມສູ່​ກັບ​ນາງ. ພວກເຂົາ​ໄດ້​ໃຊ້​ນາງ​ແລະ​ເຮັດ​ໃຫ້​ນາງ​ເປັນ​ມົນທິນ ຈົນ​ໃນທີ່ສຸດ ນາງ​ຈຶ່ງ​ເກີດ​ເບື່ອໜ່າຍ​ພວກເຂົາ.


ພວກເຂົາ​ເຄີຍ​ນັ່ງ​ຕັ່ງອີ້​ນວມ​ອັນ​ສວຍງາມ ແລະ​ເທິງ​ໂຕະ​ຕໍ່ໜ້າ​ພວກເຂົາ​ກໍ​ມີ​ແຕ່​ສິ່ງ​ທີ່​ດີໆ ລວມທັງ​ເຄື່ອງຫອມ​ແລະ​ນໍ້າມັນ​ໝາກກອກເທດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ.


ຊາກສົບ​ທັງຫລາຍ​ຈະ​ກະຈັດ​ກະຈາຍ ປະປົນ​ຢູ່​ກັບ​ຮູບເຄົາຣົບ​ຕ່າງໆ​ອ້ອມ​ແທ່ນບູຊາ ມັນ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ເນີນພູ​ສູງ, ຢູ່​ເທິງ​ຈອມພູ​ທຸກໆໜ່ວຍ, ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ ແລະ​ຕົ້ນໂອກ​ທຸກ​ຕົ້ນ ຄື​ຢູ່​ໃນ​ທຸກ​ບ່ອນ​ທີ່​ພວກເຂົາ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ​ຂອງ​ພວກເຂົາ. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka