ເອຊາຢາ 57:6 - ພຣະຄຳພີສັກສິ6 ພວກເຈົ້າເອົາຫີນກ້ຽງຈາກທີ່ນັ້ນມາເຮັດເປັນຮູບພະເພື່ອຂາບໄຫວ້ບູຊາ. ພວກເຈົ້າໄດ້ຖອກເຫຼົ້າອະງຸ່ນແລະນຳພືດຜົນເປັນເມັດຖວາຍເປັນເຄື່ອງບູຊາແກ່ຮູບພະເຫຼົ່ານີ້. ພວກເຈົ້າຄິດວ່າເຮົາພໍໃຈນຳສິ່ງທັງໝົດເຫຼົ່ານີ້ຊັ້ນບໍ? Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ບັດນີ້ ຊາວອິດສະຣາເອນທັງໝົດເອີຍ ຈົ່ງປະພຶດຕົນໃຫ້ເໝາະສົມສາ ຈົ່ງຮັບໃຊ້ບັນດາຮູບເຄົາຣົບຂອງພວກເຈົ້າຕໍ່ໄປ ແຕ່ເຮົາຂໍເຕືອນພວກເຈົ້າວ່າ ຫລັງຈາກນີ້ແລ້ວພວກເຈົ້າຈະຕ້ອງເຊື່ອຟັງເຮົາ ແລະເຊົາລົບຫລູ່ນາມອັນສັກສິດຂອງເຮົາ ໂດຍຢຸດຖວາຍບູຊາແກ່ບັນດາຮູບເຄົາຣົບຂອງພວກເຈົ້າ.